ກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະ ກົມໃຫຍ່ການເມືອງກອງທັບ ຊຸດທີ I, ໄດ້ຈັດຂຶ້ນໃນວັນທີ 12 ມີນາ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກກົມໃຫຍ່, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ພະນັກງານຫຼັກແຫຼ່ງຂັ້ນຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານນາຍທະຫານ ອ້ອມຂ້າງກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.
ສະຫາຍ ພັນເອກ ອໍາພອນ ສຸກວິໄຊ ຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນລາຍງານຜົນສໍາເລັດກອງປະຊຸມໃຫຍ່, ເຜີຍແຜ່ມະຕິ ແລະ ບົດລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ກອງປະຊຸມໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງສູງ, ຄຽງຄູ່ກັບການຕິດຕາມຢ່າງໃກ້ຊິດຂອງບັນດາພະນັກງານ-ສະມາຊິກພັກ-ນັກຮົບໃນທົ່ວກົມໃຫຍ່ການເມືອງກອງທັບ, ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າຕົກລົງຫຼາຍບັນຫາສໍາຄັນ ແລະ ສິ້ນສຸດລົງດ້ວຍຜົນສໍາເລັດອັນຈົບງາມ ກອງປະຊຸມໄດ້ຮັບຮອງເອົາບົດສຳຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ໂດຍໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາ ກົມໃຫຍ່ການເມືອງກອງທັບ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ສາມາດເຮັດຫຼ້ອນໜ້າທີ່ ທີ່ພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມນັ້ນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຈຳນວນ 15 ສະຫາຍ, ໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 15 ສະຫາຍ, ສໍາຮອງ 3 ສະຫາຍ ໄປຮ່ວມກອງປະຊຸມໃຫ່ຍຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ແລະ ກອງປະຊຸມຄົບຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບ ສະໄໝທີ VI, ກອງປະຊຸມຄັ້ງປະຖົມມະລຶກໄດ້ເອກະສັນເລືອກຕັ້ງເອົາຄະນະປະຈຳພັກ 5 ສະຫາຍ ເພື່ອເປັນແກ່ນສານຊີ້ນໍາ-ນໍາພາກົມໃຫຍ່ການເມືອງກອງທັບ ໃຫ້ມີຜົນສໍາເລັດໃໝ່, ສ້າງບາດກ້າວບຸກທະລຸໃນການປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ປະກອບສ່ວນພັດທະນາກອງທັບ ໃຫ້ກາຍເປັນກອງທັບປະຕິວັດມີແບບແຜນທັນສະໄໝ. ກອງປະຊຸມຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍໃນທົ່ວອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ນໍາພາມະຫາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ພະນັກງານ-ສະມາຊິກພັກ-ນັກຮົບ ຕ້ອງເຊີດຊູນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ແລະ ສາມັກຄີກັບປະຊາຊົນບັນດາເຜົ່າເປັນປຶກແຜນແໜ້ນໜາຢູ່ອ້ອມຂ້າງພັກ, ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ກໍຄືຂອງກົມໃຫຍ່ການເມືອງກອງທັບຢ່າງຕັ້ງໜ້າ ແລະ ພ້ອມກັນນໍາເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ນໍາໄປຈັດຕັ້ງເຜີຍແຜ່ກົມກອງຂອງຕົນໃຫ້ເກີດດອກອອກຜົນ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາທີ່ຈະຕ້ອງເອົາໃຈໃສ່ໃນຕໍ່ໜ້າ ໂດຍສະຫາຍ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ກໍຄືການຊີ້ນໍາ-ນໍາພາ ຂອງຄະນະພັກກົມໃຫຍ່ການເມືອງກອງທັບ ໃນການປັບປຸງກໍ່ສ້າງກົມກອງ ໃຫ້ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງ ພ້ອມທັງໄດ້ເນັ້ນໜັກໜ້າທີ່ສໍາຄັນໃນໄລຍະໃໝ່ ເປັນຕົ້ນແມ່ນສືບຕໍ່ຕັ້ງໜ້າສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ ທົ່ວອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ອຸດົມການ, ມີຄວາມເປັນເອກະພາບສູງຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກໃຫ້ດີ, ສ້າງໃຫ້ກົມກອງມີຄວາມສະຫງົບ ປອດໃສ ເຂັ້ມແຂງ ໜັກແໜ້ນ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ
Home / ທິດສະດີຊີ້ນຳ / ກອງປະຊຸມເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ຊຸດທີ I