ພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ໄດ້ຈັດຂຶ້ນໃນວັນທີ 8 ເມສາ 2025 ນີ້, ຢູ່ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ ໂດຍການເປັນປະທານຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາພັກ-ລັດ, ການນໍາກະຊວງປ້ອງກັນຄວາມສະຫງົບ, ບັນດາກົມກອງອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານຫຼັກແຫຼງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ຄັ້ງນີ້ ແມ່ນດໍາເນີນໃນບັນຍາກາດທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມຂຸ້ນຂຽວໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄລຍະທ້າຍສະໄໝ, ແຜນພັດທະນາເສດຖະກິດ 5 ປີ ຄັ້ງທີ IX, ສອງວາລະແຫ່ງຊາດ ຄືວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ທັງໄດ້ຍູ້ແຮງຂະບວນການ, ສ້າງຜົນງານ ເພື່ອຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດ ໄປພ້ອມກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ເພື່ອກະກຽມຄວາມພ້ອມຮອບດ້ານ ກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະດຳເນີນໃນຕໍ່ໜ້າຢ່າງຟົດຟື້ນ.
ການກໍາເນີດ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ມີຄວາມໝາຍສໍາຄັນທາງດ້ານການເມືອງອັນໃຫຍ່ຫຼວງ ໃນປະຫວັດສາດຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງ, ກໍາລັງປ້ອງກັນຄວາມສະຫງົບ ໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນ ໄດ້ເປັນຢ່າງດີຕະຫຼອດມາ ທັງເຄື່ອນໄຫວປ້ອງກັນ, ເຝິກແອບຮໍ່າຮຽນ, ປັບປຸງກໍາລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ ດ້ວຍການສ້າງພະລາທິການກັບທີ່, ທັງຂົນຂວາຍ, ກໍ່ສ້າງຮາກຖານ ເຊິ່ງໄດ້ຮັບຄວາມຮັກແພງ, ອູ້ມຊູຊ່ວຍເຫຼືອຈາກປະຊາຊົນຕະຫຼອດມາ; ເຖິງວ່າໃນເບື້ອງຕົ້ນ ກໍາລັງປ້ອງກັນຄວາມສະຫງົບຍັງອ່ອນນ້ອຍ, ການປະກອບອາວຸດ, ພາຫະນະຫຼ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ກໍາລັງປ້ອງກັນຄວາມສະຫງົບ ໄດ້ເດັດດ່ຽວເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນອຸດົມຮັ່ງມີຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ, ໄດ້ພ້ອມກັບກອງທັບ, ປະຊາຊົນບັນດາເຜົ່າຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດພາຍນອກ ແລະ ລູກແຫຼ່ງຕີນມືຂາຍຊາດ.
64 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງປ້ອງກັນຄວາມສະຫງົບ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ; ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລໍາບາກທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ ແລະ ໄຊຊະນະອັນສະຫງ່າລາສີ; ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ກໍາລັງປ້ອງກັນຄວາມສະຫງົບ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ ໃນການປະຕິບັດໜ້າທີ່ການເມືອງ, ທັງປະສານສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງ, ກໍ່ສ້າງກໍາລັງຂອງຕົນ ໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລໍາດັບມາ.
ຕະຫຼອດໄລຍະ 50 ປີ ແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ບັນດາກໍາລັງປະກອບອາວຸດປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໄດ້ກາຍເປັນກໍາລັງຫຼັກແຫຼ່ງ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ຕິດພັນກັບການພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດມູນເຊື້ອອັນດີງາມຂອງຊາດ, ເຝິກຝົນຫຼໍ່ຫຼອມທັດສະນະ, ຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າປັບປຸງ, ກໍ່ສ້າງກໍາລັງຂອງຕົນ ໃຫ້ນັບມື້ນັບເຂັ້ມແຂງໃນທຸກດ້ານ; ຮູ້ອີງໃສ່ກໍາລັງແຮງສັງລວມຂອງທົ່ວປວງຊົນ, ຫັນເອົາກໍາລັງລົງຮາກຖານຢ່າງແຂງແຮງ, ປັບປຸງອົງການປົກຄອງທ້ອງຖິ່ນ, ຊ່ວຍເຫຼືອປະຊາຊົນປັບປຸງຊີວິດການເປັນຢູ່, ເຮັດໃຫ້ສະພາບຢູ່ຮາກຖານມີຄວາມສະຫງົບໂດຍພື້ນຖານ; ເຮັດໃຫ້ປະຊາຊົນບັນດາເຜົ່າ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດ, ເຊື່ອໝັ້ນກໍາລັງປ້ອງກັນຄວາມສະຫງົບ, ສາມາດທັບມ້າງກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິ, ການກໍ່ຄວາມບໍ່ສະຫງົບ, ແຊກຊຶມ ແລະ ການເຄື່ອນໄຫວເກາະຜິດບຽດຍຶດຊາຍແດນ ຂອງອິດທິກໍາລັງປະຕິການ ໄດ້ຢ່າງທັນການ, ຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄດ້ເປັນຢ່າງດີ.
ຜົນສໍາເລັດ ທີ່ກໍາລັງປ້ອງກັນຄວາມສະຫງົບ ສ້າງໄດ້ໃນໄລຍະຜ່ານມາ, ແມ່ນການຈັດຕັ້ງປະຕິບັດແນວທາງຂອງພັກ-ລັດ ຖືກທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກໍາລັງ ປ້ອງກັນຄວາມສະຫງົບ; ແມ່ນໝາກຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜຽວແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ພະນັກງານ-ນັກຮົບໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ທີ່ໄດ້ຕັ້ງໜ້າທຸ່ມເທເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າຮ່ວມຈັດຕັ້ງປະຕິບັດດ້ວຍຄວາມເປັນເຈົ້າການຢ່າງຕັ້ງໜ້າ ອັນໄດ້ສະແດງໃຫ້ເຫັນວ່າ: ພາຍໃຕ້ການນໍາພາ ຂອງພັກ, ກໍາລັງປ້ອງກັນຄວາມສະຫງົບ ໄດ້ເສີມຂະຫຍາຍທາດແທ້, ມູນເຊື້ອຂອງກໍາລັງປະກອບອາວຸດປະຕິວັດ, ຍາມໃດ ກໍສະໜອງຕອບຕໍ່ຄໍາຮຽກຮ້ອງຂອງພັກ ແລະ ປະຊາຊົນ ດ້ວຍຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ, ຍາມໃດກໍເດັດດ່ຽວໜຽວແໜ້ນ, ກ້າວເດີນຕາມອຸດົມການຂອງພັກ.
ຕະຫຼອດໄລຍະ 64 ປີ ກໍາລັງປ້ອງກັນຄວາມສະຫງົບ ໄດ້ເຮັດລ້ອນໜ້າທີ່ອັນໃຫຍ່ຫຼວງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ແມ່ນໄລຍະທາງທີ່ສະຫວ່າງສະໄຫວ ແລະ ມີກຽດສະຫງ່າ ເຊິ່ງເປັນພື້ນຖານອັນໜັກແໜ້ນໃຫ້ການກ້າວຂຶ້ນປັບປຸງກໍາລັງປະກອບອາວຸດ ໃຫ້ມີແບບແຜນກ້າວໄປສູ່ຄວາມທັນສະໄໝ; ເພື່ອອະນາຄົດອັນສົດໃສຂອງປະເທດຊາດ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ຜົນງານທີ່ຍາດມາໄດ້ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງໃຫ້ມີໝາກຜົນດີກວ່າເກົ່າ, ນໍາພາກໍາລັງປ້ອງກັນຄວາມສະຫງົບ ກ້າວຂຶ້ນສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ