Home / ທິດສະດີຊີ້ນຳ / ຄະນະນໍາສະຫະພັນແມ່ຍິງກອງທັບ ຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ຜູ້ທີ່ໄດ້ຮັບບາດເຈັບຈາກການປະຕິບັດໜ້າທີ່

ຄະນະນໍາສະຫະພັນແມ່ຍິງກອງທັບ ຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ຜູ້ທີ່ໄດ້ຮັບບາດເຈັບຈາກການປະຕິບັດໜ້າທີ່

ໃນວັນທີ 8 ພຶດສະພາ 2025 ນີ້, ຄະນະນໍາສະຫະພັນແມ່ຍິງກອງທັບ ນຳພາໂດຍ ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ພະນັກງານ-ນັກຮົບ ທີ່ໄດ້ຮັບບາດເຈັບຈາກການປະຕິບັດໜ້າທີ່ ທີ່ກຳລັງປິ່ນປົວຢູ່ໂຮງໝໍສູນກາງ 103 ກອງທັບ.
ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ໄດ້ຕາງໜ້າໃຫ້ຄະນະນໍາສະຫະພັນແມ່ຍິງກອງທັບ ກໍຄື ສະມາຊິກສະຫະພັນແມ່ຍິງໃນທົ່ວກອງທັບ ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ພະນັກງານ-ນັກຮົບ ທີ່ໄດ້ຮັບບາດເຈັບຈາກການປະຕິບັດໜ້າທີ່ ແລະ ສະແດງຄວາມຊົມເຊີຍ ຕໍ່ຄວາມສາມາດ, ນ້ຳໃຈເດັດດ່ຽວໜຽວແໜ້ນ, ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອປະເທດຊາດ, ເພື່ອປະຊາຊົນ ພ້ອມທັງ,ຝາກຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊ ເຖິງພະນັກງານ-ນັກຮົບທຸກສະຫາຍ ທີ່ພວມປະຕິບັດໜ້າທີ່ປົກປັກຮັກສາ ເຂດນໍ້າແດນດິນຂອງຊາດ ຈົ່ງພ້ອມກັນອົດທົນຜ່ານຜ່າ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບ.
ໂອກາດນີ້, ຄະນະນໍາສະຫະພັນແມ່ຍິງກອງທັບ ຍັງໄດ້ມອບວັດຖຸປັດໄຈຈໍານວນໜຶ່ງ ເພື່ອເປັນການປະກອບສ່ວນຊຸກຍູ້ ພະນັກງານ-ນັກຮົບ ທີ່ກໍາລັງປິ່ນປົວ ໃຫ້ມີກໍາລັງໃຈໃນການຮັກສາຕົວ ໃຫ້ຫາຍດີ ກັບຄືນສູ່ຄອບຄົວ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps