ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະ ເທດ ແຫ່ງ ສປປ ລາວ ໄດ້ກ່າວສະດຸດີໃນພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ທີ່ຈັດຂຶ້ນຢ່າງສົມກຽດ
ໃນຕອນບ່າຍຂອງວັນທີ 7 ເມສາ ອະດີດກຳມະການກົມການເມືອງສູນກາງພັກ ແລະ ເລຂາທິການສູນກາງພັກ, ອະດີດຜູ້ບັນຊາການສູງສຸດກອງທັບປະຊາຊົນລາວ, ອະດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ອະດີດນາຍົກລັດຖະມົນຕີ, ອະດີດປະທານຄະນະບໍລິຫານງານສູນກາງພັກ ແລະ ອະດີດປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ. ໃນເວລານາທີນີ້ ແລະ ໃນ ສະຖານທີ່ແຫ່ງນີ້, ພວກເຮົາໄດ້ ມາເຕົ້າໂຮມກັນ ເພື່ອອຳລາສະຫາຍ ປະທານ ຄຳໄຕ ສີພັນດອນ ເປັນຄັ້ງສຸດທ້າຍ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່ ເມືອງໂຂງແຂວງສີທັນ ດອນ (ແຂວງຈຳປາສັກ ໃນປັດ ຈຸບັນ), ເປັນບຸດຂອງພໍ່ນີ ນີລະໄຊ ແລະ ແມ່ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ, ຊາຍ 4 ຄົນ, ຍິງ 2 ຄົນ; ສະຫາຍ ໄດ້ສ້າງຄອບຄົວກັບ ສະຫາຍ ພັນໂທ ນາງ ທອງວັນ ສີພັນດອນ, ມີລູກນຳກັນ 6 ຄົນ, ຊາຍ 3 ຄົນ ແລະ ຍິງ 3 ຄົນ, ປັດຈຸບັນ ຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.
ນັບແຕ່ອາຍຸໄດ້ 7 ປີ, ສະຫາຍ ໄດ້ຈາກບ້ານເກີດເມືອງນອນຂອງຕົນ ມາອາໄສຢູ່ນຳພໍ່ເຖົ້າມະ ຫາແກ້ວ ຢູ່ວຽງຈັນ ແລະ ໄດ້ເຂົ້າ ຮຽນຢູ່ໂຮງຮຽນຊັ້ນປະຖົມ ຫຼັງຈາກນັ້ນ, ກໍສອບເສັງເຂົ້າຮຽນໂຮງຮຽນຊັ້ນມັດທະຍົມປາວີ ເຊິ່ງເປັນໂຮງຮຽນມັດທະຍົມແຫ່ງທຳອິດຂອງລາວ ແລະ ເປັນໂຮງຮຽນມັດທະຍົມໜຶ່ງດຽວ ທີ່ຕັ້ງຢູ່ ວຽງຈັນ ໃນສະໄໝນັ້ນ, ທ້າຍປີ 1941 ປະທານ ຄຳໄຕ ສີພັນດອນ ໄດ້ຕັດສິນໃຈອອກ ຈາກໂຮງຮຽນມັດທະຍົມແລ້ວເສັງເຂົ້າເຮັດວຽກຢູ່ຂະແໜງ ໄປສະນີ ຈາກນັ້ນ, ໄດ້ໄປຮຽນຕໍ່ວິ ຊາສະເພາະໄປສະນີ 2 ປີ ຢູ່ໄຊ ງ່ອນ ພາກໃຕ້ຫວຽດນາມ (ນະ ຄອນໂຮ່ຈີມິນ ໃນປັດຈຸບັນ), ປີ 1944 ພາຍຫຼັງຮຽນຈົບ, ປະທານຄຳໄຕ ສີພັນດອນ ໄດ້ຮັບການແຕ່ງຕັ້ງເປັນນາຍສາຍ ແລະ ໄດ້ໄປປະຈຳການ ຢູ່ແຂວງງຜົົ້ງສາລີ, ປີ 1946 ໄດ້ຖືກຍົກຍ້າຍຈາກແຂວງຜົ້ງສາລີ ໄປເປັນຫົວໜ້າໄປສະນີ ຢູ່ເມືອງ ປາກເຊ ແຂວງຈຳປາສັກ, ປີ 1947- 1948 ສະຫາຍ ໄດ້ຖືກມອບໝາຍໃຫ້ເປັນຜູ້ຊີ້ນຳ ກອງຮ້ອຍໄຊຈັກກະພັດ ປະຈຳເຂດລາວໃຕ້, ປີ 1948-1950 ເປັນຜູ້ຕາງ ໜ້າລັດຖະບານລາວອິດສະຫຼະ ປະຈຳເຂດລາວໃຕ້ ແລະ ຮັບຜິດ ຊອບກໍ່ຕັ້ງທີ່ໝັ້ນການປະຕິວັດ ຢູ່ເຂດໃຕ້ຂອງລາວ, ປີ 1950-1952 ໄດ້ຮັບເລືອກຕັ້ງເປັນກຳມະການສູນກາງແນວລາວອິດສະຫຼະ, ປີ 1952-1955 ໄດ້ຮັບການແຕ່ງຕັ້ງເປັນປະທານຄະນະກຳມະການເຂດ, ທັງຮັບ ຜິດຊອບການທະຫານເຂດກາງ ຂອງລາວ, ປີ 1953 ໄດ້ເຂົ້າເປັນ ສະມາຊິກພັກກອມມູນິດອິນດູ ຈີນ, ປີ 1955-1956 ພາຍຫຼັງສ້າງຕັ້ງພັກປະຊາຊົນລາວ ສະ ຫາຍ ໄດ້ຖືກແຕ່ງຕັ້ງໃຫ້ເປັນເສນາທິການກອງທັບຝ່າຍປະ ເທດລາວ (ກຳລັງແນວລາວອິດ ສະຫຼະ), ປີ 1957-1959 ສະ ຫາຍ ໄດ້ຮັບເລືອກຕັ້ງເປັນກຳ ມະການສູນກາງພັກ ແລະ ເປັນຫົວໜ້າຫ້ອງວ່າການສູນກາງພັກ, ປີ 1959-1960 ສືບຕໍ່ເປັນ ກຳມະການສູນກາງພັກ, ເຮັດໜ້າ ທີ່ໂຄສະນາອົບຮົມ ແລະ ຮັບຜິດ ຊອບວຽກງານວິທະຍຸກະຈາຍ ສຽງຂອງສູນກາງພັກ ທີ່ເອີ້ນຊື່ວ່າ ວິທະຍຸກະຈາຍສຽງຝ່າຍປະເທດລາວ, ປີ 1960-1961 ເປັນກຳມະການສູນກາງພັກ ແລະ ຖືກມອບໝາຍໃຫ້ຮັບຜິດຊອບວຽກງານການທະຫານ,ເປັນຜູ້ບັນຊາການສູງສຸດກອງທັບຝ່າຍປະເທດລາວ, ປີ 1972 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ II ຂອງພັກປະຊາຊົນລາວ, ສະຫາຍ ໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນປະຕິວັດລາວ, ປີ 1975 ພາຍຫຼັງຍຶດອຳນາດການປົກຄອງໃນທົ່ວປະເທດ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປະນາ, ສະຫາຍ ໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະພາລັດຖະມົນຕີ (ຮອງນາຍົກ), ທັງເປັນລັດຖະ ມົນຕີວ່າການກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການ ສູງສຸດກອງທັບປົດປ່ອຍປະຊາ ຊົນລາວ, ປີ 1982-1986 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ III ຂອງພັກ ສະຫາຍ ໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເລຂາ ທິການສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ທັງເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດກອງທັບປະຊາຊົນລາວ, ປີ 1986-1991 ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ IV ຂອງພັກ ສະຫາຍ ໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເລຂາທິການສູນ ກາງພັກ, ເປັນຮອງນາຍົກລັດ ຖະມົນຕີ, ທັງເປັນລັດຖະມົນຕີວ່າການກະຊວງປ້ອງກັນປະ ເທດ ແລະ ເປັນຜູ້ບັນຊາການສູງ ສຸດກອງທັບປະຊາຊົນລາວ, ປີ 1991 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ V ຂອງພັກ ສະຫາຍ ໄດ້ຖືກເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ທັງສືບຕໍ່ເປັນຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ, ທັງເປັນຜູ້ບັນຊາການສູງສຸດກອງທັບປະຊາຊົນລາວ, ວັນທີ 15 ສິງຫາ 1991 ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໄດ້ແຕ່ງຕັ້ງໃຫ້ສະຫາຍ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ວັນທີ 24 ພະຈິກ 1992 ກອງປະຊຸມຄົບຄະນະສະໄໝພິເສດ ຂອງຄະນະບໍລິຫານງານສູນກາງພັກ (ສະໄໝທີ V) ສະຫາຍ ໄດ້ຖືກເລືອກຕັ້ງເປັນປະທານຄະນະບໍລິຫານງານສູນກາງພັກ, ທັງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປີ 1996 ກອງປະຊຸມໃຫຍ່ຜູ້ແທນທົົ່ວປະເທດ ຄັ້ງທີ VI ຂອງພັກສະຫາຍ ໄດ້ສືບຕໍ່ຖືກເລືອກຕັ້ງເປັນປະທານຄະນະບໍລິຫານງານສູນກາງພັກ, ທັງຮັບຕຳແໜ່ງເປັນນາຍົກລັດຖະມົນຕີ, ປີ 1998 ສະຫາຍ ໄດ້ຮັບເລືອກຕັ້ງເປັນປະທານປະເທດແຫ່ງ ສປປ ລາວ, ປີ 2001-2006 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII ຂອງພັກ ສະຫາຍ ໄດ້ສືບຕໍ່ ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ, ເປັນປະທານປະເທດ ແຫ່ງ ສປປ ລາວ, ທ້າຍປີ 2006 ຍ້ອນອາຍຸກະສຽນສູງ, ອີງຕາມການສະເໜີຂອງສະຫາຍ, ການຈັດຕັ້ງໄດ້ຕົກລົງໃຫ້ສະຫາຍ ພົນເອກ ຄຳໄຕ ສີພັນດອນ ພັກການຮັບນະໂຍບາຍບຳນານ.
ຜ່ານການເຄື່ອນໄຫວປະຕິວັດ ຕະຫຼອດເວລາເກືອບ 8 ທົດສະວັດ ທີ່ຜ່ານມາ ໄດ້ຢືນຢັນຢ່າງໜັກແໜ້ນວ່າ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນນັກເຄື່ອນໄຫວປະຕິວັດທີ່ໂດດເດັ່ນ, ເດັດດ່ຽວໜຽວແໜ້ນຂອງພັກເຮົາ, ເຊິ່ງຕະຫຼອດໄລຍະແຫ່ງຊີ ວິດປະຕິວັດຂອງເພິ່ນ ຍາມໃດກໍມີຄວາມຟົດຟື້ນຫ້າວຫັນ, ມີຄວາມມຸ່ງໝັ້ນໃນອຸດົມການ, ກຳ ແໜ້ນແນວທາງນະໂຍບາຍຂອງ ພັກ ແລະ ມີວິໄສທັດແຫຼມຄົມ, ເພິ່ນໄດ້ປະກອບສ່ວນອັນໃຫຍ່ ຫຼວງເຂົ້າໃນການຈັດຕັ້ງນຳພາ ພາລະກິດປະຕິວັດຂອງພັກ ນັບແຕ່ພັກເຮົາໄດ້ຮັບການສ້າງຕັ້ງຂຶ້ນ ໃຫ້ຂະຫຍາຍຕົວເປັນກ້າວໆ ຈົນກ້າວສູ່ໄຊຊະນະຢ່າງສົມບູນ. ປະທານ ຄຳໄຕ ສີພັນດອນ ແມ່ນນັກຍຸດທະສາດທີ່ມີວິໄສທັດອັນກວ້າງໄກທາງການເມືອງ ແລະ ນັກຍຸດທະສາດການທະຫານທີ່ໂດດເດັ່ນ, ເປັນນັກບັນຊາການກອງກຳລັງສູ້ຮົບທີ່ເດັດດ່ຽວໜຽວແໜ້ນ, ທັງເປັນຜູ້ສຶກສາອົບຮົມ ກໍ່ສ້າງກຳລັງປະກອບອາ ວຸດໃຫ້ມີຄວາມສາມາດຕ້ານທານສັດຕູຜູ້ຮຸກຮານທີ່ມີກຳລັງເໜືອກວ່າເປັນຫຼາຍຮ້ອຍຫຼາຍພັນເທົ່າ ໃຫ້ປະລາໄຊລົງ; ສະຫາຍ ເປັນຜູ້ມີຄວາມສາມາດຄາດຄະເນການຜັນແປ ຂອງສະຖານະການຢ່າງຖືກຕ້ອງ ເພື່ອເປັນເຈົ້າການໃນການແກ້ໄຂໄວ້ລ່ວງໜ້າຢ່າງແມ່ນຢຳ; ສະຫາຍ ໄດ້ເປັນເພື່ອນຮ່ວມຮົບທີ່ໃກ້ຊິດທີ່ສຸດຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫຼ່ກັບຜູ້ນຳຄົນອື່ນໆ ໃນການຄົ້ນຄວ້າກຳນົດແນວທາງ, ແຜນນະໂຍບາຍ ແລະ ຍຸດທະສາດ, ຍຸດໂທບາຍ ກໍຄື ຍຸດທະວິທີປະຕິວັດ ທີ່ຖືກຕ້ອງ, ສອດຄ່ອງໃຫ້ແກ່ການປະຕິວັດລາວ ໃນແຕ່ລະໄລຍະ; ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນຳຂອງພັກເຮົາ ທີ່ກຳຄັນທຸງແຫ່ງຄວາມສາມັກຄີເປັນເອກະພາບຢູ່ພາຍໃນພັກ ແລະ ໃນຖັນແຖວກຳລັງປະຕິວັດ ກໍຄື ປວງຊົນລາວທັງຊາດ, ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຄົາລົບນັບຖື ແລະ ເຊື່ອໝັ້ນຢ່າງຕາຍໃຈຈາກການຈັດຕັ້ງ ແລະ ເພື່ອນສະຫາຍ ຮ່ວມອຸດົມການ ແລະ ເພື່ອຮ່ວມງານຕະຫຼອດມາ, ທັງໄດ້ຮັບຄວາມເຄົາລົບນັບຖື, ເຊື່ອໝັ່ນໄວ້ວາງໃຈຢ່າງສູງສົ່ງຈາກປະຊາຊົນຊັ້ນຄົນຕ່າງໆ ຂອງປະເທດເຮົາ.
ຄຸນສົມບັດສິນທຳປະຕິວັດ ອັນ ໂດດເດັ່ນ ແລະ ໜັກແໜ້ນຂອງ ປະທານ ຄຳໄຕ ສີພັນດອນ ນັ້ນ ແມ່ນລວມຍອດຢູ່ມີຄວາມຈົງຮັກ ພັກດີ, ຄວາມບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ, ເວລາໃດ ສະຫາຍ ກໍຖືຜົນປະໂຫຍດຂອງພັກ ແລະ ຂອງຊາດ ເໜືອກວ່າສິ່ງອື່ນໃດ, ນ້ຳໃຈຮັກຊາດອັນດູດດື່ມ, ນ້ຳໃຈຮັບໃຊ້ປະຊາຊົນຢ່າງບໍ່ມີຂອບເຂດ ຂອງສະຫາຍ ປະທານ ຄຳໄຕ ສີພັນດອນ ແມ່ນ ສະແດງອອກເຖິງຄວາມກ້າຫານ ເດັດດ່ຽວ ຕໍ່ສູ້ຕ້ານກັບສັດຕູ ຂອງປະເທດຊາດ ແລະ ຂອງປະຊາຊົນ ໃຫ້ປະລາໄຊລົງ. ອີກອັນໜຶ່ງ ທີ່ ສະແດງອອກເຖິງຄວາມໂດດເດັ່ນຂອງຄຸນສົມບັດສິນທຳປະຕິວັດຂອງ ປະທານ ຄຳໄຕ ສີພັນດອນ ກໍຄື ການອຸທິດຕົນໃຫ້ພາລະກິດປະຕິວັດ, ໃຫ້ຄວາມເປັນເອກະລາດແຫ່ງຊາດ, ໃຫ້ແກ່ການພັດທະນາປະເທດຊາດ ແລະ ສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍ ໃນຕະຫຼອດຊີວິດຂອງເພິ່ນ;ຄວາມເປັນແບບຢ່າງໃນການດຳ ລົງຊີວິດ ທີ່ປອດໃສຂາວສະອາດ, ລຽບງ່າຍ, ປະຢັດມັດທະຍັດ, ໃກ້ຊິດມະຫາຊົນ, ຈິງໃຈຕໍ່ເພື່ອນ ສະຫາຍ, ເອື້ອເຟື້ອເພື່ອແຜ່ຕໍ່ເພື່ອນຮ່ວມງານ, ແຕ່ເຂັ້ມງວດໃນດ້ານຫຼັກການ, ເຄັ່ງຄັດຕໍ່ລະບຽບວິໄນ, ເຮັດວຽກມີປະຊາ ທິປະໄຕ ແລະ ຕົກລົງເປັນໝູ່ຄະນະ ຂອງປະທານ ຄຳໄຕ ສີພັນ ດອນ ນັ້ນ ຖືວ່າເປັນບົດຮຽນອັນລ້ຳຄ່າ ໃຫ້ຄົນຮຸ່ນນີ້ ແລະ ຮຸ່ນຕໍ໋ໆໄປຂອງພັກ ແລະ ຂອງຊາດເຮົາ.
ດ້ວຍຜົນງານຄຸນງາມຄວາມດີຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາ ແລະ ກຳລັງວັງຊາ ໃຫ້ແກ່ພາລະກິດຕໍ່ສູ້ເພື່ອປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດຊີວິດຂອງສະຫາຍ. ສະນັ້ນ, ສະຫາຍ ຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼວງ ຫຼາຍ ດັ່ງລຸ່ມນີ້: ໄດ້ຮັບຫຼຽນຄຳແຫ່ງຊາດ ຈຳນວນ 2 ຫຼຽນ, ຫຼຽນໄຊອິດສະຫຼະ ຊັ້ນ I ແລະ ຊັ້ນ II ຈຳນວນ 4 ຫຼຽນ, ຫຼຽນໄຊປະຕິວັດຊະນະເລີດ ຊັ້ນ I, ຊັ້ນ II ແລະ ຊັ້ນ III ຈຳນວນ 3 ຫຼຽນ, ຫຼຽນໄຊແຮງງານ ຊັ້ນ I, ຊັ້ນ II ແລະ ຊັ້ນ III ຈຳນວນ 19 ຫຼຽນ, ຫຼຽນກາຕໍ່ຕ້ານຝຣັ່ງ ຈຳນວນ 1 ຫຼຽນ, ຫຼຽນກາຕໍ່ຕ້ານອາເມຣິກາ ຈຳນວນ 1 ຫຼຽນ, ຫຼຽນກາລະນຶກ 5 ປີ ແຫ່ງ ສປປ ລາວ ຈຳນວນ 1 ຫຼຽນ, ຫຼຽນກາລະນຶກ 50 ປີ ຂອງພັກ ຈຳນວນ 1 ຫຼຽນ ແລະ ຫຼຽນກາລະນຶກ 70 ປີ ຂອງພັກ ຈຳນວນ 1 ຫຼຽນ. ນອກຈາກນັ້ນ, ຍັງໄດ້ຮັບຫຼຽນກຽດຕິຍົດລະດັບສູງ ຈາກປະເທດເພື່ອນມິດເປັນຈຳນວນຫຼາຍ.
ຕະຫຼອດໄລຍະທີ່ຜ່ານມາ, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເຖິງວ່າເພິ່ນ ມີອາຍຸສູງ ແລະ ໄດ້ອອກພັກຜ່ອນແລ້ວກໍຕາມ, ແຕ່ເພິ່ນກໍຍັງມີຄວາມເປັນຫ່ວງເປັນໃຍຢູ່ຕະຫຼອດເວລາຕໍ່ການ ສ້າງສາພັດທະນາປະເທດຊາດ, ຕໍ່ຊີວິດການເປັນຢູ່ຂອງພະນັກ ງານ ແລະ ປະຊາຊົນ, ເພິ່ນພະຍາ ຍາມລົງໄປຊີ້ນຳ, ຕິດຕາມ, ຊຸກ ຍູ້ວຽກງານຕ່າງໆ ຢູ່ບັນດາຂະ ແໜງການ ແລະ ທ້ອງຖິ່ນ ເທົ່າທີ່ເງື່ອນໄຂທາງດ້ານສຸຂະພາບຂອງເພິ່ນອຳນວຍໃຫ້. ແຕ່ໄລຍະຫຼັງໆມານີ້, ຍ້ອນອາຍຸກະສຽນສູງຂຶ້ນ, ສຸຂະພາບຂອງເພິ່ນກໍອ່ອນເພຍລົງ ເຖິງວ່າການຈັດຕັ້ງ ພ້ອມດ້ວຍຄອບຄົວ, ຍາດພີ່ນ້ອງ, ແພດໝໍ ທັງພາຍໃນ ແລະ ປະເທດເພື່ອນມິດ ຕ່າງກໍໄດ້ເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດ ແລະ ສຸມໃສ່ປິ່ນປົວຢ່າງສຸດຄວາມສາມາດ, ແຕ່ກໍບໍ່ສາມາດກອບກູ້ ເອົາຊີວິດຂອງສະຫາຍ ປະທານ ຄຳໄຕ ສີພັນດອນ ໄວ້ໄດ້. ສະຫາຍ ໄດ້ສິ້ນລົມຫາຍໃຈຈາກພວກເຮົາໄປຢ່າງສະຫງົບ ໃນເວລາ 10 ໂມງ 30 ນາທີ ຂອງວັນທີ 2 ເມສາ 2025 ລວມອາຍຸໄດ້ 102 ປີ.
ການຈາກໄປຂອງ ສະຫາຍ ປະທານ ຄຳໄຕ ສີພັນດອນ ເປັນການສູນເສຍ ຜູ້ເປັນການນຳຍຸດທະສາດ, ສູນເສຍນັກການເມືອງ ຜູ້ປີຊາສາມາດ, ນັກຍຸດທະສາດການທະຫານ ຜູ້ອົງອາດກ້າແກ່ນ ແລະ ນັກພັດທະນາເສດຖະກິດ-ສັງຄົມ ຜູ້ມີຄວາມສາມາດໂດດ ເດັ່ນ, ນັກການທູດ ແລະ ການ ເມືອງ ຕ່າງປະເທດ ທີ່ແຫຼມຄົມຂອງພັກ ແລະ ຂອງຊາດເຮົາ ໄປຢ່າງ ບໍ່ມີວັນກັບຄືນມາ, ແຕ່ເພິ່ນໄດ້ປະ ມູນມໍລະດົກຕົກທອດອັນລ້ຳຄ່າ, ຄຸນງາມຄວາມດີ ແລະ ບົດຮຽນອັນປະເສີດໄວ້ນຳພວກເຮົາ ນັ້ນຄື: ນ້ຳໃຈຮັກຊາດອັນດູດດື່ມ ແລະສູງສົ່ງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາຊົນລາວບັນ ດາເຜົ່າ ແລະ ຕໍ່ລະບອບປະຊາ ທິປະໄຕປະຊາຊົນ, ຄວາມເຊື່ອມໝັ້ນຕໍ່ເສັ້ນທາງກ້າວຂຶ້ນຂອງປະເທດຊາດ, ນ້ຳໃຈພິລະອາດຫານ ແລະ ຄວາມເສຍສະຫຼະອັນສູງສົ່ງ, ຖືເອົາຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນເໜືອກວ່າສິ່ງໃດໝົດ, ອຸທິດເຫື່ອແຮງ, ສະຕິປັນຍາ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອຄວາມຢູ່ດີມີສຸກຂອງປະຊາຊົນ ແລະ ຄວາມຈະເລີນວັດທະນາຂອງປະເທດຊາດ, ບົດຮຽນພຶດຕິກຳໃນການນຳພາກໍ່ສ້າງ, ປັບປຸງກຳລັງປະກອບອາວຸດປະຊາຊົນມີໄຫວພິກ, ສະຫຼາດຄ່ອງແຄ້ວໃນການບັນຊາສູ້ຮົບ ແລະ ສູ້ຮົບມີໄຊ; ບົດຮຽນ ພຶດຕິກຳໃນການກໍ່ສ້າງຮາກຖານການເມືອງ, ສ້າງບ້ານ ປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ ກໍຄືການສ້າງທ່າສະ ໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບສາມຂັ້ນ, ຄວາມເອົາໃຈໃສ່ ແລະ ຖືສຳຄັນຢ່າງສະເໝີຕົ້ນສະເໝີປາຍຕໍ່ວຽກງານກໍ່ສ້າງ, ປັບປຸງລະບົບການເມືອງຢູ່ຮາກຖານ ໃຫ້ໜັກແໜ້ນ, ເຂັ້ມ ແຂງ, ຄວາມເປັນຫຼັກແຫຼ່ງ ແລະ ຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງປະຊາ ຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ຂອງຊາດລາວ, ເດັດດ່ຽວຕ້ານທຸກປະກົດການທີ່ຝືນກັບຫຼັກການ ແລະ ລະບຽບວິໄນ ເພື່ອປົກປ້ອງຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນມິດສະຫາຍ ໃຫ້ມີການປະພຶດປະຕິບັດທີ່ເປັນແບບຢ່າງນຳໜ້າ, ການສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ກວ້າງຂວາງ, ເລິກເຊິ່ງ ກັບປະເທດເພື່ອນມິດ ໃນພາກພື້ນ ແລະ ສາກົນ ດ້ວຍວິໄສທັດອັນກວ້າງໄກ ແລະ ໜັກແໜ້ນ.
ໃນທ່າມກາງແຫ່ງຄວາມໂສກ ເສົ້າເສຍດາຍ ຫາອັນປຽບບໍ່ໄດ້ ຕໍ່ການຈາກໄປຂອງສະຫາຍ ປະທານ ຄຳໄຕ ສີພັນດອນ, ພວກເຮົາ ຂໍໃຫ້ຄຳໝັ້ນສັນຍາຕໍ່ດວງວິນຍານຂອງ ສະຫາຍ ວ່າ: ຈະສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດທີ່ພວກເຮົາຍາດມາໄດ້ນັ້ນ ໄວ້ຢ່າງໝັ້ນຄົງ ແລະ ຈະສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ພັກ-ລັດ ແລະ ກຳລັງປະ ກອບອາວຸດ ກໍຄື ຄວາມສາມັກຄີທົ່ວປວງຊົນລາວທັງຊາດ ແລະ ສືບຕໍ່ພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ; ເຮັດໃຫ້ອຸດົມການຂອງພັກ ແລະ ຄວາມມຸ່ງຫວັງ ຂອງປະຊາຊົນທັງຊາດ ກໍຄື ຂອງ ສະຫາຍເອງ ໃຫ້ປະກົດຜົນເປັນຈິງ. ພ້ອມນັ້ນ, ກໍຈະສືບຕໍ່ເບິ່ງແຍງຄອບຄົວ ແລະ ຊ່ວຍເຫຼືອກໍ່ສ້າງລູກຫຼານຂອງສະຫາຍ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາຕໍ່ໄປ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ທີ່ອາໄລຮັກ, ສະຫາຍ ໄດ້ຈາກພວກເຮົາໄປຢ່າງບໍ່ມີວັນຈະກັບຄືນມາອີກແລ້ວ, ແຕ່ພັກ, ລັດ ແລະ ທົ່ວປວງຊົນລາວ ທັງຊາດ ຂໍຈົດຈຳຜົນງານ, ຄຸນ ງາມຄວາມດີຂອງສະຫາຍ ທີ່ໄດ້ອຸທິດໃຫ້ແກ່ພາລະກິດປະຕິວັດ ຕະຫຼອດໄລຍະການເຄື່ອນໄຫວປະຕິວັດ ຂອງສະຫາຍ ໃນ 80 ກວ່າປີທີ່ຜ່ານມານັ້ນ ໄວ້ຢ່າງບໍ່ມີວັນຫຼົງລືມ, ຊື່ສຽງຮຽງນາມ ແລະ ກຽດຕິຄຸນຂອງສະຫາຍ ຈະໄດ້ບັນທຶກໄວ້ໃນປຶ້ມຄຳແຫ່ງໜ້າປະຫວັດສາດຂອງຊາດລາວ ຂອງພວກເຮົາຕະຫຼອດໄປ.
ຂໍໃຫ້ດວງວິນຍານຂອງສະຫາຍ ຈົ່ງໄປສູ່ສຸຂະຕິເຖີນ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ