Home / ທິດສະດີຊີ້ນຳ / ມອບເຄື່ອງຊ່ວຍເຫຼືອ ໃຫ້ອົງການເມືອງ ເຈົາແຊ ແຂວງມອນດາເລ ສສ ມຽນມາ

ມອບເຄື່ອງຊ່ວຍເຫຼືອ ໃຫ້ອົງການເມືອງ ເຈົາແຊ ແຂວງມອນດາເລ ສສ ມຽນມາ

ໃນວັນທີ 6 ເມສາ 2025 ນີ້, ຄະນະປະຕິບັດງານດ້ານມະນຸດສະທຳ ແລະ ບັນເທົາໄພພິບັດ ຂອງກອງທັບປະຊາຊົນລາວ ໄດ້ຕາງໜ້າໃຫ້ກອງທັບປະຊາຊົນລາວ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາປິ່ນປົວພະຍາດ ໃຫ້ອົງການປົກຄອງເມືອງເຈົາແຊ ແຂວງມອນດາເລ ສສ ມຽນມາ ເພື່ອນຳໃຊ້ເຂົ້າໃນການປິ່ນປົວ ແລະ ຊ່ວຍເຫຼືອປະຊາຊົນ ຜູ້ປະສົບໄພຈາກເຫດການແຜ່ນດິນໄຫວ, ຕາງໜ້າກ່າວມອບໂດຍ ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຜູ້ປະສານງານຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ກ່າວຮັບໂດຍ ທ່ານ ກອງມ່ຽນນາຍ ເຈົ້າເມືອງ ເມືອງເຈົາແຊ, ມີຄະນະຮັບຜິດຊອບການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາໄພພິບັດ ທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ເຄື່ອງທີ່ນຳມາມອບ ປະກອບມີ: ອຸປະກອນການແພດ ແລະ ຢາປິ່ນປົວພະຍາດ 30 ລາຍການ ລວມມູນຄ່າ 252.000.000 ກີບ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນຮັບໃຊ້ເຮືອນຄົວ ສູນພັກຊົວຄາວ ລວມມູນຄ່າທັງໝົດ 533.200.000 ກີບ.
ໂອກາດນີ້, ທ່ານເຈົ້າເມືອງ ໄດ້ຕາງໜ້າໃຫ້ປະຊາຊົນ ເມືອງເຈົາແຊ ສະແດງຄວາມຂອບໃຈ ແລະ ຍ້ອງຍໍສັນລະເຊີນ ການນຳຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໄດ້ແບ່ງເບົາຄວາມຫຍຸ້ງຍາກຊ່ວຍອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນຊາວເມືອງເຈົາແຊ ໂດຍຜ່ານຄະນະຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາໄພພິບັດ ຂອງກອງທັບປະຊາຊົນລາວ. ທ່ານໄດ້ກ່າວຕື່ມວ່າ ຈະນຳເອົາອຸປະກອນການແພດ ແລະ ຢາປິ່ນປົວພະຍາດ ໄປນຳໃຊ້ເຂົ້າໃນການປິ່ນປົວຜູ້ບາດເຈັບ ທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວ ທີ່ພວມນອນຢູ່ໂຮງໝໍ ແລະ ຈະນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປແຈກຢາຍໃຫ້ຜູ້ປະສົບໄພຢ່າງທົ່ວເຖິງ ແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນ, ຄະນະປະຕິບັດງານຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາໄພພິບັດ ຂອງກອງທັບປະຊາຊົນລາວ ຍັງໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບຄະນະໜ່ວຍງານປະເມີນການຕອບໂຕ້ສຸກເສີນອາຊຽນ (ASEAN-ERAT ) ຢູ່ສູນບັນຊາການຂອງຄະນະດັ່ງກ່າວ ຕື່ມອີກ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps