Home / ທິດສະດີຊີ້ນຳ / ບັນດາພັນລະຍາ ຄອບຄົວການນຳ ຢ້ຽມຢາມ ພະນັກງານ-ນັກຮົບທີ່ບາດເຈັບ ແລະ ເຈັບປ່ວຍ ຢູ່ໂຮງໝໍສູນກາງ 103 ກອງທັບ

ບັນດາພັນລະຍາ ຄອບຄົວການນຳ ຢ້ຽມຢາມ ພະນັກງານ-ນັກຮົບທີ່ບາດເຈັບ ແລະ ເຈັບປ່ວຍ ຢູ່ໂຮງໝໍສູນກາງ 103 ກອງທັບ

ວັນທີ 6 ພຶດສະພາ 2025 ນີ້, ບັນດາພັນລະຍາ ຂອງຄອບຄົວຂອງການນໍາ ນໍາພາໂດຍ ທ່ານ ນາງ ນາລີ ສີສຸລິດ ໄດ້ເຂົ້າຢ້ຽມຢາມ ພະນັກງານນັກຮົບ ທີ່ບາດເຈັບ ແລະ ເຈັບປ່ວຍ ທີ່ກໍາລັງຮັບການປິ່ນປົວເບິ່ງແຍງສຸຂະພາບ ຢູ່ໂຮງໝໍສູນກາງ 103 ກອງທັບ.
ທ່ານ ນາງ ນາລີ ສີສຸລິດ ຕາງໜ້າຄະນະຄອບຄົວການນໍາ ສະແດງຄວມເປັນຫ່ວງເປັນໄຍ ຕໍ່ບັນດາພະນັກງານ-ນັກຮົບ ໃນຖັນແຖວຂອງກອງທັບ ປະຊາຊົນລາວ ທີ່ມີຄວາມຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນຢ່າງມີຄວາມຂະຫຍັນ ຂັນແຂງ ເພື່ອປະເທດຊາດ ແລະ ຝາກຄວາມຢື້ຢາມຖາມຂ່າວ ເຖິງພະນັກງານ-ນັກຮົບ ທຸກສະຫາຍທີ່ພວມປະຕິດບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົ່ງມີສະຕິສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບຢ່າງສົມກຽດ ແລະ ອວຍພອນໃຫ້ທຸກສະຫາຍທີ່ເປັນກຳລັງແຮງຂອງຊາດ ຈົ່ງມີສຸຂະພາບແຂງແຮງ ເຮັດສໍາເລັດໜ້າທີ່ ທີ່ໄດ້ມອບໝາຍ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps