ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າກົມ ແລະ ຮອງຫົວໜ້າຫ້ອງການເມືອງ ທີ່ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 7 ກຸມພາ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກອງ ແລະ ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ເຂົ້າຮ່ວມ.
ສະຫາຍ ພັນເອກ ວົງເພັດ ວົງສາຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າກົມ ແລະ ຮອງຫົວໜ້າຫ້ອງການເມືອງ ທີ່ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ ໃນນັ້ນ, ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ບຸນຄໍາ ສຸນັນທາ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ໄຊຍະສຸກ ແສງປະທິບ ເປັນຮອງຫົວໜ້າກົມຈັດຕັ້ງພັກ, ສະຫາຍ ພັນໂທ ບຸນຍົງ ພົມມະລາ ເປັນຮອງຫົວໜ້າກົມຈັດຕັ້ງພັກ, ສະຫາຍ ພັນໂທ ອິນພອນ ໄຊຍະສິດ ເປັນຮອງຫົວໜ້າກົມພະນັກງານ ແລະ ສະຫາຍ ພັນໂທ ນາງ ພອນສຸກ ກັນຍາວົງ ເປັນຮອງຫົວໜ້າກົມປະກັນສັງຄົມ.
ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຍົກໃຫ້ເຫັນວ່າ: ການປະກາດການແຕ່ງຕັ້ງໜ້າທີ່ ໃນຄັ້ງນີ້ ແມ່ນຄວາມຈຳເປັນພາວະວິໄສ ກໍຄືຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງກອງທັບໃນໄລຍະໃໝ່ ພ້ອມທັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນ ຕາມການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ
Home / ທິດສະດີຊີ້ນຳ / ປະກາດການແຕ່ງຕັ້ງ ຮອງຫົວໜ້າກົມ ແລະ ຮອງຫົວໜ້າຫ້ອງການເມືອງ ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ