ວັນທີ 26 ພຶດສະພາ 2025 ນີ້, ທ່ານ ປອ ນາງ ສີລິວັນ ປັດທຳມະວົງ ຕາງໜ້າໃຫ້ຄະນະພະອາຈານໃຫຍ່ວັດຕ່າງໆ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ໃຫ້ແກ່ຫ້ອງການສະຫະພັນແມ່ຍິງກອງທັບ ເພື່ອນຳໄປມອບຕໍ່ໃຫ້ພະນັກງານ-ນັກຮົບ ກອງບັນຊາການທະຫານແຂວງບໍ່ແກ້ວ, ຕາງໜ້າກ່າວຮັບໂດຍ ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ໂດຍມີ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ.
ການມອບເຄື່ອງອຸປະໂພກ-ບໍລິໂພກໃນຄັ້ງນີ້ ແມ່ນການປະກອບສ່ວນຊຸກຍູ້ໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ເຮັດໜ້າທີ່ຢູ່ເຂດທຸລະກັນດານຫ່າງໄກສອກຫຼີກ ເພື່ອເປັນການກະຕຸກຊຸກຍູ້ແນວຄິດຈິດໃຈພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ ປະຈໍາການຢູ່ບັນດາປ້ອມຕ່າງໆ ແລະ ກໍາລັງສໍາຮອງຢູ່ກົມກອງ.
ໂອກາດນີ້, ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ໄດ້ສະແດງຄວາມຂອບໃຈ ມາຍັງບັນດາທ່ານ ທີ່ໄດ້ນໍາເອົາເອົາວັດຖຸປັດໄຈມາມອບໃນຄັ້ງນີ້, ເຊິ່ງຍາມໃດ ກໍໄດ້ເປັນຫ່ວງເປັນໃຍໃຫ້ຄວາມສໍາຄັນຕໍ່ກໍາລັງປະກອບອາວຸດ ທີ່ເປັນຮົ້ວຂອງຊາດ ປົກປັກຮັກສາພື້ນແຜ່ນດິນອັນຄົບຖ້ວນ ພ້ອມທັງ,ອວຍພອນໃຫ້ບັນດາທ່ານພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຫ້ອງການສະຫະພັນແມ່ຍິງກອງທັບ ນຳໄປມອບຕໍ່ໃຫ້ພະນັກງານ-ນັກຮົບ ກອງບັນຊາການທະຫານແຂວງບໍ່ແກ້ວ