Home / ທິດສະດີຊີ້ນຳ / ຄະນະປະຕິບັດງານພິເສດແຂວງສະຫວັນນະເຂດ ສົ່ງ-ມອບ ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ

ຄະນະປະຕິບັດງານພິເສດແຂວງສະຫວັນນະເຂດ ສົ່ງ-ມອບ ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ

ພິທີ ສົ່ງ-ມອບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ພື້ນທີ່ ແຂວງສະຫວັນນະເຂດ ປະຈໍາສົກ 2024-2025 ຈໍານວນ12 ອັດຖິ ເພື່ອກັບຄືນສູ່ປະເທດຢ່າງສົມກຽດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 21 ຫາວັນທີ 22 ພຶດສະພາ 2025 ນີ້ ຢູ່ທີ່ຂົວສະເອິດໜ້າດ່ານສາກົນແດນສະຫວັນ-ລາວບາວ ເມືອງເຊໂປນ ແຂວງສະຫວັນນະເຂດ. ໂດຍຝ່າຍຄະນະປະຕິບັດງານພິເສດແຂວງສະຫວັນນະເຂດ ນໍາໂດຍສະຫາຍ ນາງ ຫຼິງທອງ ແສງຕາວັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ, ປະທານຄະນະປະຕິບັດງານພິເສດແຂວງ ສະຫວັນນະເຂດ, ມີສະຫາຍ ພົນຈັດຕະວາ ວັນລະວົງ ນັນທະວົງ ຫົວໜ້າກອງເລຂາຄະນະປະຕິບັດງານພິເສດ ລັດຖະບານແຫ່ງ ສປປ ລາວ, ຝ່າຍ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງຽນ ເຈີ່ນຮຸຍ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງກວາງຈິ, ມີ ທ່ານ ນາງ ດັ້ງທິຫ້າຍເຕີມ ຫົວໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາແຂວງ ສະຫວັນນະເຂດ ມີຄະນະປະຕິບັດງານ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປະຕິບັດຕາມບົດບັນທຶກການຮ່ວມມືລະຫວ່າງ ຄະນະກໍາມະການປະຕິບັດງານພິເສດ ແຂວງ ສະຫວັນນະເຂດ ສປປ ລາວ ແລະ ແຂວງ ກວາງຈິ ສສ ຫວຽດນາມ ວ່າດ້ວຍການປະສານສົມທົບ ແລະ ຮ່ວມມືໃນການຊອກຫາ, ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົ່ງຄາມ ຢູ່ພື້ນທີ່ແຂວງ ສະຫວັນນະເຂດ. ໃນວັນທີ 20 ພຶດສະພາ ທາງຄະນະປະຕິບັດງານພິເສດທັງສອງຝ່າຍຍັງໄດ້ຈັດພິທີ ວາງພວງມາລາຕໍ່ໜ້າອັດຖິທີ່ກອງຂຸດຄົ້ນ 584 ຕັ້ງຢູ່ບ້ານໂຖະ, ເມືອງພະລານໄຊ ແຂວງສະຫວັນະເຂດ ເພື່ອສະແດງຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນຕໍ່ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊິວິດ ເພື່ອອຸດົມການສັງຄົມນິຍົມ, ເພື່ອໜ້າທີ່ສາກົນກໍາມະຊີບອັນສູງສົ່ງ ແລະ ວັນທີ 21 ພຶດສະພາ ກໍ່ໄດ້ມີການເຄື່ອນຍ້າຍອັດຖິ ເພື່ອສົ່ງ-ມອບໃຫ້ກັບຝ່າຍ ສສ ຫວຽດນາມ ທີ່ຂົວສະເອິດ ໜ້າດ່ານສາກົນແດນສະຫວັນ-ລາວບາວເມືອງເຊໂປນ, ໂດຍມີຄະນະປະຕິບັດງານພິເສດທັງສອງຝ່າຍ, ພະນັກງານ-ຄູອາຈານ ແລະ ນ້ອງນັກຮຽນໂຮງຮຽນມັດທະຍົມສົມບູນບ້ານແດນສະຫວັນ, ພໍ່ແມ່ຍາດພີນ້ອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມເຂົ້າຮ່ວມ.
ໃນພິທີຄະນະປະຕິບັດງານພິເສດທັງສອງຝ່າຍສະຫວັນນະເຂດ-ກວາງຈິ ໄດ້ຜ່ານບົດສະດຸດີ ແລະ ບົດສະຫຼຸບໃນການຊອກຄົ້ນ ແລະ ທ້ອນໂຮອັດຖິ ອະດີດທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊິວິດໃນພື້ນທີ່ຂອງແຂວງສະຫວັນະເຂດ ປະຈໍາສົກ 2024-2025 ຜ່ານມາດ້ວຍຜົນສຳເລັດຕາມລະດັບຄາດໝາຍ. ຈາກນັ້ນທັງສອງຄະນະກໍ່ໄດ້ລົງນາມເຊັນບົດບັນທຶກມອບ-ຮັບຢ່າງເປັນທາງການ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps