Home / ທິດສະດີຊີ້ນຳ / ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຫົວໜ້າກອງບັນຊາການເຫຼົ່າທັບເຄມີ ກອງທັບປະຊາຊົນຫວຽດນາມ

ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຫົວໜ້າກອງບັນຊາການເຫຼົ່າທັບເຄມີ ກອງທັບປະຊາຊົນຫວຽດນາມ

ວັນທີ 3 ມີນາ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ພົນຈັດຕະວາ ຮ່າ ວັນ ກື ຫົວໜ້າກອງບັນຊາການເຫຼົ່າທັບເຄມີ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 3-7 ມີນາ 2025 ນີ້.
ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສະໜິດສະໜົມ, ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ພົນຈັດຕະວາ ຮ່າ ວັນ ກື ພ້ອມຄະນະ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງພັກ, ສອງກອງທັບ ລາວ-ຫວຽດນາມ ພ້ອມທັງອວຍພອນໃຫ້ ສະຫາຍ ຫົວໜ້າກອງບັນຊາການເຫຼົ່າທັບເຄມີ ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຈົ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ສະຫາຍ ພົນຈັດຕະວາ ຮ່າວັນ ກື ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ດ້ວຍໄມຕີຈິດມິດຕະພາບ ແລະ ສະໜິດສະໜົມ ທີ່ເຕັມໄປດ້ວຍຄວາມຮັກແພງ ພ້ອມທັງລາຍງານຜົນ ຂອງການພົບປະ ແລະ ການພົວພັນຮ່ວມມື ລະຫວ່າງສອງເຫຼົ່າຮົບເຄມີ ຫວຽດນາມ-ລາວ, ລາວ-ຫວຽດນາມ ເຊິ່ງເປັນການປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງພັກ, ສອງກອງທັບ ລາວ-ຫວຽດນາມ ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps