Home / ທິດສະດີຊີ້ນຳ / ສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 1 ຄົບຮອບ 40 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 1 ຄົບຮອບ 40 ປີ

ຄົບຮອບ 40 ປີ (12 ກຸມພາ 1985-12 ກຸມພາ 2025) ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຮອບດ້ານ ບົນເສັ້ນທາງປະຫວັດສາດແຫ່ງການປະຕິວັດ ຂອງກອງພົນທີ 1 ດັ່ງນັ້ນ, ໃນວັນທີ 12 ກຸມພາ 2025 ນີ້, ກອງພົນທີ 1 ໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ1 ຄົບຮອບ 40 ປີ ຂຶ້ນຢ່າງສະຫງ່າຜ່າເຜີຍ ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີການນໍາແຂວງວຽງຈັນ, ແຂວງໄຊສົມບູນ, ບັນດາອົງການກົມໃຫຍ່, ກົມ, ກໍາລັງຫຼວງ, ກໍາລັງທ້ອງຖິ່ນ, ອົງການປົກຄອງເມືອງວັງວຽງ, ຕົວແທນວີລະຊົນແຫ່ງຊາດ, ພະນັກງານອາວຸໂສບໍານານ, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທົ່ວກອງພົນ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາຊາວ ລິນທະກຸນແກ້ວ ຫົວໜ້າການທະຫານ ກອງພົນທີ 1 ໄດ້ຫວນຄືນມູນເຊື້ອປະຫວັດການກໍາເນີດ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ບົນຍ່ານທາງແຫ່ງການປະຕິວັດຊາດ ປະຊາທິປະໄຕ ຂອງກອງພົນທີ 1 ຕະຫຼອດໄລຍະ 40 ປີ. ກອງພົນທີ 1 ແມ່ນກອງກໍາລັງເຄື່ອນທີ່ ຂອງກະຊວງປ້ອງກັນປະເທດ, ສ້າງຕັ້ງຂຶ້ນໃນວັນທີ 12 ກຸມພາ 1985; ການສ້າງຕັ້ງກອງພົນທີ 1 ແມ່ນການເຕົ້າໂຮມເອົາບັນດາກົມກອງ ທີ່ເຄີຍເຮັດໜ້າທີ່ເຄື່ອນໄຫວສູ້ຮົບຕ້ານການຮຸກຮານ ຂອງຈັກກະພັດຕ່າງດ້າວທີ່ຮັ່ງມີເຂັ້ມແຂງ, ມີພາຫະນະ ແລະ ອາວຸດທີ່ທັນສະໄໝ; ບັນດາກົມກອງດັ່ງກ່າວ, ເຄີຍມີມູນເຊື້ອ ສູ້ຮົບພິລະອາດຫານ, ທໍລະຫົດອົດທົນ, ມີຜົນງານໂດດເດັ່ນໃນຫຼາຍດ້ານ ແລະ ໄດ້ສ້າງວີລະກໍາອັນລືຊື່ໃນຫຼາຍບັ້ນຮົບ. ພາຍຫຼັງກອງພົນທີ 1 ໄດ້ຮັບການສ້າງຂຶ້ນ ໄດ້ຮັບການມອບໝາຍໃຫ້ເຮັດໜ້າທີ່ປົກປັກຮັກສາ ນະຄອນຫຼວງວຽງຈັນ, ປັດຈຸບັນແມ່ນເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບຢູ່ເຂດໃຈກາງຂອງປະເທດ ເພື່ອຕອບຕ້ານ ແລະ ທັບມ້າງ, ຂັບໄລ່ພວກກອງປຸ້ນທີ່ຍັງເລື່ອນລອຍຢູ່ພູຜາປ່າດົງເຂດທຸລະການດານ. ບົນພື້ນຖານຄວາມຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນອັນດູດດື່ມ, ຄຽດແຄ້ນສັດຕູຜູ້ຮຸກຮານ, ຍອມເສຍສະຫຼະຊີວິດ ແລະ ເລືອດເນື້ອເຫື່ອແຮງ ເພື່ອຄວາມສົມບູນພູນສຸກ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ແກ່ປະຊາຊົນບັນດາເຜົ່າ; ບັນດາພະນັກງານ-ນັກຮົບກອງພົນທີ 1 ໄດ້ຕໍ່ສູ້ກັັບອຸປະສັກນານາປະການ ຢ່າງລະອິດລະອ້ຽວ, ດຸເດືອດຂ້ຽວຂາດ, ຢຶດໝັ້ນຕໍ່ການປະຕິວັດ ທົນທານໜຽວແໜ້ນ ເຮັດໃຫ້ການປະຕິບັດໜ້າທີ່ສຸດທີ່ສໍາຄັນນີ້ ບັນລຸຜົນສໍາເລັດ. ຈາກຜົນງານ ແລະ ໄຊຊະນະດັ່ງກ່າວ ໄດ້ມີຫຼາຍກົມກອງລວມໝູ່ ໄດ້ຮັບນາມມະຍົດເປັນກອງວີລະຊົນ ແລະ ມີ 3 ສະຫາຍ ໄດ້ຮັບນາມມະຍົດເປັນວີລະຊົນແຫ່ງຊາດ, ມີຫຼາຍສະຫາຍໄດ້ກາຍເປັນນັກຮົບແຂ່ງຂັນ ພ້ອມນັ້ນ, ຍັງມີພະນັກງານ-ນັກຮົບຈໍານວນຫຼວງຫຼາຍ ໄດ້ຮັບຫຼຽນໄຊອິດສະຫຼະ, ຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍສັນລະເສີນຕ່າງໆ ຢ່າງຫຼວງຫຼາຍ. ຕະຫຼອດໄລຍະ 40 ປີ ທີ່ຜ່ານມາ, ໂດຍພາຍໃຕ້ການນໍາພາ-ຊີ້ນໍາເດັດຂາດ ໂດຍກົງ ຮອບດ້ານ ຈາກພັກ ກໍຄືກະຊວງປ້ອງກັນປະເທດ ແລະ ການນໍາພາ ຂອງຄະນະພັກ-ຄະນະບັນຊາກອງພົນ ເຮັດໃຫ້ພະນັກງານ-ນັກຮົບທົ່ວກົມກອງ ມີຄວາມສາມັກຄີຢ່າງແໜ້ນແຟ້ນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ມີແນວຄິດການເມືອງໜັກແໜ້ນ, ມີຄວາມບໍລິສຸດສັດຊື່ ແລະ ຈົງຮັກພັກດີຕໍ່ປະເທດຊາດ, ເປັນເຈົ້າການນໍາພາ-ຊີ້ນໍາ ແລະຈັ ດຕັ້ງປະຕິບັດທຸກມະຕິ, ຄໍາສັ່ງຂອງຂັ້ນເທິງ ແລະ ບັນດາຂໍ້ກໍານົດ, ກົດລະບຽບຕ່າງໆ ຂອງກອງທັບ ກໍຄືຂອງກົມກອງວາງອອກຢ່າງເຂັ້ມງວດ; ມີຈິດໃຈອົດທົນບຸກບືນຜ່ານຜ່າຄວາມຫຍຸ້ງຍາກ, ມີນໍ້າໃນຟົດຟື້ນປະຕິວັດ, ມີແບບແຜນດໍາລົງຊີວິດຖືກຕ້ອງ, ສາມາດກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ເພື່ອຄວາມຢູ່ເຢັນເປັນສຸກ ຂອງປະຊາຊົນບັນດາເຜົ່າ, ເພື່ອຄວາມຮຸ່ງເຮືອງສີວິໄລຂອງປະເທດຊາດ, ເພື່ອຄວາມເຕີບໃຫຍ່ເຂັ້ມແຂງ ຂອງກອງທັບປະຊາຊົນລາວ ພະນັກງານ-ນັກຮົບກອງພົນທີ 1 ຈະພ້ອມກັນບຸກໜ້າກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ເພື່ອຍ້ອງຍໍສັນລະເສີນຜົນງານ 40 ປີ ທີ່ກອງພົນທີ 1 ແລະ ກົມກອງທີ່ຂຶ້ນກັບ ໄດ້ປະກອບສ່ວນໃນການສ້າງຂະບວນການແຂ່ງຂັນປະຕິບັດໜ້າທີ່ ແລະ ສໍາເລັດຕາມແຜນການ ກະຊວງປ້ອງກັນປະເທດ ຕົກລົງມອບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ແກ່ກອງພົນທີ 1 ແລະ ກອງພັນໃຫຍ່ 101, ມອບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ 8 ກົມກອງຂຶ້ນກັບ, ມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ 20 ກົມກອງ ແລະ ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ຈໍານວນ 42 ກົມກອງ.
ໂອກາດອັນສະຫງ່າລາສີນີ້; ສະຫາຍ ພົນຕີ ວົງສອນ ອິນປານພິມ ຕາງໜ້າກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ການເມືອງກອງທັບ ໄດ້ສະແດງຄວາມຍ້ອງຍໍເສີນລະເສີນ ແລະ ຕີລາຄາສູງຕໍ່ຜົນງານການນໍາພາ ແລະ ຜົນສໍາເລັດອັນຍິ່ງໃຫຍ່ ທີ່ຄະນະພັກ-ຄະນະບັນຊາກອງພົນ ແລະ ບັນດາອົງການ, ກົມກອງ ຕະຫຼອດຮອດນາຍ ແລະ ພົນທະຫານ ທີ່ໄດ້ພ້ອມກັນຕັ້ງໜ້າເຮັດໜ້າທີ່ອັນມີກຽດສະຫງ່າຂອງຕົນ ຕະຫຼອດໄລຍະ 40 ປີຜ່ານມາ. ພ້ອມທັງ ເນັ້ນໜັກໃຫ້ສືບຕໍ່ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ຕິດພັນກັບວຽກງານ 3 ສ້າງ; ຕ້ອງຮັບປະກັນໃຫ້ປະເທດຊາດ ກໍຄືຂອບເຂດຮັບຜິດຊອບຂອງກອງພົນ ມີສະຖຽນລະພາບດ້ານການເມືອງ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ດ້ວຍມາດຕະການຍຸດທະສາດ ຫັນລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ຮອບດ້ານ; ຕັ້ງໜ້າປັບປຸງກໍ່ສ້າງກອງທັບ, ກໍ່ສ້າງກົມກອງ ຢ່າງຮອບດ້ານ, ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໂດຍຖືເອົາຄຸນນະພາບເປັນກົກ; ເອົາໃຈໃສ່ວຽກງານອົບຮົມ-ຫັດແອບໃຫ້ມີຄວາມຊໍານິຊໍານານ, ມີສະຕິກຽມພ້ອມສູ້ຮົບ ແລະ ສູ້ຮົມມີໄຊຢູ່ສະເໝີ; ອອກແຮງສ້າງມານະຈິດບຸກ ເພື່ອສ້າງການຫັນປ່ຽນໃໝ່ທີ່ດີຂຶ້ນ; ສຸມໃສ່ກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ເປັນລະບົບຕໍ່ເນື່ອງ; ເອົາໃຈໃສ່ວຽກງານປ້ອງກັນພັກ, ປ້ອງກັນພະນັກງານ, ສ້າງໃຫ້ໄດ້ກອງ 3 ປອດ, ເດັດດ່ຽວຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃຫ້ທັນການ; ເພີ່ມທະວີການພົວພັນຮ່ວມມືກັບກອງທັບບັນດາປະເທດເພື່ອນມິດຍຸດທະສາດ ພ້ອມທັງເອົາໃຈໃສ່ພົວພັນແລກປ່ຽນບົດຮຽນກັບກົມກອງເພື່ອນ, ຕະຫຼອດເຖິງອົງການປົກຄອງທ້ອງຖິ່ນ, ປະຊາຊົນບັນດາເຜົ່າອ້ອມຂ້າງ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອໃນດ້ານຕ່າງໆ ມາປັບປຸງກໍ່ສ້າງກົມກອງ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps