ວັນທີ 17 ກຸມພາ 2025 ນີ້, ທີ່ເດີ່ນກິລາຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ເປີດຂະບວນການແຂ່ງຂັນກິລາ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ບໍລິສັດ, ລັດວິສາຫະກິດ, ພະນັກງານ-ນັກຮົບ ແລະ ນັກກິລາ ເຂົ້າຮ່ວມ.
ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ຜ່ານແຜນການ ແລະ ການກະກຽມຄວາມພ້ອມ ເປີດຂະບວນການແຂ່ງຂັນກິລາ ໂດຍປະຕິບັດຕາມແຜນການແຂ່ງຂັນກິລາ ທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ ເພື່ອເປັນການສ້າງບັນຍາກາດ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນ ແລະ ແຂງແຮງ ແລະ ຕໍ່ເນື່ອງ, ມີຈິດໃຈເບີກບານມ່ວນຊື່ນ, ຫັນມາຫຼິ້ນກິລາໃຫ້ກວ້າງຂວາງ ແລະ ເພື່ອເຮັດໃຫ້ສຸຂະພາບແຂງແຮງ, ເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງຂັ້ນເທິງ-ຂັ້ນລຸ່ມ, ກົມກອງກັບກົມກອງ, ພະນັກງານ-ນັກຮົບ ແລະ ນັກກິລາດ້ວຍກັນໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນ ທັງເປັນການພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ສໍາລັບກິລາທີ່ນໍາມາແຂ່ງຂັນໃນຄັ້ງນີ້ ມີ 2 ປະເພດຄື: ກິລາບານສົ່ງ ແລະ ກິລາເປຕັງ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ