Home / ທິດສະດີຊີ້ນຳ / ຄະນະຊາວໜຸ່ມ ກະຊວງປ້ອງກັນປະເທດ ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນ ຂອງປະທານ ໄກສອນ ພົມວິຫານ

ຄະນະຊາວໜຸ່ມ ກະຊວງປ້ອງກັນປະເທດ ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນ ຂອງປະທານ ໄກສອນ ພົມວິຫານ

ໃນວັນທີ 22 ເມສາ 2025 ນີ້, ຄະນະຊາວໜຸ່ມ ກະຊວງປ້ອງກັນປະເທດ ນຳພາໂດຍ ສະຫາຍ ພັນເອກ ສຸດໃຈ ມະຫາວົງ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນ ຂອງປະທານ ໄກສອນ ພົມວິຫານ ຢູ່ທີ່ ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955-14 ເມສາ 2025).
ການເຂົ້າວາງກະຕ່າດອກໄມ້ໃນຄັ້ງນີ້, ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄຸນ ຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ຜູ້ນໍາພາທະນຸບຳລຸງ, ເຝິກຝົນຫຼໍ່ຫຼອມ, ນໍາພາ-ຊີ້ນໍາຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງນາມ ຂອງປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດແໜ້ນຕະຫຼອດໄລຍະແຫ່ງການນໍາພາ ພາລະກິດປະຕິວັດອັນຍິ່ງໃຫຍ່ ຂອງພັກ ແລະ ຂອງປະເທດເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນຜູ້ລິເລີ່ມ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ, ຍາດໄດ້ໄຊຊະນະສະຫງ່າງາມ ຕະຫຼອດມາ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps