ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2025 ທີ່ ຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສືບຕໍ່ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກໍາການເມືອງສູນກາງພັກ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ.
ພາຍຫຼັງສໍາເລັດການເຂົ້າຮ່ວມພິທີໄວ້ອາໄລແລ້ວ, ສະຫາຍ ນາງ ປານີ ຢ່າທໍ່ຕູ້ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລືອງ ເກືອງ ກຳມະການກົມການເມືອງສູນກາງພັກ ປະທານປະເທດ ແຫ່ງ ສສ ຫວຽດນາມ. ສະຫາຍນາງ ປານີ ຢາທໍ່ຕູ້ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ, ຄວາມອາໄລຮັກ ແລະ ຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ ຂອງ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືສ່ວນຕົວຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການຈາກໄປຂອງ ສະຫາຍ ເຈີນ ດຶກ ເລືອງ ທີ່ໄດ້ເຖິງແກ່ມໍລະນະກໍາ ແລະ ຂໍແບ່ງເບົາຄວາມທຸກໂສກດັ່ງກ່າວ ນໍາ ຄະນະບໍລິຫານງານສູນກາງພັກກອມນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ແນວໂຮມປະເທດຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍຄື ຄອບຄົວ, ຍາດຕິພີ່ນ້ອງ ຂອງ ສະຫາຍ ເຈີນ ດຶກ ເລືອງ.
ໃນໂອກາດນີ້, ສະຫາຍ ເລືອງ ເກືອງ ກໍໄດ້ຕາງໜ້າພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວໂຮມປະເທດຫວຽດນາມ ກໍຄືປະຊາຊົນຫວຽດນາມ ແລະ ຄອບຄົວຂອງ ສະຫາຍ ເຈີນ ດຶກ ເລືອງ ມາຍັງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ກໍຄືປະຊາຊົນລາວອ້າຍນ້ອງ ທີ່ໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງ ນຳໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງມາວາງພວງມາລາ ແລະ ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ພ້ອມທັງໄດ້ແບ່ງເບົາຄວາມທຸກໂສກເສົ້າຄັ້ງນີ້ ຊຶ່ງເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ.
(ຂ່າວ-ພາບ: ກະຊວງການຕ່າງປະເທດ)
Home / ທິດສະດີຊີ້ນຳ / ສະຫາຍ ນາງ ປານີ ຢາທໍ່ຕູ້ ສືບຕໍ່ ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ເຖິງດວງວິນຍານ ຂອງ ສະຫາຍ ເຈີນ ດຶກ ເລືອງ