Home / ທິດສະດີຊີ້ນຳ / ໂຮມຊຸມນຸມໃຫຍ່ສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ໂຮມຊຸມນຸມໃຫຍ່ສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ພິທີ ໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໄດ້ຈັດຂຶ້ນໃນວັນທີ 22 ເມສາ 2025 ນີ້, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍການນຳພັກ, ລັດ, ນັກປະຕິວັດອາວຸໂສ, ບັນດາກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຍົກໃຫ້ເຫັນມູນເຊື້ອການເຕີບໃຫຍ່ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ເຊິ່ງເປັນມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະຫງ່າລາສີ ເຊິ່ງຍາມໃດ ກໍຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງການ ແລະ ທ້ອງຖິ່ນ ເພາະວ່າ ຊາວໜຸ່ມລາວ ມີບົດບາດຕັດສິນ ແລະ ເປັນກໍາລັງແຮງອັນໃຫຍ່ຫຼວງໃຫ້ແກ່ທຸກຍຸກທຸກສະໄໝ. ຕະຫຼອດ 7 ທົດສະວັດ ນັກຮົບສີຟ້າ ພາຍໃຕ້ຮົ່ມທຸງຂອງພັກ ກໍຄືການນຳພາ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ແບກຫາບພາລະກຳປະຫວັດສາດອັນຍິ່ງໃຫຍ່ໃນແຕ່ລະໄລຍະທີ່ແຕກຕ່າງກັນ ແລະ ສາມາດປະຕິບັດພາລະກຳປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ. ໃນຊຸມປີຕໍ່ໜ້າ ພັກຍິ່ງມີຄວາມຮັບຜິດຊອບອັນໜັກໜ່ວງໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ-ເງິນຕາ ລວມທັງຄວາມບອບບາງທາງດ້ານເສດຖະກິດມະຫາພາກ; ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຈະຕ້ອງໄດ້ເພີ່ມທະວີການສະກັດກັ້ນ ການປະຕິບັດນະໂຍບາຍຫັນປ່ຽນໂດຍສັນຕິຂອງພວກຄົນບໍ່ດີ ຕໍ່ລະບອບໃໝ່ ຂອງພວກເຮົາດ້ວຍຫຼາຍຮູບການ; ປະກົດການຫຍໍ້ທໍ້ໃນສັງຄົມ ນັບມື້ເກີດຂຶ້ນຢ່າງຕໍ່ເນື່ອງ, ການສຶກສາພົບກັບຄວາມຫຍຸ້ງຍາກ, ຄ່າຄອງຊີບນັບມື້ສູງຂຶ້ນ ແລະ ອື່ນໆ ແຕ່ດ້ວຍມູນເຊື້ອຄວາມສາມັກຄີ ແລະ ຄວາມຕັດສິນໃຈ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຕ່ລະຂັ້ນ ໄດ້ສືບຕໍ່ປະກອບສ່ວນຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫຼັກການ ເຮັດໃຫ້ປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍທີ່ກຳນົດໄວ້ ດ້ວຍການເສີມຂະຫຍາຍມູນເຊື້ອທາດແທ້ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.
ໂອກາດດຽວກັນ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດ ທີ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສ້າງໄດ້ຕະຫຼອດໄລຍະຜ່ານມາ ເຊິ່ງຊາວໜຸ່ມ ມີບົດບາດສຳຄັນໃນການຊ່ວຍຂັບເຄື່ອນການສ້າງສາ ແລະ ພັດທະນາປະເທດຊາດ, ຊາວໜຸ່ມໄດ້ຮຽນຮູ້ ແລະ ຮັບເອົາວິທະຍາສາດ, ເຕັກໂນໂລຊີ ມາພັດທະນາຕົນເອງ ແລະ ພັດທະນາປະເທດ ຢ່າງບໍ່ຢຸດຢັ້ງ. ນອກນີ້, ຊາວໜຸ່ມລາວ ຍັງເປັນຜູ້ຮັບຮູ້ໄວ, ເຂົ້າໃຈໄວເຊິ່ງທຸກໆ ການປ່ຽນແປງຂອງໂລກ ອາດເວົ້າໄດ້ວ່າ ຊາວໜຸ່ມລາວ ເປັນໄວທີ່ຮຽນຮູ້ທັນຍຸກທັນສະໄໝໄດ້ດີສົມຄວນ ຕີລາຄາວ່າ: ຊາວໜຸ່ມລາວໃນຍຸກນີ້ ເປັນຍຸກແຫ່ງການເປັນໂຕຂອງໂຕເອງ ໄດ້ດີທີ່ສຸດເທົ່າທີ່ເຄີຍມີມາໃນປະຫວັດສາດຂອງໄວໜຸ່ມລາວ ນັ້ນກໍເພາະວ່າພັກ ແລະ ລັດຖະບານ ໄດ້ໃຫ້ໂອກາດໄວໜຸ່ມ ເປີດກວ້າງອອກສູ່ໂລກພາຍນອກ ເຖິງສະພາບການຈະມີການປ່ຽນແປງຢ່າງໃດກໍຕາມ ແຕ່ຊາວໜຸ່ມລາວ ຍັງປັນແຂນຂວາຂອງພັກ, ເປັນຜູ້ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ ແລະ ຈາກປະຊາຊົນ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງເນັ້ນໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນພັກ ປຸກລະດົມຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມຂະບວນການໃຫ້ຫຼາຍຂຶ້ນ ແລະ ກວ້າງຂວາງ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ຕ້ອງປັບປຸງກໍ່ສ້າງການຈັດຕັ້ງຂອງຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງ, ຊາວໜຸ່ມລາວຕ້ອງຮູ້ປັບປຸງແປງປ່ຽນຕົນເອງໃຫ້ດີຂຶ້ນ, ຕ້ອງມີຫົວຄິດປະດິດສ້າງ, ສະແຫວງຫາຄວາມຮູ້ໃໝ່ໆ, ຊາວໜຸ່ມ ແລະ ເຍົາວະຊົນ ຕ້ອງຮູ້ຮັກຊາດ ແລະ ພັດທະນາຕົນເອງຢູ່ສະເໝີ ບໍ່ໃຫ້ຕົກຍຸກ ຕົກສະໄໝ ຕ້ອງຮຽນຮູ້ເພາະໂລກ ມີການຂະຫຍາຍຕົວໄວ, ຫາກບໍ່ບືນຕົວກໍຈະຕົກຂະບວນການຂອງການພັດທະນາ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps