ພິທີ ມອບໃບຢັ້ງຢືນໃຫ້ນັກເຝິກອົບຮົມວິຊາການຮັບປະກັນເຕັກນິກ, ການນໍາໃຊ້ ແລະ ບຳລຸງຮັກສາລົດຕັງ T-72 b1MC ໄລຍະສັ້ນ 3 ເດືອນ ຂອງກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ພູວຽງ ສອນສົມໃຈ ຫົວໜ້າກົມລົດຕັງ-ຍານເກາະ, ມີຜູ້ຕາງໜ້າກົມເຕັກນິກເຫຼົ່າຮົບ, ກອງພັນໃຫຍ່ 661, ສູນເຝິກ 620, ອາຈານ ຈາກ ສ ຣັດເຊຍ, ພະແນກການ ຂອງກົມລົດຕັງ-ຍານເກາະ ພ້ອມດ້ວຍນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນໂທ ກິນ້ອຍ ວາດສະໜາ ຫົວໜ້າພະແນກອົບຮົມ-ສູ້ຮົບ ກົມລົດຕັງ-ຍານເກາະ ໄດ້ຜ່ານບົດສະຫຼຸບການອົບຮົມວຽກງານອົບຮົມໃຫ້ວິຊາການຮັບປະກັນເຕັກນິກ, ນໍາໃຊ້ ແລະ ການບຳລຸງຮັກສາ ລົດຕັງ T-72 b1MC ແມ່ນໜ້າທີ່ໃຈກາງຂອງກົມລົດຕັງ-ຍານເກາະ ໃນການຈັດຕັ້ງປະຕິບັດສ້າງແຜນການອົບຮົມລະບົບບຳລຸງຮັກສາລົດຕັງ T-72 b1MC ໄລຍະສັ້ນ 3 ເດືອນ ຂອງກົມລົດຕັງ-ຍານເກາະ ເພື່ອປະກອບສ່ວນໃຫ້ແກ່ກອງທັບປະຊາຊົນລາວ ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນທາງດ້ານພາວະວິໄສ ໃນການກໍ່ສ້າງກໍາລັງປະກອບອາວຸດປ້ອງກັນຊາດ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ມີລະບຽບແບບແຜນທັນສະໄໝ, ແນໃສ່ຕອບສະໜອງໜ້າທີ່ການເມືອງ ຂອງພັກ-ລັດ, ຂອງກອງທັບ ໃນສະເພາະໜ້າ ແລະ ຍາວນານ ເຊິ່ງເນື້ອໃນອົບຮົມທັງໝົດ 276 ຊົ່ວໂມງ ໃນນີ້, ອົບຮົມວິຊາເຕັກນິກລົດສູ້ຮົບ ລົດຕັງ T-72 b1MC 168 ຊົ່ວໂມງ, ວິຊາຍຸດທະສິນ ລົດຕັງ T-72 b1MC 24 ຊົ່ວໂມງ (ພາກທິດສະດີ), ວິຊາຍຸດທະສິນ ລົດຕັງ T-72 b1MC 60 ຊົ່ວໂມງ (ພາກສະໜາມຍິງລູກປືນແທ້), ວິຊາຂັບຂີ່ ລົດຕັງ T-72 b1MC 24 ຊົ່ວໂມງ (ພາກທິດສະດີ+ພາກປະຕິບັດຕົວຈິງ), ຜົນໄດ້ຮັບໃນແຕ່ລະວິຊາຮຽນ: ວິຊາຍຸດທະສິນ 96%, ວິຊາເຕັກນິກລົດສູ້ຮົບ 97%, ວິຊາຂັບຂີ່ 99%, ຜົນໄດ້ຮັບຄິດໄລ່ເປັນເກຣດ: ເກຣດ A ມີ 4 ສະຫາຍ, ເກຣດ B ມີ 9 ສະຫາຍ ແລະ ເກຣດ C ມີ 2 ສະຫາຍ.
ພ້ອມນັ້ນ, ຜູ້ຕາງໜ້າອາຈານສອນຈາກ ສ ຣັດເຊຍ ໄດ້ມີຄໍາເຫັນຕໍ່ການເຝິກອົບຮົມ ໄລຍະ 3 ເດືອນ ສໍາເລັດຕາມແຜນການ ແລະ ຄາດໝາຍທີ່ວາງໄວ້. ຈາກນັ້ນ, ສະຫາຍ ພັນເອກ ພູວຽງ ສອນສົມໃຈ ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກເຝິກອົບ ຈໍານວນ 15 ສະຫາຍ ຢ່າງສົມກຽດ ແລະ ມອບຂອງຂວັນທີ່ລະນຶກໃຫ້ຄູສອນຈາກ ສ ຣັດເຊຍ ສ່ວນນັກເຝິກອົບຮົມຜູ້ດີເດັ່ນ ຈໍານວນ 7 ສະຫາຍ ກໍໄດ້ຮັບຂອງຂວັນທີ່ລະນຶກຈາກອາຈານສອນ ສ ຣັດເຊຍ ອີກດ້ວຍ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ
Home / ທິດສະດີຊີ້ນຳ / ມອບໃບຢັ້ງຢືນໃຫ້ນັກເຝິກອົບຮົມວິຊາການຮັບປະກັນເຕັກນິກ, ການນໍາໃຊ້ ແລະ ບໍາລຸງຮັກສາລົດຕັງ T-72 b1MC ໄລຍະສັ້ນ 3 ເດືອນ