Home / ທິດສະດີຊີ້ນຳ / ມອບ-ຮັບ ໜ້າທີ່ ຫົວໜ້າກົມການເງິນ ລະຫວ່າງ ຜູ້ເກົ່າ ກັບ ຜູ້ໃໝ່

ມອບ-ຮັບ ໜ້າທີ່ ຫົວໜ້າກົມການເງິນ ລະຫວ່າງ ຜູ້ເກົ່າ ກັບ ຜູ້ໃໝ່

ພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ພັນເອກ ລໍາເງິນ ສຸຂະວົງ ຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ ຜູ້ເກົ່າ ກັບ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ນີ້, ໂດຍມີ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ຄະນະກົມ, ຫ້ອງການ ແລະ ພະນັກງານຫຼັກແຫຼ່ງພາຍໃນກົມການເງິນ ເຂົ້າຮ່ວມ.
ສະຫາຍ ພັນເອກ ລໍາເງິນ ສຸຂະວົງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໃນໄລຍະຜ່ານມາ, ເຊິ່ງຄະນະພັກ-ຄະນະກົມ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບ ເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກຢ່າງເຂັ້ວງວດ, ເປັນເສນາທິການດ້ານວຽກງານຮັບປະກັນງົບປະມານການເງິນໃຫ້ກະຊວງປ້ອງກັນປະເທດ ຮັບປະກັນໄດ້ຄວາມປອດໄພ, ການນໍາໃຊ້ເງິນງົບປະມານມີຄວາມໂປ່ງໃສ ແລະ ເຂັ້ມງວດຕາມລະບຽບຫຼັກການ-ການເງິນ, ວຽກງານວິຊາສະເພາະ ເອົາໃຈໃສ່ຊີ້ນໍາວຽກງານກວດກາເປັນປົກກະຕິ ເປັນຕົ້ນແມ່ນເອກະສານເງິນເດືອນ, ເງິນກິນ ແລະ ຮ່ວງເງິນອື່ນໆ ໃຫ້ຖືກຕ້ອງຕາມລະບຽບຫຼັກການ, ສ້າງບັນດານິຕິກຳຕ່າງໆ ທາງດ້ານວຽກງານການເງິນນໍາສະເໜີຂັ້ນເທິງອະນຸມັດ ເພື່ອຮັບໃຊ້ໃຫ້ແກ່ວຽກງານຄຸ້ມຄອງການເງິນ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ, ຫັນເອົາການຄຸ້ມຄອງການເງິນໃນກອງທັບເຂົ້າສູ່ລະບົບປະຕູດຽວຕາມກົດໝາຍ, ລະບຽບຫຼັກການ, ວິໄນການເງິນ ແລະ ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດວາງອອກ, ຄຸ້ມຄອງນໍາໃຊ້ງົບປະມານ, ລາຍຈ່າຍເງິນເດືອນ, ເງິນກິນ ແລະ ຮ່ວງເງິນອື່ນໆ, ພົວພັນກັບກົມງົບປະມານ, ກົມຄັງເງິນແຫ່ງຊາດ ກະຊວງການເງິນ ເພື່ອຂໍຖອນເງິນຕາມການອະນຸມັດ ເຮັດໃຫ້ສະພາບການເບີກຈ່າຍເງິນເດືອນ, ເງິນອຸດໜູນ, ເງິນກິນ ແລະ ເງິນອື່ນໆ ໄດ້ທັນຕາມກຳນົດເວລາ.
ຈາກນັ້ນ, ສະຫາຍ ພັນເອກ ທອງຈັນ ພົງສີພັນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ ແລະ ຜ່ານມະຕິຕົກລົງ ຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານ ກົມການເງິນກົມໃຫຍ່ພະລາທິການກອງທັບ ໃນນັ້ນ, ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ເປັນເລຂາຄະນະພັກຮາກຖານ ກົມການເງິນ ກົມໃຫຍ່ພະລາທິການກອງທັບ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ເນັ້ນໜັກໃຫ້ຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ ຜູ້ໃໝ່ ພ້ອມດ້ວຍຄະນະພັກ-ຄະນະບັນຊາທຸກຂັ້ນ ແລະ ພະນັກງານ, ນັກຮົບທຸກສະຫາຍ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາແນວຄິດເປັນກົກ, ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ກໍຄືກອງທັບ, ເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ປະຕິບັດທຸກມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ເປັນເສນາທິການດ້ານວຽກງານວິຊາສະເພາະໃຫ້ແກ່ຄະນະພັກ ອົງການກົມໃຫຍ່ພະລາທິການກອງທັບ ໂດຍກົງ ແລະ ຮອບດ້ານ, ພ້ອມກັນສືບຕໍ່ເຮັດສໍາເລັດໜ້າທີ່ວຽກງານວິຊາສະເພາະຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ຢ່າງຈົບງາມ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps