Home / ທິດສະດີຊີ້ນຳ / ໂຮງຮຽນກໍ່ສ້າງນາຍສິບເລກ 1 ປິດການຮຽນ-ການສອນ ໃຫ້ນັກຮຽນບຳລຸງການທະຫານ ລະບົບ 6 ເດືອນ

ໂຮງຮຽນກໍ່ສ້າງນາຍສິບເລກ 1 ປິດການຮຽນ-ການສອນ ໃຫ້ນັກຮຽນບຳລຸງການທະຫານ ລະບົບ 6 ເດືອນ

ວັນທີ 28 ກຸມພາ 2025 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ປິດການຮຽນໃຫ້ນັກຮຽນບໍາລຸງການທະຫານ ລະບົບ 6 ເດືອນ ຊຸດທີ 11 ຢູ່ທີ່ເດີ່ນຜາມໄຊໂຮງຮຽນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບົວວັນ ພົມມະເພັງ ຫົວໜ້າການທະຫານໂຮງຮຽນ, ໂດຍມີ ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນ, ມີກົມໂຮງຮຽນ, ກົມພະນັກງານ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, 4 ກອງພັນ ແລະ ນັກຮຽນບຳລຸງການທະຫານ ຊຸດທີ 11 ເຂົ້າຮ່ວມ.
ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ຫົວໜ້າຫ້ອງອົບຮົມໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ສະຫຼຸບຕີລາຄາຄືນຜົນສຳເລັດການຈັດຕັ້ງປະຕິບັດໂຄງການ ອົບຮົມ-ຫັດແອບ ການຮຽນ-ການສອນຂອງນັກຮຽນບຳລຸງການທະຫານ 6 ເດືອນ ຊຸດທີ 11 ສົກຮຽນ 2024-2025 ເຫັນວ່າ: ຄະນະພັກ-ຄະນະບັນຊາ, ພະນັກງານຄູ-ອາຈານ ໄດ້ເອົາໃຈໃສ່ປະຕິບັດຕາມແຜນການຮຽນ-ການສອນ ຖືກຕ້ອງຕາມໂຄງການຫຼັກສູດທີ່ກົມໂຮງຮຽນ ກົມໃຫຍ່ເສນາທິການວາງອອກ ແລະ ກະກຽມບັນດາເນື້ອໃນເອກະສານຢ່າງຄົບຖ້ວນທັນເວລາ, ຖືເອົາການຂຶ້ນຫ້ອງອົບຮົມ, ສິດສອນທາງດ້ານທິດສະດີຫຼັກການເປັນຈຸດໜັກ, ເອົາການຫັດແອບຕົວຈິງເປັນສຳຄັນ ແລະ ເອົາການຄົ້ນຄວ້າທວນຄືນ, ສອບເສັງໃນແຕ່ລະວິຊາເປັນໄມ້ຫຼາວັດແທກຄວາມຮູ້, ຄວາມສາມາດ. ຕະຫຼອດໄລຍະສຶກສາຮໍ່າຮຽນ ເຊິ່ງເລີ່ມແຕ່ວັນທີ 2 ກັນຍາ 2024 ເຖິງ 28 ກຸມພາ 2025, ມີນັກຮຽນທັງໝົດ 100 ສະຫາຍ, ມາຈາກກຳລັງຫຼວງ 70 ສະຫາຍ, ກຳລັງທ້ອງຖິ່ນ 30 ສະຫາຍ, ວິຊາຮຽນ 16 ວິຊາ, ສອບເສັງຈົບຊັ້ນ 4 ວິຊາ, ຜົນໄດ້ຮັບຄະແນນຮຽນແຕ່ລະວິຊາລວມທັງໝົດ 12.775 ຄະແນນ, ຄະແນນດີເລີດ 55 ສະຫາຍ ເທົ່າກັບ 55% ແລະ ຄະແນນດີ 45 ສະຫາຍ ເທົ່າກັບ 45% ຕີລາຄາລະດັບການຮຽນໄດ້ຂັ້ນກາງ.
ສະຫາຍ ພັນເອກ ບົວວັນ ພົມມະເພັງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດອັນຈົບງາມ ທີ່ຄະນະພັກ-ຄະນະອຳນວຍການ, ພະນັກງານຄູ-ອາຈານ ແລະ ນັກຮຽນ ໄດ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າມີຄວາມຮັບຜິດຊອບສູງ ແລະ ຮຽກຮ້ອງມາຍັງທຸກພາກສ່ວນສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ມີຄວາມໜັກແໜ້ນຕັ້ງໜ້າຮໍ່າຮຽນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີຄວາມຮັບຮູ້ເຊື່ອມຊືມຕໍ່ໜ້າທີ່ການເມືອງຂອງຕົນ, ສ່ວນນັກຮຽນພາຍຫຼັງທີ່ກັບຄືນສູ່ກົມກອງຈົ່ງພ້ອມກັນນຳເອົາບົດຮຽນ, ຄວາມຮູ້ທີ່ໄດ້ຜ່ານໃນຄັ້ງນີ້ໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ເພື່ອສ້າງຕົນເອງໃຫ້ກາຍເປັນພະນັກງານສືບທອດທີ່ດີໃນອະນາຄົດ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps