ພິທີ ຊາປະນະກິດສົບລະດັບຊາດສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນບ່າຍ ຂອງວັນທີ 7 ເມສາ 2025 ນີ້, ຢູ່ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ, ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາການນຳຂັ້ນສູງພັກ-ລັດ, ອະດີດການນຳຂັ້ນສູງ, ບັນດາທ່ານລັດຖະມົນຕີ, ເຈົ້າແຂວງ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ສປປ ລາວ ຕະຫຼອດຮອດ ພະນັກງານ, ທະຫານ, ຕໍາຫຼວດ ແລະ ມວນຊົນພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະດຸດີເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງມີເນື້ອໃນບາງຕອນວ່າ: ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກເຄື່ອນໄຫວປະຕິວັດທີ່ໂດດເດັ່ນ, ເດັດດ່ຽວໜຽວແໜ້ນຂອງພັກເຮົາ, ເຊິ່ງຕະຫຼອດໄລຍະແຫ່ງຊີວິດປະຕິວັດຂອງເພິ່ນ ຍາມໃດກໍມີຄວາມຟົດຟື້ນຫ້າວຫັນ, ມີຄວາມມຸ່ງໝັ້ນໃນອຸດົມການ, ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະ ມີວິໄສທັດແຫຼມຄົມ, ເພິ່ນໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການຈັດຕັ້ງນໍາພາພາລະກິດປະຕິວັດຂອງພັກ ນັບແຕ່ພັກເຮົາໄດ້ຮັບການສ້າງຕັ້ງຂຶ້ນ ໃຫ້ຂະຫຍາຍຕົວເປັນກ້າວໆ ຈົນກ້າວສູ່ໄຊຊະນະຢ່າງສົມບູນ. ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດທີ່ມີວິໄສທັດອັນກວ້າງໄກທາງການເມືອງ ແລະ ນັກຍຸດທະສາດການທະຫານທີ່ໂດດເດັ່ນ, ເປັນນັກບັນຊາການກອງກໍາລັງສູ້ຮົບທີ່ເດັດດ່ຽວໜຽວແໜ້ນ, ທັງເປັນຜູ້ສຶກສາອົບຮົມກໍ່ສ້າງກໍາລັງປະກອບອາວຸດໃຫ້ມີຄວາມສາມາດຕ້ານທານສັດຕູຜູ້ຮຸກຮານ ທີ່ມີກໍາລັງເໜືອກວ່າເປັນຫຼາຍຮ້ອຍຫຼາຍພັນເທົ່າ ໃຫ້ປະລາໄຊລົງ, ສະຫາຍ ເປັນຜູ້ມີຄວາມສາມາດຄາດຄະເນການຜັນແປຂອງສະຖານະການຢ່າງຖືກຕ້ອງ ເພື່ອເປັນເຈົ້າການໃນການແກ້ໄຂໄວ້ລ່ວງໜ້າຢ່າງແມ່ນຢໍາ. ສະຫາຍ ໄດ້ເປັນເພື່ອນຮ່ວມຮົບທີ່ໃກ້ຊິດທີ່ສຸດ ຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫຼ່ກັບຜູ້ນໍາຄົນອື່ນໆ ໃນການຄົ້ນຄວ້າກໍານົດແນວທາງ, ແຜນນະໂຍບາຍ ແລະ ຍຸດທະສາດ, ຍຸດໂທບາຍ ກໍຄື ຍຸດທະວິທີປະຕິວັດທີ່ຖືກຕ້ອງ, ສອດຄ່ອງໃຫ້ແກ່ການປະຕິວັດລາວ ໃນແຕ່ລະໄລຍະ.
ຄຸນສົມບັດສິນທໍາປະຕິວັດ ອັນໂດດເດັ່ນ ແລະ ໜັກແໜ້ນ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ນັ້ນ ແມ່ນລວມຍອດຢູ່ທີ່ຄວາມຈົງຮັກພັກດີ, ຄວາມບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ, ເວລາໃດ ສະຫາຍ ກໍຖືຜົນປະໂຫຍດຂອງພັກ ແລະ ຂອງຊາດ ເໜືອກວ່າສິ່ງອື່ນໃດ, ນໍ້າໃຈຮັກຊາດອັນດູດດື່ມ, ນໍ້າໃຈຮັບໃຊ້ປະຊາຊົນຢ່າງບໍ່ມີຂອບເຂດຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນສະແດງອອກເຖິງຄວາມກ້າຫານ, ເດັດດ່ຽວຕໍ່ສູ້ຕ້ານກັບສັດຕູ ຂອງປະເທດຊາດ ແລະ ຂອງປະຊາຊົນ ໃຫ້ປະລາໄຊລົງ. ອີກອັນໜຶ່ງ ທີ່ສະແດງອອກເຖິງຄວາມໂດດເດັ່ນ ຂອງຄຸນສົມບັດສິນທໍາປະຕິວັດ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ກໍຄືການອຸທິດຕົນໃຫ້ພາລະກິດປະຕິວັດ, ໃຫ້ຄວາມເປັນເອກະລາດແຫ່ງຊາດ, ໃຫ້ແກ່ການພັດທະນາປະເທດຊາດ ແລະ ສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນ ຢ່າງບໍ່ຮູ້ອິດຮູ້ເມື່ອຍໃນຕະຫຼອດຊີວິດຂອງເພິ່ນ; ຄວາມເປັນແບບຢ່າງໃນການດໍາລົງຊີວິດທີ່ປອດໃສຂາວສະອາດ, ລຽບງ່າຍ, ປະຢັດມັດທະຍັດ, ໃກ້ຊິດມະຫາຊົນ, ຈິງໃຈຕໍ່ເພື່ອນສະຫາຍ, ເອື້ອເຝື້ອເພື່ອແຜ່ຕໍ່ເພື່ອນຮ່ວມງານ, ແຕ່ເຂັ້ມງວດໃນດ້ານຫຼັກການ, ເຄັ່ງຄັດຕໍ່ລະບຽບວິໄນ, ເຮັດວຽກມີປະຊາທິປະໄຕ ແລະ ຕົກລົງເປັນໝູ່ຄະນະ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ນັ້ນ ຖືວ່າເປັນບົດຮຽນອັນລໍ້າຄ່າ ໃຫ້ຄົນຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປຂອງພັກ ແລະ ຂອງຊາດເຮົາ.
ການຈາກໄປ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນການສູນເສຍຜູ້ເປັນການນໍາຍຸດທະສາດ, ສູນເສຍນັກການເມືອງຜູ້ປີຊາສາມາດ, ນັກຍຸດທະສາດການທະຫານ ຜູ້ອົງອາດກ້າແກ່ນ ແລະ ນັກພັດທະນາເສດຖະກິດ-ສັງຄົມ ຜູ້ມີຄວາມສາມາດໂດດເດັ່ນ, ນັກການທູດ ແລະ ການເມືອງຕ່າງປະເທດ ທີ່ແຫຼມຄົມຂອງພັກ ແລະ ຂອງຊາດເຮົາ ໄປຢ່າງບໍ່ມີວັນກັບມາ, ແຕ່ເພິ່ນໄດ້ປະມູນມໍລະດົກຕົກທອດອັນລໍ້າຄ່າ, ຄຸນງາມຄວາມດີ ແລະ ບົດຮຽນອັນປະເສີດໄວ້ນໍາພວກເຮົາ ນັ້ນຄື: ນໍ້າໃຈຮັກຊາດອັນດູດດື່ມ ແລະ ສູງສົ່ງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາຊົນລາວບັນດາເຜົ່າ ແລະ ຕໍ່ລະບອບປະຊາທິປະໄຕປະຊາຊົນ, ນໍ້າໃຈພິລະອາດຫານ ແລະ ຄວາມເສຍສະຫຼະອັນສູງສົ່ງ, ຖືເອົາຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ ເໜືອກວ່າສິ່ງໃດໝົດ, ອຸທິດເຫື່ອແຮງ, ສະຕິປັນຍາ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອຄວາມຢູ່ດີມີສຸກຂອງປະຊາຊົນ ແລະ ຄວາມຈະເລີນວັດທະນາຂອງປະເທດຊາດ, ບົດຮຽນພຶດຕິກໍາໃນການນໍາພາກໍ່ສ້າງ, ປັບປຸງກໍາລັງປະກອບອາວຸດປະຊາຊົນມີໄຫວພິກ, ສະຫຼາດຄ່ອງແຄ່ວໃນການບັນຊາສູ້ຮົບ ແລະ ສູ້ຮົບມີໄຊ, ບົດຮຽນພຶດຕິກໍາໃນການກໍໍ່ສ້າງຮາກຖານການເມືອງ, ສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ ກໍຄືການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບສາມຂັ້ນ, ຄວາມເອົາໃຈໃສ່ ແລະ ຖືສໍາຄັນຢ່າງສະເໝີຕົ້ນສະເໝີປາຍຕໍ່ວຽກງານກໍ່ສ້າງ, ປັບປຸງລະບົບການເມືອງຢູ່ຮາກຖານ ໃຫ້ໜັກແໜ້ນ, ເຂັ້ມແຂງ, ຄວາມເປັນຫຼັກແຫຼ່ງ ແລະ ຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ຂອງຊາດລາວ; ເດັດດ່ຽວຕ້ານທຸກປະກົດການທີ່ຝືນກັບຫຼັກການ ແລະ ລະບຽບວິໄນ ເພື່ອປົກປ້ອງຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍ ໃຫ້ມີການປະພຶດປະຕິບັດທີ່ເປັນແບບຢ່າງນໍາໜ້າ, ການສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ກວ້າງຂວາງ, ເລິກເຊິ່ງ ກັບປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ ດ້ວຍວິໄສທັດອັນກວ້າງໄກ ແລະ ໜັກແໜ້ນ.
ໃນທ່າມກາງແຫ່ງຄວາມໂສກເສົ້າເສຍດາຍ ຫາອັນປຽບບໍ່ໄດ້ ຕໍ່ການຈາກໄປ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ພວກເຮົາ ຂໍໃຫ້ຄໍາໝັ້ນສັນຍາຕໍ່ດວງວິນຍານຂອງສະຫາຍ ວ່າ: ຈະສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດທີ່ພວກເຮົາຍາດມາໄດ້ນັ້ນ ໄວ້ຢ່າງໝັ້ນຄົງ ແລະ ຈະສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ພັກ-ລັດ ແລະ ກໍາລັງປະກອບອາວຸດ ກໍຄືຄວາມສາມັກຄີທົ່ວປວງຊົນລາວທັງຊາດ ແລະ ສືບຕໍ່ພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ; ເຮັດໃຫ້ອຸດົມການຂອງພັກ ແລະ ຄວາມມຸ່ງຫວັງຂອງປະຊາຊົນທັງຊາດ ກໍຄືຂອງສະຫາຍເອງ ໃຫ້ປະກົດຜົນເປັນຈິງ. ພ້ອມນັ້ນ, ກໍຈະສືບຕໍ່ເບິ່ງແຍງຄອບຄົວ ແລະ ຊ່ວຍເຫຼືອກໍ່ສ້າງລູກຫຼານຂອງສະຫາຍ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາຕໍ່ໄປ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ