ໃນວັນທີ 22 ເມສາ 2025 ນີ້, ຄະນະນຳກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມງານວາງສະແດງຮູບພາບສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ທ້ອນໂຮມປະເທດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ (30 ເມສາ 1975-30 ເມສາ 2025) ຢູ່ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ນຳໂດຍ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໂດຍໃຫ້ການຕ້ອນຮັບ ຂອງສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.
ສະຫາຍ ຫງວຽນ ມິງ ເຕີມ ໄດ້ກ່າວເປີດງານວ່າ: ງານວາງສະແດງຮູບພາບ ແລະ ພິທີ ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີນີ້ ແມ່ນໂອກາດທີ່ມີຄວາມໝາຍທີ່ສຸດ ເພື່ອໃຫ້ພວກເຮົາຮ່ວມກັນສະເຫຼີມສະຫຼອງ ແລະ ທົບທວນຄືນໜຶ່ງໃນບັນດາເຫດການທີ່ມີລັກສະນະປະຫວັດສາດອັນໃຫຍ່ຫຼວງທີ່ສຸດ ຂອງຊາວຫວຽດນາມ ທີ່ໄດ້ເກີດຂຶ້ນເມື່ອ 50 ປີກ່ອນ ໃນນັ້ນ, ກໍມີການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າອ້າຍນ້ອງ. ພວກເຮົາໄດ້ຕໍ່ສູ້ຢ່າງກ້າຫານ, ຍາດເອົາໄຊຊະນະຈາກສັດຕູ, ເຮັດສໍາເລັດພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບ ແລະ ຮ່ວມກັນກ້າວເຂົ້າສູ່ສັງກາດໃໝ່ແຫ່ງການກໍ່ສ້າງ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບຮັ່ງມີ ສະຫງ່າຜ່າເຜີຍ ແລະ ສວຍສົດງົດງາມ ຕາມທີ່ປະທານ ໂຮ່ຈີມິນ ເຄີຍມຸ່ງຫວັງ. ຕາງໜ້າສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາສະຫາຍການນໍາ ແລະ ພະນັກງານ ຂອງບັນດາກະຊວງ, ອົງການຈັດຕັ້ງຂອງສູນກາງພັກ, ຂະແໜງການຕ່າງໆ ຂອງ ສປປ ລາວ, ບັນດາສະຫາຍຜູ້ຕາງໜ້າຈາກບັນດາອົງການອ້ອມຂ້າງສະຖານທູດ, ພີ່ນ້ອງຮ່ວມຊາດ ຢູ່ ສປປ ລາວ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທີ່ໄດ້ສະຫຼະເວລາເຂົ້າຮ່ວມບັນດາກິດຈະກຳທີ່ສະຖານທູດຈັດຕັ້ງໃນມື້ນີ້. ຂໍຂອບໃຈຢ່າງຈິງໃຈມາ ຍັງສູນວັດທະນະທໍາຫວຽດນາມ ປະຈໍາ ສປປ ລາວ ທີ່ໄດ້ປະສານງານ ແລະ ສະໜັບສະໜູນ ສະຖານທູດໃນການກະກຽມຈັດງານວາງສະແດງນີ້ ດ້ວຍຮູບພາບເກືອບ 300 ແຜ່ນທີ່ໄດ້ຈັດວາງ.
ງານວາງສະແດງມື້ນີ້ ໄດ້ອອກແບບເປັນເລື່ອງເລົ່າດ້ວຍຮູບພາບຢ່າງມີມີຊີວິດຊີວາ ກ່ຽວກັບບັນດາເຫດການທີ່ພົ້ນເດັ່ນໃນພາລະກິດຕໍ່ສູ້ຕ້ານຈັກກະພັດອາເມຣິກາ ເພື່ອທ້ອນໂຮມປະເທດຊາດ ຂອງປະຊາຊົນຫວຽດນາມ ເຊິ່ງຈຸດສູງສຸດແມ່ນ ໄຊຊະນະທີ່ຍິ່ງໃຫຍ່ລະດູບານໃໝ່ ປີ 1975; ບັນດາຮູບພາບກ່ຽວກັບສຳພັນສາມັກຄີສູ້ຮົບແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນນັ້ນ, ມີບັນດາຮູບພາບຕ່າງໆ ກ່ຽວກັບການຮ່ວມເດີນທາງໃນສະພາບສົງຄາມ ຂອງຜູ້ນຳສອງພັກ, ສອງລັດ ຫວຽດນາມ-ລາວ, ບັນດານັກຊ່ຽວຊານ, ທະຫານອາສາສະໝັກ ແລະ ປະຊາຊົນ 2 ປະເທດ ໄດ້ຄຽງບ່າຄຽງໄຫຼ່ໃນເວລາທີ່ຫຍຸ້ງຍາກທີ່ສຸດໃນປະຫວັດສາດ ຂອງທັງສອງຊາດ. ພ້ອມກັນນັ້ນ, ງານວາງສະແດງນີ້, ກໍຍັງແນະນໍາກ່ຽວກັບບັນດາໝາກຜົນຕ່າງໆ ແຫ່ງການພົວພັນຮ່ວມມືຮອບດ້ານ ຫວຽດນາມ-ລາວ, ຢືນຢັນ ບົດບາດຂອງຄວາມສາມັກຄີພິເສດ ຫວຽດນາມ ແລະ ລາວ ໃນສະພາບການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ແລະ ເປັນໂອກາດທີ່ມີຄວາມໝາຍເຊື່ອມຕໍ່ຈາກປະຫວັດສາດອັນສະຫງ່າອົງອາດ, ຈາກໄຊຊະນະອັນຍິ່ງໃຫຍ່ໃນເມື່ອກ່ອນເຖິງຜົນງານປັດຈຸບັນ ແລະ ຄວາມເຊື່ອໝັ້ນໃນອະນາຄົດອັນໃສແຈ້ງ. ງານວາງສະແດງຮູບພາບ ແລະ ພິທີວັນສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ທ້ອນໂຮມປະເທດຊາດ ເປັນເອກະພາບ ຄົບຮອບ 50 ປີ ແມ່ນເຫດການສໍາຄັນທາງດ້ານການເມືອງ ແລະ ວັດທະນະທຳ ພວກຂ້າພະເຈົ້າ ຫວັງວ່າຜ່ານບັນດາເຫດການດັ່ງກ່າວ, ບັນດາພະນັກງານ, ສະມາຊິກພັກ, ນັກສຶກສາ, ພີ່ນ້ອງຊາວຫວຽດນາມ ອາໄສຢູ່ ສປປ ລາວ ແລະ ເພື່ອນມິດ ສະຫາຍອ້າຍນ້ອງລາວ ຈະທົບທວນຄືນ ແລະ ເຂົ້າໃຈຢ່າງເລິກເຊິ່ງກວ່າອີກ ກ່ຽວກັບເສັ້ນທາງການຕໍ່ສູ້ປະຕິວັດທີ່ເຕັມໄປດ້ວຍການເສຍສະຫຼະ, ຄວາມລໍາບາກແຕ່ມີກຽດສະຫງ່າ ແລະ ພາກພູມໃຈຂອງສອງຊາດພວກເຮົາ. ຈາກນັ້ນ, ພວກເຮົາຈະສູ້ຊົນພ້ອມກັນເຮັດວຽກ ແລະ ຮໍ່າຮຽນໃຫ້ດີກວ່າເກົ່າ ເພື່ອປະກອບສ່ວນປົກປັກຮັກສາບັນດາຜົນງານປະຕິວັດທີ່ບັນພະບູລຸດໄດ້ວາງໄວ້, ກໍ່ສ້າງບ້ານເກີດເມືອງນອນ ແລະ ປະເທດຊາດໃຫ້ນັບມື້ນັບສວຍງາມ; ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ຂຽວສົດງົດງາມ, ໝັ້ນຄົງທະນົງແກ່ນຕະຫຼອດໄປ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ງານວາງສະແດງຮູບພາບຈະໄດ້ຈັດໃຫ້ເຂົ້າຊົມ ຈົນຮອດວັນທີ 30 ເມສາ 2025 ນີ້.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ຄະນະນຳກະຊວງປ້ອງກັນປະເທດ ເຂົ້າຮ່ວມງານວາງສະແດງຮູບພາບສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ທ້ອນໂຮມປະເທດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ