Home / ທິດສະດີຊີ້ນຳ / ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວວຽກງານ ຢູ່ກອງພັນໃຫຍ່ 279

ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວວຽກງານ ຢູ່ກອງພັນໃຫຍ່ 279

ໃນວັນທີ 4 ເມສາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານ ຢູ່ກອງພັນໃຫຍ່ 279, ໃຫ້ການຕ້ອນຮັບ ຂອງ ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການເມືອງ ກອງພັນໃຫ່ຍ 279 ພ້ອມດ້ວຍຄະນະ.
ການເຄື່ອນໄຫວວຽກງານ ຂອງລັດຖະມົນຕີໃນຄັ້ງນີ້ ໄດ້ຕິດຕາມຫັດແອບສວນສະໜາມ ເພື່ອເຂົ້າຮ່ວມປະກອບສ່ວນໃນພີທີສວນສະໜາມ ເນື່ອງໃນໂອກາດວັນໄຊຊະນະສົງຄາມປ້ອງກັນປິຕຸພູມ (ສົງຄາມໂລກ ຄັ້ງທີ II) ຄົບຮອບ 80 ປີ ທີ່ຈະຈັດຂຶ້ນຢູ່ທີ່ສະໜາມແດງ ຂອງນະຄອນຫຼວງມົດສະກູ ສ ຣັດເຊຍ ໃນເດືອນເມສາ 2025 ໃນນັ້ນ, ມີພະນັກງານ-ນັກຮົບເຂົ້າຮ່ວມ 75 ສະຫາຍ.
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພະນັກງານ-ນັກຮົບ ທີ່ມີຄວາມເອົາໃຈໃສ່ໃນການເຝິກຊ້ອມ ເຖິງວ່າອາກາດຈະຮ້ອນປານໃດກໍມີຄວາມບຸກບືນເຫື່ອແຮງກາຍ ແລະ ແຮງໃຈ ປະກອບເຂົ້າໃນພາລະກິດທີ່ໄດ້ຮັບໃຫ້ຄວາມຮັບປະກັນ 100% ແລະເຮັດສໍາເລັດໜ້າທີ່ອັນມີກຽດທີ່ປະເທດຊາວມອບໝາຍໃຫ້.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps