Home / ທິດສະດີຊີ້ນຳ / ພະແນກສະຫະພັນແມ່ຍິງ ກມທ ສ້າງຂະບວນການຍ່າງເພື່ອສຸຂະພາບ

ພະແນກສະຫະພັນແມ່ຍິງ ກມທ ສ້າງຂະບວນການຍ່າງເພື່ອສຸຂະພາບ

ວັນທີ 4 ມີນາ 2025 ນີ້, ພະແນກສະຫະພັນແມ່ຍິງ ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ສ້າງຂະບວນການຍ່າງເພື່ອສຸຂະພາບ ແລະ ເຕັ້ນແອໂຣບິກ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ (8 ມີນາ 1910-8 ມີນາ 2025) ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ, ຜູ້ຕາງໜ້າກົມ, ຫ້ອງການ, ກອງ, ມີຄະນະຫ້ອງການສະຫະພັນແມ່ຍິງ ກອງທັບ, ສະຫະພັນແມ່ຍິງ ບັນດາກອງອ້ອມຂ້າງກະຊວງປ້ອງກັນປະເທດ ຕະຫຼອດຮອດ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ກ່າວເປີດພິທີວ່າ: ການສ້າງຂະບວນການຍ່າງເພື່ອສຸຂະພາບໃນຄັ້ງນີ້ ຈັດຂຶ້ນເພື່ອລະນຶກເຖິງເຫດການສຳຄັນ ວັນທີ 8 ມີນາ ເຊິ່ງເປັນໄຊຊະນະ ຂອງຂະບວນການແມ່ຍິງສາກົນ ໃນການທວງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕ ຂອງແມ່ຍິງ ແລະ ເດັກນ້ອຍ. ສຳລັບ ສປປ ລາວ ລັດຖະບານ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດ ຂອງແມ່ຍິງ ແລະ ເດັກນ້ອຍ ເຊິ່ງໄດ້ວາງແນວທາງ ກ່ຽວກັບການສົ່ງເສີມສິດສະເໝີພາບ ລະຫວ່າງຍິງ-ຊາຍ ຢູ່ໃນຄອບຄົວ ແລະ ສັງຄົມ, ສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ ໄດ້ກຳນົດແຈ້ງໃນລັດຖະທຳມະນູນ ແລະ ກົດໝາຍຕ່າງໆ ທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ ແລະ ເດັກນ້ອຍ.
ຫຼັງຈາກນັ້ນ, ໄດ້ຮ່ວມກັນສ້າງກິດຈະກຳ ດ້ວຍການຍ່າງອ້ອມກະຊວງປ້ອງກັນປະເທດ ແລະ ເຕັ້ນແອໂຣບຣິກ ເພື່ອສຸຂະພາບ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps