ກອງປະຊຸມສະຫຼຸບວຽກງານພັກ ປະຈໍາໄຕມາດ IV ປີ 2024 ແລະ ວາງທິດທາງແຜນການ ປະຈຳໄຕມາດ I ປີ 2025 ຂອງຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອໍາພອນ ສຸກວິໄຊ ເລຂາໜ່ວຍພັກ ,ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີບັນດາຫົວໜ້າຈຸພັກ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບວຽກງານພັກປະຈໍາໄຕມາດ IV ປີ 2024 ແລະ ທິດທາງແຜນການ ປະຈຳໄຕມາດ I ປີ 2025 ຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ຂໍ້ກຳນົດກົດລະບຽບຂອງພັກ, ກົດໝາຍຂອງລັດ, ຈັດຕັ້ງໂຄສະນາປາຖະກະຖາມູນເຊື້ອວັນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ທັງໄດ້ເອົາໃຈໃສ່ນໍາພາ-ຊີ້ນຳເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ສະພາບພາຍໃນຫ້ອງການເມືອງ ກໍຄືໃນທົ່ວກົມໃຫຍ່ການເມືອງກອງທັບມີຄວາມສະຫງົບ, ໄດ້ສ້າງແຜນການອົບຮົມການເມືອງ-ແນວຄິດປະຈຳປີ ແລະ ຊີ້ນໍາບັນດາກົມກອງທີ່ມີເງື່ອນໄຂຈັດຕັ້ງອົບຮົມການເມືອງປະຈໍາປີ 2024, ປະຕິບັດໄດ້ 4 ກົມກອງ, ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ, ຈັດຕັ້ງອົບຮົມເອກະສານສະໜັບສະໜູນ ແລະ ກົດລະບຽບພັກໃຫ້ມະຫາຊົນກ້າວໜ້າ ບັນດາໜ່ວຍພັກທົ່ວ ກົມໃຫຍ່ການເມືອງກອງທັບ ຊຸດທີ 4 ປີ 2024 ຈໍານວນ 30 ສະຫາຍ ໃນນີ້, ຮຽນກົດລະບຽບພັກ 8 ສະຫາຍ ຕິດແໜ້ນກັບວຽກງານກໍ່ສ້າງພັກ ຖືເອົາຄຸນນະພາບເປັນຫຼັກ, ຮັບປະກັນສ້າງພັກມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ, ໄດ້ຄົ້ນຄວ້າມະຫາຊົນເຂົ້າພັກສຳຮອງ 95 ສະຫາຍ, ເລື່ອນຂຶ້ນສົມບູນ 14 ສະຫາຍ, ອອກຂໍ້ຕົກລົງເປີດຮຽນເອກະສານເປີດກວ້າງ ແລະ ກົດລະບຽບພັກໃຫ້ມະຫາຊົນກ້າວໜ້າທັງໝົດ 107 ສະຫາຍ ພ້ອມນັ້ນ, ໄດ້ເອົາໃຈໃສ່ບໍາລຸງກໍ່ສ້າງພະນັກງານ ຕາມທິດສ້າງພະນັກງານ 3 ຮຸ່ນ, ໄດ້ສະເໜີໄດ້ປັບປຸງສັບຊ້ອນພະນັກງານເຂົ້າໃສ່ຕຳແໜ່ງງານຕ່າງໆ ໄດ້ 34 ຕໍາແໜ່ງງານ, ຄົ້ນຄວ້າ ແລະ ສະເໜີການເລື່ອນຊັ້ນ, ທຽບຊັ້ນ ແລະ ຍົກຂັ້ນເງິນເດືອນໃຫ້ພະນັກງານ 239 ສະຫາຍ, ຈັດຕັ້ງປະກາດລຸລ່ວງພະນັກງານບຳນານ 16 ສະຫາຍ ແລະ ອອກອຸດໜູນ 6 ສະຫາຍ.
ນອກນີ້, ຍັງໄດ້ປະຕິບັດນະໂຍບາຍປິ່ນປົວຍາວນານ, ແກ້ໄຂລາພັກປະຈຳປີ ແລະ ນະໂຍບາຍດ້ານຕ່າງໆ ຄຽງຄູ່ກັນນັ້ນ, ກໍໄດ້ນໍາພາອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ເຄື່ອນໄຫວຕາມພາລະບົດບາດໃນການສ້າງຂະບວນການດ້ານຕ່າງໆກັບບັນດາກົມກອງຢ່າງເປັນຂະບວນຟົດຟື້ນ ແລະ ຕໍ່ເນື່ອງ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ