Home / ທິດສະດີຊີ້ນຳ / ກົມໃຫຍ່ເສນາທິການກອງທັບ ປິດການແຂ່ງຂັນກິລາມວນຊົນ

ກົມໃຫຍ່ເສນາທິການກອງທັບ ປິດການແຂ່ງຂັນກິລາມວນຊົນ

ວັນທີ 7 ກຸມພາ 2025 ນີ້, ໄດ້ມີພິທີ ປິດການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ທົ່ວກົມໃຫຍ່ເສນາທິການກອງທັບ, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນຳກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງຂຶ້ນກັບ, ຄູເຝິກ, ກຳມະການຕັດສິນ ແລະ ນັກກິລາ ເຂົ້າຮ່ວມ.
ສະຫາຍ ພັນເອກ ພິມ ວິຈິດວົງສາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ກ່າວວ່າ: ການຈັດຕັ້ງສ້າງຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານໃນຄັ້ງນີ້ ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະແມ່ນຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງຄະນະພັກກົມໃຫຍ່ເສນາທິການກອງທັບ ທີ່ຈະໄຂຂຶ້ນໃນມໍ່ໆ ນີ້ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ໄດ້ຮັບຜົນສຳເລັດ. ການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ໄດ້ດຳເນີນມາ ແຕ່ວັນທີ 26 ທັນວາ 2024- 7 ກຸມພາ 2025 ປະກອບມີ 10 ປະເພດກິລາຄື: ບານສົ່ງຊາຍ, ບານສົ່ງຍິງ, ກະຕໍ້, ເປຕັງຊາວໜຸ່ມຊາຍ, ເປຕັງຊາວໜຸ່ມຍິງ, ເປຕັງອາວຸໂສ, ກິລາການທະຫານນນັກຮົບແຂງແຮງລວມໝູ່, ນັກຮົບແຂງແຮງບຸກຄົນ, ແລ່ນມ້າງປະກອບອາວຸດ AKM ລວມໝູ່ ແລະ ແລ່ນມ້າງປະກອບອາວຸດ AKM ບຸກຄົນ ເຊິ່ງຜົນຂອງການແຂ່ງຂັນມີຄື: ບານສົ່ງຊາຍ ລາງວັນທີ I ໄດ້ແກ່ ກອງພັນ 587, ລາງວັນທີ II ກອງຮ້ອຍ 202, ລາງວັນທີ III ໂຮງຮຽນ307, ລາງວັນທີ IV ສູນບັນຊາ 761; ບານສົ່ງຍິງ ລາງວັນທີ Iກອງພັນ 587, ລາງວັນທີ II ກອງພັນ 214, ລາງວັນທີ III ໂຮງຮຽນ 303, ລາງວັນທີ IV ໂຮງຮຽນ 307; ກິລາກະຕໍ້ ລາງວັນທີ I ກອງພັນ 588, ລາງວັນທີ II ໂຮງຮຽນ 307; ລາງວັນທີ III ໂຮງຮຽນທະຫານຊາຍແດນ 712, ລາງວັນທີ IV ໂຮງພິມກົດລັບ; ກິລາເປຕັງຊາວໜຸ່ມຊາຍ ລາງວັນທີ I ກອງຍິງປືນ 199, ລາງວັນທີ II ກອງພັນ 425, ລາງວັນທີ III ກອງພັນເຄມີ 15, ລາງວັນທີ IV ໂຮງຮຽນທະຫານຊາຍແດນ 712; ກິລາເປຕັງຊາວໜຸ່ມຍິງ ລາງວັນທີ I ກອງພັນ 588, ລາງວັນທີ II ກອງຮ້ອຍ 32, ລາງວັນທີ III ກົມຊ່າງແສງ, ລາງວັນທີIV ກອງກິລາກອງທັບ; ກິລາເປຕັງອາວຸໂສ ລາງວັນທີ I ກອງພັນ 588, ລາງວັນທີ II ກົມປ້ອງກັນອາກາດ, ລາງວັນທີ III ສູນ 986, ລາງວັນທີ IV ກອງຮ້ອຍ 32; ກິລາການທະຫານນັກຮົບແຂງແຮງລວມໝູ່ ລາງວັນທີ I ໂຮງຮຽນ 307, ລາງວັນທີ II ໂຮງຮຽນຊ່າງແສງ, ລາງວັນທີ III ໂຮງຮຽນ 205, ລາງວັນທີ IV ໂຮງຮຽນ 303; ກິລາການທະຫານນັກຮົບແຂງແຮງບຸກຄົນ ລາງວັນທີ I ສິບຕີ ອ໋ອງ ໄຊສົມມອນ ໂຮງຮຽນ 209, ລາງວັນທີ II ສິບເອກ ໄກສອນ ອິນທະວົງ ໂຮງຮຽນ 307, ລາງວັນທີ III ສິບຕີ ມົນທິບ ທອງປະດິດ ໂຮງຮຽນ 307; ກິລາການທະຫານມ້າງປະກອບອາວຸດ AKM ລວມໝູ່ ລາງວັນທີ I ໂຮງຮຽນ 307, ລາງວັນທີ II ໂຮງຮຽນ 205, ລາງວັນທີ III ສູນ 620, ລາງວັນທີ IV ໂຮງຮຽນ 303; ກິລາການທະຫານມ້າງປະກອບອາວຸດ AKM ບຸກຄົນ ລາງວັນທີ I ສິບຕີ ສົມໝາຍ ດີມີໄຊ ໂຮງຮຽນ 303, ລາງວັນທີ II ສິບເອກ ນຸດ ສຸວັນຈັນ ໂຮງຮຽນ 307 ແລະ ລາງວັນທີ III ສິບຕີ ຈັນທະວົງ ຈັນທະໄຊ ໂຮງຮຽນ 205.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps