ໃນລະຫວ່າງວັນທີ 17-18 ກຸມພາ 2025 ນີ້, ສະຫາຍ ພັນຕີ ເຊົາດັດໂຕບ ອາເລັກຊັນເດຣີ ຢູຣິແຢວິດ ຜູູ້ຮັບຜິດຊອບວຽກງານອົບຮົມ ກຳລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ໄດ້ຫັດແອບປະຕິບັດຕົວຈິງພາກສະໜາມ ວິຊາຈັກກວດຕຶ້ນ ໃຫ້ນັກເຝິກອົບຮົມເຫຼົ່າຮົບຊ່າງແສງກອງທັບ ປະຊາຊົນ ລາວ ຢູ່ເມືອງວຽງໄຊ ແຂວງ ຫົວພັນ.
ການຫັດແອບປະຕິບັດຕົວຈິງພາກສະໜາມ ວິຊາຈັກກວດຕຶ້ນຄັ້ງນີ້ ແນໃສໃຫ້ນັກເຝິກອົບຮົມເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ເຂົ້າໃຈທາງດ້ານທິດສະດີ, ຫຼັກການ ໃນການກະກຽມເຂົ້າສູ່ໜ້າວຽກ, ການນຳໃຊ້ອຸປະກອນເຄື່ອງມືທີ່ທັນສະໄໝ, ບາດກ້າວຂອງການກວດກູ້, ເຊິ່ງໄດ້ອະທິບາຍຕາມແຕ່ລະຂັ້ນຕອນໃຫ້ນັກເຝິກອົບຮົມເຂົ້າໃຈງ່າຍ, ທັງເປັນການຍົກລະດັບໃຫ້ນັກເຝິກອົບຮົມ ພະນັກງານ, ວິຊາການກວດກູ້ລະເບີດບໍ່ທັນແຕກກອງທັບປະຊາຊົນລາວ ກຳໄດ້ທາງດ້ານເນື້ອໃນ, ທິດສະດີ, ຫຼັກການ ມີຄວາມຮູ້ຄວາມສາມາດໃນລະດັບທີແນ່ນອນ ແລະ ກຽມພ້ອມເຮັດສໍາເລັດໜ້າການເມືອງທີ່ໄດ້ຮັບມອບໝາຍ. ບັນດານັກເຝິກອົບຮົມແຕ່ລະສະຫາຍໄດ້ເອົາໃຈໃສ່ສຶກສາຄົ້ນຄ້ວາ, ຫ້າວຫັນຕໍ່ການອົບຮົມຫັດແອບ, ກໍາແໜ້ນທາງດ້ານທິດສະດີ, ຫຼັກການ ມີຄວາມກະຕືລືລົ້ນຍາດແຍ່ງເອົາບົດຮຽນຈາກຊ່ຽວຊານ ແລະ ປະສົບການຈາກຄູເຝິກ ເພື່ອນຳໄປໝູນໃຊ້ຈັດຕັ້ງປະຕິບັດຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານຂອງເຫຼົ່າຮົບຊ່າງແສງໃຫ້ໄດ້ຮັບຜົນດີ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ