Home / ທິດສະດີຊີ້ນຳ / ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງສະໜາມບິນທົ່ງໄຫ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງສະໜາມບິນທົ່ງໄຫ

ວັນທີ 2 ມີນາ 2025 ນີ້, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປກວດກາ, ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງສະໜາມບິນທົ່ງໄຫ ຢູ່ແຂວງຊຽງຂວາງ ໄລຍະ 1. ໂຄງການໄດ້ລິເລີ່ມກໍ່ສ້າງແຕ່ເດືອນ ມີນາ 2024 ມາຮອດປັດຈຸບັນໄດ້ສໍາເລັດ 63%. ເຊິ່ງມີບັນດາໜ້າວຽກຕົ້ນຕໍຄື: ປັງປຸງໜ້າດິນເສັ້ນບິນຂຶ້ນລົງ (ລັນເວເກົ່າ) ພວມປູອັດສະຟານຊັ້ນທີ 3, ຄາດກະໃຫ້ສໍາເລັດເດືອນ ມິຖຸນາ 2025 ສາມາດອະນຸຍາດໃຫ້ເຄື່ອງບິນຂຶ້ນລົງໄດ້; ຕໍ່ເຕີມຄວາມຍາວຂອງເສັ້ນບິນຂຶ້ນລົງ (ຕໍ່ລັນເວຕື່ມ) ມີຄວາມຍາວ 550 ແມັດ, ເກດສໍາເລັດ ພວມລົງອັດສະຟານຊັ້ນ 1 ແລະ ຊັ້ນ 2; ກໍ່ສ້າງເດີ່ນ (ເລນແທັກຊີເວ) ໃໝ່, ສໍາເລັດອັດແໜ້ນໜ້າດິນ ພວມກະກຽມລົງອັດສະຟານຊັ້ນທີ 1. ຄາດທ້າຍປີ 2025 ໃຫ້ສໍາເລັດໂດຍພື້ນຖານໄລຍະທີ 1 ຂອງໂຄງການກໍ່ສ້າງປັງປຸງສະໜາມບິນທົ່ງໄຫ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps