ພິທີ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງບັນນາທິການວາລະສານປ້ອງກັນຊາດ ຄົບຮອບ 10 ປີ ( 3 ມີນາ 2015-3 ມີນາ 2025) ໄດ້ຈັດຂຶ້ນໃນວັນທີ 6 ມີນາ 2025 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຕາງໜ້າ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນນາທິການ ກອງບັນນາທິການວາລະສານປ້ອງກັນຊາດ, ມີພະນັກງານປະຕິວັດອາວຸໂສບຳນານ, ແຂກຖືກເຊີນ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງບັນນາທິການວາລະສານປ້ອງກັນຊາດ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງກອງບັນນາທິການວາລະສານປ້ອງກັນຊາດ ຕະຫຼອດໄລຍະ 10 ປີ ຜ່ານມາ, ສຳລັບກອງບັນນາທິການວາລະສານປ້ອງກັນຊາດ ໄດ້ຮັບການສ້າງຂຶ້ນຢ່າງເປັນທາງການໃນວັນທີ 3 ມີນາ 2015 ເຊິ່ງເປັນຂີດໝາຍປະຫວັດສາດໃນວົງການສື່ມວນຊົນລາວ ເວົ້າລວມ, ເວົ້າສະເພາະແມ່ນສື່ມວນຊົນໃນກອງທັບ ໃນຖານະເປັນກະບອກສຽງອັນແຫຼມຄົມໃຫ້ແກ່ພັກ-ລັດ ແລະ ຄະນະພັກກະຊວງປ້ອງກັນປະເທດ ໂດຍຢູ່ພາຍໃຕ້ການນຳພາ-ຊີ້ນໍາໂດຍກົງ ແລະ ຮອບດ້ານ ຂອງກົມໃຫຍ່ການເມືອງກອງທັບ, ດ້ານວິຊາາະເພາະຂຶ້ນກັບກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຖານະທຽບເທົ່າກັບບັນດາກອງອື່ນໆ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ເຊິ່ງປະກອບດ້ວຍ 6 ພະແນກການຄື: ພະແນກວຽກງານພັກ-ວຽກງານການເມືອງ, ພະແນກປ້ອງກັນຊາດທົ່ວປວງຊົນ, ພະແນກພະລາທິການ-ເຕັກນິກ, ພະແນກຖານຂໍ້ມູນ, ພະແນກເອເລັກໂຕຣນິກ-ເວັບໄຊ ແລະ ພະແນກແຜນການ-ສັງລວມ. ດ້ານການພິມຈຳໜ່າຍໃນເມື່ອກ່ອນ ຈັດພິມ 1 ສະບັບຕໍ່ປີ, ຕໍ່ມາເພີ່ມຂຶ້ນ 2 ສະບັບຕໍ່ປີ, ເພີ່ມເປັນ 4 ສະບັບຕໍ່ປີ ແລະ ໃນປັດຈຸບັນ ຈັດພິມເປັນລາຍເດືອນ ເຊິ່ງມີເນື້ອໃນ ສີສັນ ທີ່ສວຍງາມໄດ້ຮັບຄວາມນິຍົມຊົມຊອບເພີ່ມຂຶ້ນຈາກສັງຄົມ.
ຕະຫຼອດໄລຍະເວລາ 10 ປີຜ່ານມາ, ຍ້ອນການໃກ້ຊິດຕິດແທດເອົາໃຈໃສ່ນຳພາ-ຊີ້ນໍາ ຂອງຄະນະພັກຂັ້ນເທິງ ພ້ອມທັງຄວາມເອົາໃຈໃສ່ ຂອງຄະນະບັນນາທິການແຕ່ລະສະໄໝ ທີ່ຍາມໃດ ກໍຍົກສູງຄວາມຮັບຜິດຊອບເຂົ້າໃນວຽກງານການເມືອງ, ຄົ້ນຄວ້າປັບປຸງເນື້ອໃນໃຫ້ສອດຄ່ອງກັບແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ຄົ້ນຄວ້າເຊື່ອມຊຶມກຳແໜ້ນແນວທາງຂອງພັກ ແຕ່ລະໄລຍະຢ່າງເລິກເຊິ່ງ, ໂຄສະນາເຜີຍແຜ່ໃຫ້ຫຼາກຫຼາຍສີສັນ, ກ້າວຂຶ້ນທຽບທັນກັບສື່ມວນຊົນອື່ນໆ ມີຄວາມວ່ອງໄວ ແລະ ທັນສະໄໝ.
ຈາກຜົນງານດັ່ງກ່າວ, ກະຊວງປ້ອງກັນປະເທດ ຕົກລົງປະດັບຫຼຽນໄຊພິລາອາດຫານ ຊັ້ນ II ໃຫ້ແກ່ກອງບັນນາທິການວາລະສານປ້ອງກັນຊາດ ແລະ ມອບຫຼຽນໄຊພິລາອາດຫານ ຊັ້ນ III ໃຫ້ແກ່ 3 ພະແນກການ ນອກນີ້, ຍັງໄດ້ມອບໃບຍ້ອງຍໍ ໃຫ້ 3 ພະແນກການ ຕື່ມອີກ.
ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານທີ່ສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນນາທິການ ກໍຄືພະນັກງານ-ນັກຮົບທົ່ວກອງບັນນາທິການວາລະສານປ້ອງກັນຊາດ ຕ້ອງເອົາໃຈໃສ່ສຶກສາອົບຮົບການເມືອງ-ນຳພາແນວຄິດ, ກຳແໜ້ນ ແລະ ເຂົ້າໃຈແຈ້ງຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ, ມູນເຊື້ອ ຂອງກອງທັບ, ເອົາໃຈໃສ່ປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ມີຄຸນະພາບ ຄຽງຄູ່ກັບການສ້າງແບບແຜນວິທີເຮັດວຽກທີ່ມີວິທະຍາສາດ, ມີຄວາມເປັນເອກະພາບ ບົນຫຼັກການລວມສູນປະຊາທິປະໄຕ, ສືບຕໍ່ປັບປຸງວາລະສານໃຫ້ມີສີສັນຈົບງາມ, ມີເນື້ອໃນອຸດົມສົມບູນ, ຮັບປະກັນຄວາມຖືກຕ້ອງຊັດເຈນ, ເອົາໃຈໃສ່ກໍ່ສ້າງພະນັກງານໃຫ້ມີຄວາມຮູ້ ຄວາມສາມາດທີ່ແນ່ນອນ ທັງເປັນມືອາຊີບ, ເອົາໃຈໃສ່ນຳພາກົມກອງໃຫ້ມີໜັກແໜ້ນ, ກົມກອງມີຄວາມສະຫງົບ, ສ້າງ ແລະ ຮັກສາໄດ້ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງປອດໃສ ປອດໄພ ປອດຄະດີ, ເພີ່ມທະວີການພົວພັນຮ່ວມມືກັບວາລະສານປ້ອງກັນຊາດທົ່ວປວງຊົນຫວຽດນາມ ແລະ ສປ ຈີນ ເພື່ອຖອດຖອນເອົາບົດຮຽນອັນດີມາພັດທະນາວາລະສານປ້ອງກັນຊາດ, ພ້ອມທັງຍາດແຍ່ງເອົາການຊ່ວຍເຫຼືອດ້ານພາຫະນະສື່ມວນຊົນຕ່າງໆ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ