ຂະບວນຍ່າງເພື່ອຂໍ່ານັບຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໄດ້ຈັດຂຶ້ນໃນວັນທີ 15 ມີນາ 2025 ນີ້, ໂດຍການເຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະທດ, ມີທ່ານນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ, ການນຳກະຊວງ, ອະດີດການນຳພັກ-ລັດ ພ້ອມດ້ວຍມວນຊົນຊາວນະຄອນຫຼວງວຽງຈັນ.
ທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຫວນຄືນມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ກໍຄືຜົນງານອັນໃຫຍ່ຫຼວງ ຂອງພັກປະຊາຊົນປະຕິວັດລາວ ໃນຕະຫຼອດ 70 ປີ ຜ່ານມາ, ເຊິ່ງແມ່ນໄລຍະທີ່ພັກປະຊາຊົນປະຕິວັດລາວ ໄດ້ສ້າງໜ້າປະຫວັດສາດອັນມະຫັດສະຈັນໃຫ້ແກ່ຊາດ ແລະ ປະຊາຊົນບັນດາເຜົ່າ, ແມ່ນໄລຍະເວລາທີ່ພັກປະຊາຊົນປະຕິວັດລາວ ໄດ້ທົດສອບ ແລະ ເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ ໂດຍຜ່ານແປວໄຟທີ່ລະອິດລະອ້ຽວ, ເຕັມໄປດ້ວຍຂວາກໜາມ, ພາຍຸລົມແດງເຊິ່ງມີທັງໂສກເສົ້າ ແລະ ຮອຍຍິ້ມ, ມີທັງໄຊຊະນະ ແລະ ເສຍໄຊ ດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ແຕ່ກໍເປັນໄລຍະເວລາທີ່ສະຫວ່າງສະໄຫວ ແລະ ມີກຽດສະຫງ່າງາມໃນປະຫວັດສາດຂອງປະເທດເຮົາ.
ຕະຫຼອດໄລຍະເວລາ 70 ປີ ພັກປະຊາຊົນປະຕິວັດລາວ ຍາມໃດກໍໄດ້ເຮັດພາລະບົດບາດ ເປັນກອງນໍາໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກໍາມະກອນ ແລະ ຂອງລະບອບປະຊາທິປະໄຕ ປະຊາຊົນ, ເປັນຕົວແທນທີ່ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວທັງໝົດ ສະນັ້ນ, ພັກໄດ້ມີບຸນຄຸນອັນໃຫຍ່ຫຼວງ ຕໍ່ຊາດ ແລະ ປະຊາຊົນ ພວກເຮົາຄວນຈົດຈໍາບຸນຄຸນຂອງພັກໄວ້ຢ່າງບໍ່ມີວັນລືມ. ຕໍ່ຜົນງານອັນໃຫຍ່ຫຼວງ ຂອງພັກປະຊາຊົນປະຕິວັດລາວ ກົມການເມືອງສູນກາງພັກ ຈຶ່ງເຫັນດີໃຫ້ຈັດພິທີສະເຫຼີມສະຫຼອງ 3 ວັນປະຫວັດສາດ ຢ່າງເປັນຂະບວນຟົດຟື້ນ, ແຂງແຮງ ໃນຂອບເຂດທົ່ວປະເທດ. ສໍາລັບພິທີເປີດຂະບວນການຍ່າງ ກໍແມ່ນກິດຈະກໍາໜຶ່ງທີ່ນອນໃນບັນດາການເຄື່ອນໄຫວສ້າງຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ທີ່ຄະນະກຳມະການຊີ້ນຳລະດັບຊາດ ກຳນົດໃຫ້ຈັດຂຶ້ນ ເພື່ອເປີດໂອກາດໃຫ້ພະນັກງານ-ລັດຖະກອນ, ນົກຮົບ, ມວນຊົນ ຊັ້ນຄົນຕ່າງໆ ທົ່ວປວງຊົນ ກໍຄືຊາວນະຄອນຫຼວງວຽງຈັນ ໄດ້ມາຍ່າງ ເພື່ອຄວາມສາມັກຄີເປັນປຶກແຜ່ນ.
ພ້ອມທັງ, ກ່າວເປີດພິທິການຍ່າງເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຢ່າງເປັນທາງການ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ