ວັນທີ 11 ກຸມພາ 2025, ຢູ່ທີ່ຫ້ອງວ່າການປົກຄອງແຂວງໄຊສົມບູນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຮອງປະທານ, ຜູ້ປະຈຳການ ຄະນະກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງແຂວງໄຊສົມບູນ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງ ແຂວງໄຊສົມບູນ, ນາຍ ແລະ ພົນທະຫານ-ຕຳຫຼວດ ແລະ ພະນັກງານຫຼັກແຫຼ່ງ ຂອງແຂວງ ເຂົ້າຮ່ວມ.
ທ່ານ ເຈົ້າແຂວງ ແຂວງໄຊສົມບູນ ໄດ້ຕາງໜ້າຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງໄຊສົມບູນ ກ່າວຕ້ອນຮັບ ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຫຼັງຈາກນັ້ນ, ໄດ້ລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນແຂວງໃນໄລຍະ 1 ປີ ຜ່ານມາ ເຊິ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຄຽງຄູ່ກັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ບັນດານິຕິກຳຕ່າງໆ ທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ຢ່າງເປັນຂະບວນກວ້າງຂວາງ ສາມາດຮັບປະກັນເຮັດໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງທີ່ເຂັ້ມແຂງ, ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ; ສ້າງຄອບຄົວ ແລະ ບ້ານປ້ອງຊາດເຂັ້ມແຂງໄດ້ 5 ບ້ານ, ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໄດ້ 12 ບ້ານ; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນການລັກລອບຂຸດຄົ້ນແຮ່ຄໍາ, ຕັດໄມ້, ຂີ້ລັກງັດແງະ, ບັນຫາອຸບັດຕິເຫດ ແລະ ອື່ນໆ ຫຼຸດໜ້ອຍຖອຍລົງ. ພ້ອມກັນນັ້ນ, ໄດ້ເປັນເຈົ້າການສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ ຄັ້ງທີ IX ຂອງລັດຖະບານ ເວົ້າລວມ, ເວົ້າສະເພາະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນປະຈຳປີ 2024 ຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດດຳລັດ 414/ລບ ແລະ 2 ວາລະແຫ່ງຊາດ ເຮັດໃຫ້ເສດຖະກິດ ມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຢູ່ໃນລະດັບ 8%, ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 264,11% ຂອງແຜນການປີ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 66,40%; ດ້ານກະສິກໍາ ໄດ້ຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນຕົ້ນຕໍແມ່ນ ການປູກຝັງລ້ຽງສັດ ແລະ ອື່ນໆ ພ້ອມນີ້, ຍັງໄດ້ເອົາໃຈໃສ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກທົ່ວແຂວງ ປັດຈຸບັນ ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ບັນດາຮາກຖານພັກອ້ອມຂ້າງເມືອງ 5 ເມືອງ ແລະ ຮາກຖານພັກບ້ານທົ່ວແຂວງ 100%.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມໃຫ້ທິດຊີ້ນຳ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ທີ່ໄດ້ມີຄວາມພະຍາຍາມປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ພາຍໃນແຂວງ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງແຂວງ ມີຜົນສຳເລັດໃນຫຼາຍດ້ານ. ພ້ອມນັ້ນ, ໄດ້ເນັ້ນໜັກໃຫ້ການນຳແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ສຸມໃສ່ວຽກງານຈຳນວນໜຶ່ງ ເປັນຕົ້ນແມ່ນກັນປະຕິບັດແນວທາງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ທົ່ວປ່ວງຊົນ ຮອບດ້ານຢ່າງໜັກແໜ້ນ; ເອົາໃຈໃສ່ ຕໍ່ຕ້ານກົນອຸບາຍ ແລະ ຍຸດທະສາດເຄື່ອນໄຫວຂອງກຳລັງປໍລະປັກ, ກຸ່ມຄົນບໍ່ດີ; ຮັບປະກັນໃຫ້ແຂວງມີຄວາມສະຫງົບ ມີສະຖຽນລະພາບທາງການເມືອງ ຢ່າງໜັກແໜ້ນ ສັງຄວາມມີຄວາມເປັນລະບຽບຮຽບຮ້ອຍ; ສືບຕໍ່ຮັບປະກັນໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ເຂັ້ມແຂງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ປະຕິບັດວາລະແຫ່ງຊາດ ດ້ວຍການຫັນພະນັກງານ-ນັກຮົບຂອງສອງກໍາລັງ ສົມທົບກັບພະນັກງານ-ລັດຖະກອນຝ່າຍປົກຄອງຂັ້ນແຂວງ, ຂັ້ນເມືອງ ລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ; ສຸມໃສ່ສ້າງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນຮາກຖານບ້ານໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ຕິດພັນກັບວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ຍູ້ແຮງວຽກງານສາມສ້າງ; ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕິດພັນກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສດຕິດໃຫ້ບັນລຸແຜນທີ່ວາງໄວ້; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ປີ 2025 ຕິດພັນກັບດຳລັດ 414/ລບ ແລະ 2 ວາລະແຫ່ງຊາດ ໃຫ້ບັນລຸຕາມແຜນການທີ່ວາງໄວ້; ສືບຕໍ່ຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ບັນລຸຕາມຄາດໝາຍທີ່ລັດຖະບານກໍານົດໃຫ້, ຄຸ້ມຄອງລາຍຈ່າຍງົບປະມານໃຫ້ບັນລຸຕາມແຜນ ພ້ອມທັງອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານ, ສະກັດກັ້ນ ແລະ ຕ້ານການໃຊ້ຈ່າຍເງິນ ບໍລິຫານທີ່ເຫັນວ່າບໍ່ຈໍາເປັນ ບົນພື້ນຖານການປະຢັດມັດທະຍັດ ໂດຍຍົກສູງມາດຕະການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ສືບຕໍ່ຊຸກຍູ້-ສົ່ງເສີມການປູກ-ການລ້ຽງເປັນສິນຄ້າທົດແທນການນໍາເຂົ້າໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ຕິດພັນກັບການຈັດສັນທີ່ດິນກະສິກຳ ແລະ ປ່າໄມ້ ໃຫ້ເປັນລະບົບ; ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ເພື່ອໃຫ້ມາລົງທຶນຢູ່ແຂວງຕື່ມ. ໃນໂອກາດທີ່ທ່ານ ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະເດີນທາງມາເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງໄຊສົມບູນ ຄັ້ງນີ້ ຍັງໄດ້ໄປຢ້ຽມຢາມໂຮງງານ ຂອງບໍລິສັດ ຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ ເຊິ່ງໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານຂອງໂຮງງານດັ່ງກ່າວ, ພ້ອມທັງໃຫ້ທິດຊີ້ນຳຕໍ່ການຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າ ໃຫ້ຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມສະດວກສະບາຍ ແນ່ໃສການຮັກສາຜົນສະທ້ອນຕໍ່ສິ່ງແວດລ້ອມ ແລະ ທຳມະຊາດໃຫ້ຕ່ຳທີ່ສຸດ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ