Home / ທິດສະດີຊີ້ນຳ / ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຕ້ອນຮັບການເຂົ້າພົບປະ ຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ ຣັດເຊຍ

ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຕ້ອນຮັບການເຂົ້າພົບປະ ຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ ຣັດເຊຍ

ວັນທີ 11 ກຸມພາ 2025 ນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ, ໄດ້ຕ້ອນຮັບການເຂົ້າພົບປະ ຂອງສະຫາຍ ພົນຕີ ກຣາເຢັບ ດີມິດຕີຣ ຫົວໜ້າຫ້ອງການ ຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວສະແດງຄວາມຍີນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ພົນຕີ ກຣາເຢັບ ດີມິດຕຣີ ພ້ອມຄະນະ ທີ່ເຂົ້າພົບປະຢ້ຽມຢາມຄັ້ງນີ້ ເຊິ່ງໄດ້ນຳເອົາຄວາມສາມັກຄີຮັກແພງອັນສະໜິດສະໜົມອົບອຸ່ນ, ໄມຕີຈິດ, ມິດຕະພາບອັນດູດດື່ມມາສູ່ ສອງຊາດ, ສອງກອງທັບ ລາວ-ສ ຣັດເຊຍ, ເວົ້າລວມ ເວົ້າສະເພາະ ກໍຄືກົມໃຫຍ່ເສນາທິການກອງທັບ, ຕະຫຼອດໃນໄລຍະຜ່ານມາ, ກອງທັບ ສ ຣັດເຊຍ ໄດ້ມີການຮ່ວມມື ແລະ ຊ່ວຍເຫຼືອກອງທັບປະຊາຊົນລາວ ຢ່າງຫຼວງຫຼາຍໃນຂະບວນການຕໍ່ສູ້ປົດປ່ອຍຊາດ ໄດ້ຮັບການຊ່ວຍເຫຼືອ ທາງດ້ານເຕັກນິກການທະຫານ, ການເຝິກອົບຮົມ-ຫັດແອບ ແລະ ເຂົ້າຮ່ວມການຊ້ອມຮົບລະຫວ່າງ ລາວ-ຣັດເຊຍ ເຊິ່ງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສອງຊາດ, ສອງກອງທັບ, ເວົ້າລວມ ເວົ້າສະເພາະ ກໍຄືກົມໃຫຍ່ເສນາທິການກອງທັບ ລາວ-ຣັດເຊຍ ໃຫ້ນັບມື້ເກີດດອກອອກຜົນ ແລະ ມີຄວາມສໍາພັນທີ່ດີຕໍ່ກັນ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps