Home / ທິດສະດີຊີ້ນຳ / ປະທານປະເທດ ແຫ່ງ ສປປ ລາວ ກ່າວສານອວຍພອນປີໃໝ່ລາວ

ປະທານປະເທດ ແຫ່ງ ສປປ ລາວ ກ່າວສານອວຍພອນປີໃໝ່ລາວ

ໃນວັນທີ 10 ເມສາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສານອວຍພອນປີໃໝ່ລາວ ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ພສ 2567 ຕ້ອນຮັບປີໃໝ່ລາວ ພສ 2568. ເຊີ່ງເນື້ອໃນສານລະບຸໄວ້ວ່າ:
ພີ່ນ້ອງຮ່ວມຊາດ, ເພື່ອນມິດ ສະຫາຍ ທີ່ ຮັກແພງທັງຫຼາຍ ໃນໂອກາດສົ່ງທ້າຍປີເກົ່າ, ປີມະໂລງ ພສ 2567 ແລະ ຕ້ອນຮັບປີໃໝ່, ປີມະເສັງ ພສ 2568 ທີ່ກຳລັງໝູນວຽນມາເຖິງນີ້, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຕາງໜ້າໃຫ້ການນໍາ ພັກ-ລັດ ແລະ ໃນນາມສ່ວນຕົວ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດມາຍັງ ພໍ່ແມ່ພີ່ນ້ອງຊາວລາວ ທີ່ເຄົາລົບຮັກທຸກທົ່ວໜ້າໃນທົ່ວປະເທດ, ລວມທັງຊາວລາວ ທີ່ກໍາລັງດໍາລົງຊີວິດ ຢູ່ຕ່າງປະເທດ ກໍຄືເພື່ອນມິດຊາວຕ່າງປະເທດ ທີ່ກຳລັງດໍາລົງຊີວິດ ແລະ ປະຕິບັດວຽກງານ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກໆ ທ່ານ ມານະໂອກາດນີ້ດ້ວຍ.
ພໍ່ແມ່ພີ່ນ້ອງ, ເພື່ອນມິດສະຫາຍ ທີ່ຮັກແພງຕະຫຼອດປີຜ່ານມານັ້ນ ເປັນອີກປີໜຶ່ງ ທີ່ປະຊາຊົນລາວທັງຊາດ ພວກເຮົາ ໄດ້ທຸ່ມເທແຮງກາຍ, ແຮງໃຈ ແລະ ສະຕິປັນຍາ, ສາມັກຄີ ເປັນຈິດໜຶ່ງໃຈດຽວ ຮ່ວມກັບພັກ, ລັດທຸກໆ ຂັ້ນພ້ອມກັນບຸກບືນ ປະຕິບັດບັນດາແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດວາງອອກ ໄດ້ຮັບຜົນສໍາເລັດ ທີ່ເປັນຮູບປະທໍາຫຼາຍດ້ານ, ຜ່ານຜ່າໄດ້ອຸປະສັກ ແລະ ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍນານາປະການ; ປະເທດເຮົາສືບຕໍ່ຮັກສາໄດ້ສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນທ່ວງທ່າດີຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ, ອິດທິພົນບົດບາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ສາກົນ ສືບຕໍ່ໄດ້ຮັບການເຊີດຊູສູງເດັ່ນຂຶ້ນ.
ຂ້າພະເຈົ້າ ຂໍຖືໂອກາດນີ້, ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ, ອໍານາດການປົກຄອງແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ນັກທຸລະກິດ, ຜູ້ປະກອບການ, ປະຊາຊົນລາວ ບັນດາເຜົ່າ ລວມທັງພີ່ນ້ອງຊາວລາວຢູ່ຕ່າງປະເທດ ທຸກທົ່ວໜ້າທີ່ໄດ້ປະກອບສ່ວນ ເຂົ້າໃນບັນດາຜົນສໍາເລັດດັ່ງທີ່ໄດ້ກ່າວມານັ້ນ. ພ້ອມກັນນັ້ນ, ກໍຂໍສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ ຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ມີຕໍ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະເໝີຕົ້ນສະເໝີປາຍຕະຫຼອດມາ.
ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫຼາຍ ປີໃໝ່ນີ້ ເປັນອີກປີໜຶ່ງ ທີ່ສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ມີຄວາມສັບສົນ ເຊິ່ງຈະມີຜົນກະທົບຕໍ່ປະເທດ ແລະ ປະຊາຊົນເຮົາ ຢ່າງຫຼີກລ່ຽງບໍ່ໄດ້ກໍຕາມ, ແຕ່ພວກເຮົາ ກໍຍັງເຫັນວ່າ ເປັນປີໜຶ່ງທີ່ພວກເຮົາຖືວ່າ ເປັນປີທີ່ມີກາລະໂອກາດ, ເຕັມໄປດ້ວຍ ຄວາມຫວັງແຫ່ງການນໍາພາປະເທດຊາດ ກ້າວໄປສູ່ອະນາຄົດທີ່ສົດໃສ, ເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ເປັນປີແຫ່ງການສະເຫຼີມສະຫຼອງບັນດາເຫດການປະຫວັດສາດ ສໍາຄັນຂອງພັກ, ຂອງຊາດເຮົາ; ເປັນປີທີ່ພວກເຮົາ ຈະໄດ້ພ້ອມກັນອອກແຮງສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມາເຖິງ. ພ້ອມກັນນັ້ນ, ເປັນປີທີ່ພວກເຮົາ ສືບຕໍ່ປະຕິບັດແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ໃຫ້ເຂົ້າສູ່ລວງເລິກ, ປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ ແລະ ມີປະສິດທິຜົນ, ປະຕິບັດຫຼາຍກົນໄກ, ນະໂຍບາຍ ແລະ ມາດຕະການ ເພື່ອແກ້ໄຂບັນຫາ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ຂອງປະເທດ, ສືບຕໍ່ຍູ້ແຮງການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍສົມທົບທ່າແຮງບົ່ມຊ້ອນພາຍໃນ ກັບກໍາລັງແຮງ ຂອງຍຸກສະໄໝ ເພື່ອສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາ ຢ່າງແຂງແຮງ ຕາມທິດສີຂຽວ ແລະ ຍືນຍົງ ໃນຊຸມປີຕໍ່ໆ ໄປ.
ພໍ່ແມ່ພີ່ນ້ອງ, ເພື່ອນມິດສະຫາຍ ທີ່ຮັກແພງທັງຫຼາຍອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຖືໂອກາດອັນເປັນສີຣິມຸງຄຸນນີ້ ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພໍ່ແມ່, ພີ່ນ້ອງຊາວລາວ ໃນທົ່ວປະເທດ ຕະຫຼອດເຖິງພີ່ນ້ອງຄົນເຊື້ອສາຍລາວ ທີ່ອາໄສຢູ່ຕ່າງປະເທດ ກກໍຄຊາວຕ່າງປະເທດທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ ຢູ່ ສາທາລະນະລັດ ປະຊາທິປະໄຕ ປປະຊາຊົນລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຢູ່ເຢັນເປັນສຸກ, ມີຜົນສໍາເລັດໃນໜ້າທີ່ວຽກງານ, ປາສະຈາກໂລກໄພໄຂ້ເຈັບ ແລະ ຈົ່ງພ້ອມກັນສະຫຼອງປີໃໝ່ລາວ ດ້ວຍຄວາມເບີກບານມ່ວນຊື່ນ, ມີໂຊກມີໄຊ ແລະ ສະຫງົບປອດໄພ ທຸກປະການເທີ້ນ. ສະບາຍດີປີໃໝ່.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps