Home / ທິດສະດີຊີ້ນຳ / ຄະນະນໍາຫ້ອງການຊາວໜຸ່ມກອງທັບ ຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ຜູ້ບາດເຈັບຈາກການປະຕິບັດໜ້າທີ່

ຄະນະນໍາຫ້ອງການຊາວໜຸ່ມກອງທັບ ຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ຜູ້ບາດເຈັບຈາກການປະຕິບັດໜ້າທີ່

ໃນວັນທີ 9 ພຶດສະພາ 2025 ນີ້, ຄະນະນໍາຫ້ອງການຊາວໜຸ່ມກອງທັບ ນໍາພາໂດຍ ສະຫາຍ ພັນເອກ ສຸດໃຈ ມະຫາວົງ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ພະນັກງານ-ນັກຮົບ ຜູ້ບາດເຈັບຈາກການປະຕິບັດໜ້າທີ່ ທີ່ກຳລັງປິ່ນປົວ ຢູ່ໂຮງໝໍສູນກາງ 103 ກອງທັບ.
ສະຫາຍ ພັນເອກ ຫົງທອງ ສີຊານົນ ໄດ້ຕາງໜ້າຫ້ອງການຊາວໜຸ່ມກອງທັບ ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ພະນັກງານ-ນັກຮົບ ທີ່ບາດເຈັບຈາກການປະຕິບັດໜ້າທີ່ ພ້ອມທັງ, ສະແດງຄວາມຊົມເຊີຍ ຕໍ່ບັນດາສະຫາຍ ທີ່ມີຄວາມອົງອາດກ້າຫານ, ມີນໍ້າໃຈເດັດດ່ຽວໜຽວແໜ້ນ, ມີຄວາມເສຍສະຫຼະອັນສູງສົ່ງໃນການປະຕິບັດໜ້າທີ່ ເພື່ອຮັກສາຄວາມສະຫງົບປອດໄພ ຕາມໜ້າທີ່ຄວາມຮັບຜິດຊອບ ທີ່ກົມກອງ ກໍຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ ພ້ອມນັ້ນ, ຍັງໄດ້ສະແດງຄວາມຢື້ຢາມຖາມຂ່າວແລະ ອວຍພອນໄຊ ໄປຍັງພະນັກງານ-ນັກຮົບທຸກສະຫາຍ ທີ່ກໍາລັງປະຕິບັດໜ້າທີ່ປົກປັກຮັກສາເຂດນໍ້າແດນດິນຂອງຊາດ ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ.
ໂອກາດນີ້, ຫ້ອງການຊາວໜຸ່ມກອງທັບ ໄດ້ມອບກະຕ່າຂອງຂວັນ ແລະ ວັດຖຸປັດໄຈຈໍານວນໜຶ່ງ ເພື່ອເປັນການປະກອບສ່ວນຊຸກຍູ້ ພະນັກງານ-ນັກຮົບ ທີ່ກໍາລັງປິ່ນປົວ ໃຫ້ມີສຸຂະພາບແຮງດີຂຶ້ນໂດຍໄວ. ພ້ອມນັ້ນ, ຄະນະນໍາຫ້ອງການຊາວໜຸ່ມກອງທັບ ຍັງໄດ້ມອບນໍ້າດື່ມຈໍານວນໜຶ່ງໃຫ້ແກ່ແພດໝໍ ຕື່ມອີກ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps