Home / ທິດສະດີຊີ້ນຳ / ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ ຢູ່ກະຊວງປ້ອງກັນປະເທດ

ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ ຢູ່ກະຊວງປ້ອງກັນປະເທດ

ພິທີ ໂຮມຊຸມນຸມສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ (30 ເມສາ 1975-30 ເມສາ 2025) ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານ ຂອງສະຫາຍ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມ, ກອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ
ກ່ອນຈະເຂົ້າສູ່ພິທີທາງການ ໄດ້ຮັບຊົມຮູບເງົາ ແລະ ການສະແດງສີລະປະ ຈາກກອງສິລະປະກອນກອງທັບ ເຊິ່ງມີເນື້ອໃນສ່ອງແສງເຖິງມູນເຊື້ອການເຕີບໃຫຍ່ ແລະ ສາຍພົວພັນແບບພິເສດ ການຮ່ວມມືຮອບດ້ານ ໂດຍຜ່ານເນື້ອຮ້ອງທຳນອງອັນມ່ວນອອນຊອນ.
ຈາກນັ້ນ, ສະຫາຍ ຫງວຽນ ມິງເຕິມ ໄດ້ກ່າວປາໄສຕໍ່ພິທີ ໂດຍມີເນື້ອໃນບາງຕອນວ່າ: ການປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ ແມ່ນບັນດາຂີດໝາຍອັນສະຫງ່າລາສີທີ່ສຸດ ໃນປະຫວັດສາດ ແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເປັນຂີດໝາຍສິ້ນສຸດການຕໍ່ສູ້ອົງອາດກ້າແກ່ນ, ພິລະອາດຫານ ທັງເປັນການຢຸດຕິແອກປົກຄອງ ເປັນເວລາກວ່າເຄິ່ງສະຕະວັດ ຂອງລັດທິລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່.
ສະຫາຍ ຫງວຽນ ມິງເຕິມ ຍັງ ສະແດງຄວາມຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງປະທານ ໂຮ່ຈີມິນ, ຈົດຈຳ ແລະ ຮູ້ບຸນຄຸນຕໍ່ບັນດາການນຳປະຕິວັດຮຸ່ນກ່ອນ, ບັນດານັກຮົບວີລະຊົນ ເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມ ວີລະຊົນ, ນັກວີລະຊົນກຳລັງປະກອບອາວຸດ, ບັນດາທະຫານເຈັບປ່ວຍ, ຄອບຄົວ ຜູ້ມີຄຸນງາມຄວາມດີ ຕໍ່ການປະຕິວັດ ກໍຄືຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດ ເພື່ອພາລະກິດປົດປ່ອຍພາກໃຕ້ຫວຽດນາມ ຢ່າງສົມບູນ, ທ້ອນໂຮມປະເທດຊາດ ເປັນເອກະລາດ. ພ້ອມນີ້, ຍັງກ່າວຂອບໃຈ ຢ່າງຈິງໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງຈາກເພື່ອນມິດສາກົນ, ບັນດາກຳລັງກ້າວໜ້າ ແລະ ປະຊາຊົນຜູ້ຮັກຫອມ ສັນຕິພາບໃນໂລກ ທີ່ມີຕໍ່ພາລະກິດຕໍ່ສູ້, ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບຂອງປະຊາຊົນ ໂດຍສະເພາະແມ່ນກອງທັບປະຊາຊົນລາວ ກໍຄືປະຊາຊົນລາວບັນດາເຜົ່າ.
ສະຫາຍ ຫງວຽນ ມິງເຕິມ ຢືນຢັນວ່າ: “ຊຸມເດືອນປີ ຈະຜ່ານພົ້ນໄປ, ແຕ່ໄຊຊະນະຂອງປະຊາຊົນຫວຽດນາມ ຈະໄດ້ຈົດເຂົ້າໃນປະຫວັດສາດຂອງຊາດຫວຽດນາມ ຕະຫຼອດໄປ ຄືດັ່ງສັນຍະລັກອັນໃສແຈ້ງ ຂອງລັດທິວີລະຊົນປະຕິວັດ, ແມ່ນໄຊຊະນະ ຂອງຄວາມຊອບທຳ, ໄຊຊະນະ ຂອງຄຸນນະທາດ, ພູມປັນຍາຫວຽດນາມ, ນ້ຳໃຈຮັກຊາດ ອັນເຕັມປ່ຽມ, ຄວາມຄາດຫວັງ ມີເອກກະລາດ, ເສລີພາບ ແລະ ທ້ອນໂຮມປະເທດຊາດ ເປັນເອກະພາບ ດ້ວຍສັດຈະທຳ ປະເທດຫວຽດນາມ ແມ່ນໜຶ່ງ, ຊາດຫວຽດນາມ ແມ່ນໜຶ່ງ, ເປັນຂີດໝາຍ ຢັ້ງຢືນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ໄດ້ປະຕິບັດຄວາມປາດຖະໜາ ແລະ ຄຳບອກເຕືອນອັນຈິງໃຈທີ່ສຸດ ຂອງປະທານ ໂຮ່ຈີມິນ ທີ່ສັ່ງໄວ້ວ່າ: ປະຕິບັດສຳເລັດພາລະກິດປົດປ່ອຍພາກໃຕ້ຫວຽດນາມ ຢ່າງສົມບູນ, ທ້ອນໂຮມປະເທດຊາດພາກໃຕ້-ພາກເໜືອ ເປັນຄອບຄົວໜຶ່ງ. ພາຍຫຼັງ ທ້ອນໂຮມປະເທດຊາດ ເປັນເອກະພາບ ເປັນເວລາ 50 ປີ ແລະ ເກືອບ 40 ປີ ແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ປະເທດຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນານາປະການ, ສ້າງບັນດາຜົນງານທີ່ຍິ່ງໃຫຍ່ ມີຄວາມໝາຍປະຫວັດສາດ, ສ້າງສາພາລະກິດອັນໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນ ຄືທຸກວັນນີ້ ໂດຍມີຄວາມເອກອ້າງທະນົງໃຈ ຕໍ່ປະຫວັດສາດທີ່ສະຫງ່າລາສີຂອງຊາດ, ດ້ວຍຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ບັນດາການອຸທິດສ່ວນເສຍສະຫຼະຊີວິດ ຂອງນັກຮົບ, ປະຊາຊົນໃນທົ່ວປະເທດ. ພ້ອມທັງ ຮັບຮູ້ກຳລັງແຮງອັນຍິ່ງໃຫຍ່ ຂອງປະຊາຊົນ ແລະ ກຸ່ມກ້ອນມະຫາສາມັກຄີ ທົ່ວປວງຊົນທັງຊາດ ຢ່າງເລິກເຊິ່ງນັ້ນ, ຫວຽດນາມ ໄດ້ມີການເຊື່ອມຊຶມຢ່າງເລິກເຊິ່ງ, ປະຕິບັດທັດສະນະປະຊາຊົນເປັນກົກ, ມະນຸດເປັນໃຈກາງ, ເປັນເຈົ້າຂອງ, ເປັນເປົ້າໝາຍ ຂອງພາລະກິດ ແຫ່ງການສ້າງສາພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດ ຢ່າງສະເໝີຕົ້ນສະເໝີປາຍ; ຜັນຂະຫຍາຍນະໂຍບາຍກົມກຽວ, ປອງດອງຊາດຢ່າງເຂັ້ມແຂງ ດ້ວຍຈິດໃຈ ພວກເຮົາ ລ້ວນແຕ່ມີສາຍເລືອດລູກຫຼານຫວຽດນາມ, ລ້ວນແຕ່ແມ່ນອ້າຍນ້ອງໃນຄອບຄົວດຽວກັນ. ຊາດຫວຽດນາມ ແມ່ນຊົນຊາດ ທີ່ຜ່ານຜ່າຄວາມເຈັດປວດ ແລະ ຄວາມເສຍຫາຍນານາປະການ ຂອງສົງຄາມໃນອະດີດ ແລະ ກໍຄືແມ່ນຊົນຊາດ ທີ່ໄດ້ຮັບຜົນອັນຍິ່ງໃຫຍ່ ຈາກສັນຕິພາບ, ການຮ່ວມມື ມິດຕະພາບ ໃນຊຸມທົດສະວັດທີ່ຜ່ານມາ. ຫວຽດນາມມີຄວາມປາດຖະໜາ ຢາກພ້ອມກັບປະຊາຄົມສາກົນ ສ້າງອະນາຄົດ ແຫ່ງ ສັນຕິພາບ, ວັດທະນາຖາວອນ, ສາມັກຄີ, ພັດທະນາ. ພວກເຮົາຈະສືບຕໍ່ເຮັດໃຫ້ການພົວພັນ ມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃນໂລກ ເລິກເຊິ່ງກວ່າອີກ, ຍູ້ແຮງການປະຕິບັດທິດນຳທີ່ວ່າ: “ຫວຽດນາມແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ, ປ່ຽນແປງໃໝ່ກົນໄກ, ນະໂຍບາຍ, ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ເພື່ອນມິດສາກົນ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຜູ້ທີ່ຖືສີສັນວັດທະນະທຳຫວຽດນາມໃນຕົວ, ເຕີບໃຫຍ່ ຢູ່ບັນດາປະເທດພັດທະນາ, ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບວິຊາການ ແລະ ການຄຸ້ມຄອງ, ມີການເຊື່ອມໂຍງ ກັບສາກົນ ຢ່າງເລິກເຊິ່ງ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຢູ່ ຫວຽດນາມ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps