ວັນທີ 6 ກຸມພາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VII ຮອບທີ 1 ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ຄະນະພັກກົມ, ຫ້ອງການ ແລະ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດສະມາຊິກພັກພາຍໃນກົມເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອທັບ ໄດ້ມາດຖານເງື່ອນໄຂຜູ້ທີ່ຈະສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ປະເທດຊາດ ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ ຄວາມສາມາດ ອັນແນ່ນອນ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີສຸຂະພາບສົມບູນແຂງແຮງດີ. ພ້ອມນັ້ນ, ຍັງໄດ້ອະທິບາຍກ່ຽວກັບເນື້ອໃນບາງຈຸດໃນການຂີດລາຍຊື່ ແລະ ວິທີໃຊ້ສິດໃນການປ່ອນບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ ເພື່ອເປັນເອກະພາບພາຍໃນ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງຕໍ່ ກອງປະຊຸມ ໂດຍໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການທາບທາມເອົາບຸກຄະລາກອນເພື່ອຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ໃຫ້ໄດ້ຕາມຄາດໝາຍ, ຄັດເລືອກໃຫ້ໄດ້ບຸກຄົນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ ຄວາມສາມາດຢ່າງແທ້ຈິງ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ ແລະ ຖືກກັບໂຄງປະກອບຂອງພະນັກງານ 3 ຮຸ່ນ, 3 ປະເພດ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ໃຊ້ສິດຂອງຕົນປ່ອນບັດຄັດເລືອກເອົາບຸກຄະລາກອນທີ່ຈະສະໝັກເຂົ້າເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VII ຮອບທີ 1 ສໍາເລັດຕາມຄາດໝາຍ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ
Home / ທິດສະດີຊີ້ນຳ / ທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບກອງທັບ ສະໄໝທີ VII ຮອບທີ 1