ໃນຕອນບ່າຍ ຂອງວັນທີ 28 ເມສາ 2025 ນີ້, ໄດ້ມີພິທີເປີດການນໍາໃຊ້ ທ່າເຮືອ ເລກ 3, ທ່າເຮືອສາກົນ ລາວ-ຫວຽດນາມ ຫວຸ້ງອາງ ຢ່າງເປັນທາງການ ເຊິ່ງຕັ້ງຢູ່ ເມືອງກິແອັງ ແຂວງຮາຕິງ ສສ ຫວຽດນາມ, ເປັນກຽດຢ່າງສູງເຂົ້າຮ່ວມພິທີ ທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດຄັ້ງນີ້ ຝ່າຍ ສປປ ລາວ ໂດຍແມ່ນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຝ່າຍ ສສ ຫວຽດນາມ ໂດຍແມ່ນ ສະຫາຍ ເລືອງເກືອງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ມີການນໍາພັກ, ລັດ ຂັ້ນສູງ, ຄະນະນໍາກະຊວງປ້ອງກັນປະເທດ ລາວ-ຫວຽດນາມ, ລັດວິສາຫະກິດ ລາວເອເຊຍ ໂທລະຄົມ, ບໍລິສັດ ຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ, ບັນດາບໍລິສັດ ຂອງສອງກອງທັບ, ຜູ້ຕາງໜ້າຈາກບັນດາກະຊວງ, ກົມ, ກອງ, ການນໍາແຂວງຮາຕິງ ສສ ຫວຽດນາມ, ການນໍາແຂວງຊຽງຂວາງ, ແຂວງສະຫວັນນະເຂດ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ສປປ ລາວ ແລະ ນັກສຶກສາລາວທີ່ກໍາລັງສຶກສາຢູ່ ສສ ຫວຽດນາມ ເຂົ້າຮ່ວມ.
ທ່າເຮືອສາກົນ ລາວ-ຫວຽດນາມ ລວມມີ ທ່າທຽບເຮືອ 1, 2 ແລະ 3, ຕັ້ງຢູ່ໃນເຂດເສດຖະກິດຫວຸ້ງອາງ ເມືອງກິແອັງ ແຂວງຮາຕິງ ສສ ຫວຽດນາມ ເຊິ່ງຄຸ້ມຄອງບໍລິຫານ ແລະ ພັດທະນາໂດຍ ບໍລິສັດ ຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ ໃນນັ້ນ, ລັດວິສາຫະກິດ ລາວເອເຊຍ ໂທລະຄົມ ໃນນາມຕາງໜ້າລັດຖະບານລາວ ຖືຮຸ້ນຮ່ວມກັບ ຝ່າຍຫວຽດນາມ (ຝ່າຍລາວຖືອັດຕາຮຸ້ນ 60% ແລະ ຝ່າຍຫວຽດນາມ ຖືອັດຕາຮຸ້ນ 40%). ພິທີດັ່ງກ່າວນີ້, ເປັນເຫດການທີ່ມີຄວາມໝາຍທາງປະຫວັດສາດອັນສຳຄັນຍິ່ງສຳລັບ ສປປ ລາວ, ເເປັນສັນຍະລັກທາງປະຫວັດສາດທີ່ສຳຄັນໃຫ້ແກການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະໃໝ່ ແລະ ເປັນຂອງຂວັນອັນລ້ຳຄ່າ ທີ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ມອບໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວເຊິ່ງເປັນການຢືນຢັນໃຫ້ເຫັນເຖິງນໍ້າໃຈ ແລະ ໄມຕີຈິດແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ອັນສະເໝີຕົ້ນສະເໝີປາຍ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ບໍ່ມີຍາມເສື່ອມຄາຍ, ນັບມື້ນັບໜັກແໜ້ນ, ເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ໂຄງການ ທ່າເຮືອສາກົນ ລາວ-ຫວຽດນາມ ເປັນໂຄງການຮ່ວມມືທາງດ້ານຍຸດທະສາດ ທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ແລະ ເປັນກຳລັງແຮງອັນສຳຄັນໃຫ້ແກ່ ສປປ ລາວ ໃນການບັນລຸຍຸດທະສາດ: “ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ” ໃຫ້ປະກົດຜົນເປັນຈິງ, ເຊິ່ງຈະຊ່ວຍໃຫ້ ສປປ ລາວ ຍົກສູງຂີດຄວາມສາມາດໃນຂະແໜງຄົມມະນາຄົມ-ຂົນສົ່ງຂອງຕົນໃຫ້ມີຄຸນນະພາບໃໝ່ ໂດຍສະເພາະການຂົນສົ່ງສິນຄ້າຜ່ານທາງທະເລ ຂອງ ສປປ ລາວ ໃຫ້ມີການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ເພື່ອແນໃສ່ຊຸກຍູ້ສົ່ງເສີມການຄ້າ-ການລົງທຶນ ກັບຕ່າງປະເທດໃຫ້ນັບມື້ຫຼາຍຂຶ້ນໃນຕໍ່ໜ້າ.
ຕາງໜ້າໃຫ້ ລັດຖະບານສອງປະເທດ, ສະຫາຍ ຫງວຽນ ຈີ່ ຢູງ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວຄໍາເຫັນຕໍ່ພິທີຕາມລໍາດັບ ໃນນັ້ນ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຈົດຈຳ ລໍ້າລຶກຢ່າງສຸດຊຶ້ງຕໍ່ ປະທານ ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມ ວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ເຊິ່ງເປັນຜູ້ໃຫ້ກຳ ເນີດ ແລະ ໄດ້ເປັນແບບຢ່າງອັນໃສແຈ້ງ ແຫ່ງການທະນຸຖະໜອມ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ກາຍເປັນສາຍພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກໃນການພົວພັນສາກົນ, ເຊິ່ງໃນເງື່ອນໄຂທີ່ສະພາບການຂອງພາກພື້ນ ແລະ ສາກົນ ທີ່ພວມສືບຕໍ່ຜັນແປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກໃນປັດຈຸບັນນີ້ ສອງປະເທດຍິ່ງຕ້ອງໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ, ຮັກສາໄວ້ໃຫ້ເປັນມໍລະດົກໃຫ້ຄົນຮຸ່ນໃໝ່ ຂອງສອງປະເທດ ແລະ ຖືເອົາການປົກປັກຮັກສາສາຍພົວພັນດັ່ງກ່າວ ເປັນຄວາມຮັບຜິດຊອບ ແລະ ພັນທະອັນສູງສົ່ງ ຂອງຄົນຮຸ່ນໃໝ່ ເພື່ອໃຫ້ສົມກັບການເສຍສະຫຼະອັນໃຫຍ່ຫຼວງ ແລະ ຄວາມມຸ່ງມາດປາຖະໜາອັນແຮງກ້າຂອງບັນພະບູລຸດ ຂອງສອງປະເທດ ແລະ ໃຫ້ນັບມື້ຈະເລີນງອກງາມຍິ່ງໆ ຂຶ້ນ; ຕີລາຄາສູງຕໍ່ການພິທີເປີດການນຳໃຊ້ທ່າທຽບທ່າເຮືອ ເລກ 3 ໃນຄັ້ງນີ້, ທັງເປັນຄວາມເອກອ້າງທະນົງໃຈຂອງພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ທີ່ສາມາດເຮັດໃຫ້ຄວາມປາຖະໜາອັນແຮງກ້າ ແລະ ຄວາມຄອງຄອຍຂອງຕົນ ທີ່ຢາກມີທາງອອກສູ່ທະເລປະກົດຜົນເປັນຈິງ; ສະແດງຄວາມຂອບໃຈ ຕໍ່ພັກ-ລັດຖະບານ ສສຫວຽດນາມ ກໍຄືອໍານາດການປົກຄອງແຂວງຮາຕິງ ທຸກຂັ້ນທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໃຫ້ບູລິມະສິດ ແລະ ອໍານວຍຄວາມສະດວກແກ່ ໂຄງການທ່າເຮືອສາກົນ ລາວ-ຫວຽດນາມ ອັນມີຄວາມໝາຍປະຫວັດສາດ, ທັງເປັນຂອງຂວັນອັນລໍ້າຄ່າທີ່ສຸດ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ; ຢືນຢັນວ່າ ຈະຮ່ວມກັບ ສະຫາຍຫວຽດນາມ ນໍາໃຊ້ທ່າເຮືອແຫ່ງນີ້ໃຫ້ມີປະສິດທິຜົນທີ່ສຸດ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດ ລາວ-ຫວຽດນາມ, ພ້ອມກັນສືບຕໍ່ການເສີມຂະຫຍາຍມູນເຊື້ອ ແຫ່ງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງຍິ່ງໆ ຂຶ້ນ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ຂອງ ສປປ ລາວ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ກອງບັນຊາການທະຫານເຂດ 4 ຢູ່ນະຄອນວິງ ແຂວງເຫງະອານ; ພົບປະກັບຄະນະພັກ, ອໍານາດການປົກຄອງແຂວງຮາຕິງ ແລະ ຈະສືບຕໍ່ນໍາພາຄະນະ ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ ຢູ່ ນະຄອນໂຮ່ຈີມິນ ສສ ຫວຽດນາມ ອີກດ້ວຍ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ