Home / ທິດສະດີຊີ້ນຳ / ປະດັບຫຼຽນໄຊພິລະອາດຫານ ໃຫ້ແກ່ການນຳ ແລະ ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນສູງສຸດ

ປະດັບຫຼຽນໄຊພິລະອາດຫານ ໃຫ້ແກ່ການນຳ ແລະ ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນສູງສຸດ

ໃນວັນທີ 9 ເມສາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ປະດັບຫຼຽນໄຊພິລະອາດຫານ ໃຫ້ແກ່ການນຳ ແລະ ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນສູງສຸດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານໄອຍະການທະຫານ ຕະຫຼອດໄລຍະ 31 ປີ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ອຳເພັດ ພົມມະກອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ ໄດ້ຜ່ານບົດສະຫຼຸບຜົນງານການເຄື່ອນໄຫວໃນໄລຍະຊຸມປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນວ່າ: ອົງການໄອຍະການທະຫານໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ, ສາມາດເຮັດລ້ອນໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງກອງທັບດ້ວຍກົດໝາຍ ນັບມື້ມີຄວາມຄ່ອງຕົວ ແລະ ສັກສິດຕາມລັດຖະທໍາມະນູນ ແລະ ກົດໝາຍ, ເຮັດໃຫ້ກອງທັບມີຄວາມສະຫງົບ ແລະ ຍຸຕິທໍາ. ລະບົບອົງການໄອຍະການທະຫານ ໄດ້ພັດທະນາຢ່າງຕໍ່ເນື່ອງ ໂດຍສອດຄ່ອງກັບການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ. ອົງການໄອຍະການທະຫານ ປະກອບມີ: ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການທະຫານພາກ (3 ພາກ), ອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ວິທະຍາຄານ, ແຂວງ, ນະຄອນຫຼວງ, ໂຮງໝໍ ແລະ ໂຮງຮຽນ. ລວມມີທັງໝົດ 53 ກົມກອງ ພ້ອມນີ້, ໄດ້ຍົກສູງພາລະບົດບາດໃນການຕິດຕາມກວດກາການປະຕິບັດກົດໝາຍ ໂດຍເຄົາລົບຫຼັກການຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ ຢຶດໝັ້ນຫຼັກການ 4 ຮັບປະກັນຄື: ຮັບປະກັນຄວາມຖືກຕ້ອງ, ຍຸຕິທຳ, ໂປ່ງໃສ ແລະ ທັນຕາມກຳນົດເວລາ. ເຊິ່ງສາມາດສ້າງຜົນງານໄດ້ຫຼາຍດ້ານ ເປັນຕົ້ນແມ່ນ ສ້າງ ແລະ ປັບປຸງ ກົດໝາຍ ວ່າດ້ວຍອົງການໄອຍະການທະຫານ ສຳເລັດ ປີ 2022; ເປັນເຈົ້າການສ້າງກົດໝາຍ ວ່າດ້ວຍການປ້ອງກັນຊາດ ແລະ ປັບປຸງກົດໝາຍ ວ່າດ້ວຍນາຍທະຫານ ແລະ ນິຕິກຳອື່ນໆ; ສ້າງປຶ້ມຄູ່ມືການດໍາເນີນຄະດີອາຍາໃນກອງທັບ, ປຶ້ມຫຼັກສູດການຮຽນ-ການສອນ ກ່ຽວກັບວຽກງານໄອຍະການທະຫານ; ສ້າງຄຳສັ່ງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງປະຕິບັດລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍອົງການໄອຍະການທະຫານ, ສ້າງຂໍ້ຕົກລົງ ຂອງຫົວໜ້າອົງການໄອຍະການທະຫານ ວ່າດ້ວຍພະນັກງານໄອຍະການທະຫານ ແລະ ຜູ້ຊ່ວຍ. ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ໃຫ້ນາຍ ແລະ ພົນທະຫານ ໃນກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ, ສ້າງກາໝາຍເຫຼົ່າຮົບ ວິຊາສະເພາະ ອົງການໄອຍະການທະຫານ ແລະ ຜະລິດນໍາໃຊ້ສໍາເລັດ; ເປີດກອງປະຊຸມເຊື່ອມຊຶມກົດໝາຍໃຫ້ແກ່ການນໍາຫຼັກແຫຼ່ງທົ່ວກອງທັບ ເປີດຊຸດອົບຮົມວຽກງານໄອຍະການທະຫານ ໃຫ້ພະນັກງານທີ່ຮຽນຈົບກົດໝາຍ, ຄົ້ນຄວ້າແກ້ໄຂຄໍາຮ້ອງທຸກ, ຮ້ອງຟ້ອງ ແລະ ຂໍ້ຂັດແຍ່ງຕ່າງໆ 430 ສະບັບ, ໄດ້ຮັບສໍານວນຄະດີທັງໝົດ 1.776 ເລື່ອງ, ຖະແຫຼງ ແລະ ສັ່ງຟ້ອງໃຫ້ສານທະຫານຕັດສິນ 1.016 ເລື່ອງ, ອອກຄໍາສັ່ງຊັດມ້ຽນ 180 ເລື່ອງ, ມອບໃຫ້ກົມກອງ ແລະ ອົງການກ່ຽວຂ້ອງແກ້ໄຂບໍລິຫານ 470 ເລື່ອງ, ອອກຄໍາສັ່ງໂຈະການດໍາເນີນຄະດີ 46 ເລື່ອງ, ປ່ອຍຕົວນັກໂທດພົ້ນໂທດ 432 ຄົນ, ຖະແຫຼງປ່ອຍຕົວ ນັກໂທດກ່ອນກຳນົດ 15 ຄົນ, ອະໄພຍະໂທດ ປ່ອຍຕົວ 24 ຄົນ ແລະ ອະໄພຍະໂທດຜ່ອນໂທດ 179 ຄົນ.
ຈາກນັ້ນ, ສະຫາຍ ພົນຈັດຕະວາ ວັນນະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ໃຫ້ແກ່ການນຳ ແລະ ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນສູງສຸດ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງມອບຫຼຽນໄຊພິລະອາດຫານ ຊັ້ນ II ຈຳນວນ 1 ສະຫາຍ ແລະ ຫຼຽນໄຊພິລະອາດຫານ ຊັ້ນ III ຈຳນວນ 14 ສະຫາຍ ໂດຍການປະດັບ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຢ່າງສົມກຽດ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps