ວັນທີ 5 ກຸມພາ 2025 ນີ້, ສະຫາຍ ພົນຈັດຕະວາ ສົມພົງ ແພງປັນຍາ ຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະຢູ່ ກອງປະຕິບັດງານ 219 ໂດຍມີພະແນກທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ໃນພິທີ ຄະນະພັກ-ຄະນະບັນຊາ ກອງປະຕິບັດງານ 219 ໄດ້ລາຍງານບັນດາສະພາບການໂດຍຫຍໍ້ ພ້ອມທັງ ຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ, ການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ການສ້າງກົມກອງແຮກສ່ຽວກັບອຳນາດການປົກຄອງບ້ານ, ສ້າງພະນັກງານຫຼັກແຫຼ່ງແກ່ນສານ, ຕິດຕາມສະພາບຂອງກຸ່ມຄົນບໍ່ດີ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ພ້ອມທັງພະນັກງານກໍ່ສ້າງຮາກຖານ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ແລກປ່ຽນຄໍາຄິດຄຳເຫັນ ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການປະຕິບັດໜ້າທີ່ລົງກໍ່ສ້າງຮາກຖານໃນໄລຍະຜ່ານມາ. ໂອກາດນີ້ ສະຫາຍ ພົນຈັດຕະວາ ສົມພົງ ແພງປັນຍາ ກໍ່ໄດ້ເນັ້ນໜັກໃຫ້ ຄະນະພັກ – ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເອົາໃຈໃສ່ໃນການຫັນລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ສືບຕໍ່ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ລົງແຮກສ່ຽວກັບອຳນາດການປົກຄອງບ້ານ, ພະນັກງານລົງປະຈຳກຸ່ມບ້ານ ໃຫ້ຍົກສູງສິດໜ້າທີ່ພາລະບົດບາດ, ສ້າງພະນັກງານຫຼັກແຫຼ່ງແກ່ນສານ, ປະສານສົມທົບກັບ ປກສ ກຸ່ມ, ອົງການປົກຄອງບ້ານ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເຮັດໃຫ້ສະພາບໃນຂອບເຂດຕົນຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ
Home / ທິດສະດີຊີ້ນຳ / ຫົວໜ້າ ກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ລົງຊຸກຍູ້ວຽກງານກໍ່ສ້າງຮາກຖານ ຢູ່ກອງປະຕິບັດງານ 219