Home / ທິດສະດີຊີ້ນຳ / ມອບ-ຮັບ ໂຄງການສ້ອມແປງ ແລະ ປັບປຸງສະໝາມບິນ ທົ່ງໄຫຫີນ-ຊຽງຂວາງ ໄລຍະທີ 1

ມອບ-ຮັບ ໂຄງການສ້ອມແປງ ແລະ ປັບປຸງສະໝາມບິນ ທົ່ງໄຫຫີນ-ຊຽງຂວາງ ໄລຍະທີ 1

ພິທີ ມອບ-ຮັບ ໂຄງການສ້ອມແປງ ແລະ ປັບປຸງສະໝາມບິນ ທົ່ງໄຫຫີນ-ຊຽງຂວາງ ໄລຍະທີ 1 ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2025 ນີ້, ຢູ່ທີ່ເມືອງແປກ ແຂວງຊຽງຂວາງ, ກ່າວມອບໂດຍທ່ານ ຊົງ ເຕົາ ຮອງປະທານ ບໍລິສັດ AVIC INTL ສປ ຈີນ ແລະ ກ່າວຮັບໂດຍ ສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຜູ້ຕາງໜ້າຈາກ 4 ກົມໃຫຍ່ ແລະ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານແຂວງຊຽງຂວາງ, ແຂວງຫົວພັນ, ບັນດາບໍລິສັດ ສາຍການບິນ ແລະ ກຸ່ມບໍລິສັດ ຜູ້ຮັບເໝົາ ພ້ອມດ້ວຍພະນັກງານ-ນັກຮົບ ກອງບັນຊາການທະຫານອາກາດ ພ້ອມດ້ວຍປະຊາຊົນຊາວແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຈາງ ຫົງຢວນ ໄດ້ລາຍງານວ່າ: ໂຄງການສ້ອມແປງ ແລະ ປັບປຸງສະໝາມບິນ ທົ່ງໄຫຫີນ-ຊຽງຂວາງ ໄລຍະທີ 1 ໄດ້ເລີ່ມລົງມືກໍ່ສ້າງນັບແຕ່ປີ 2024 ໂດຍແມ່ນ ບໍລິສັດ AVIC INTL ສປ ຈີນ ໄດ້ຮັບການຄັດເລືອກໃຫ້ດໍາເນີນການອອກແບບ ແລະ ກໍ່ສ້າງ ມາຮອດປັດຈຸບັນ ໄດ້ສໍາເລັດຕາມແຜນການ ເຊິ່ງເປັນການປັບປຸງໂສມໜ້າ ຂອງສະໝາມບິນ ໃນນັ້ນ, ໄດ້ມີການສ້ອມແປງ ແລະ ຂະຫຍາຍທາງແລ່ນໃຫ້ກວ້າງອອກ ສາມາດຮັບນໍ້າໜັກໄດ້ຫຼາຍຂຶ້ນ, ມີຄວາມປອດໄພ ແລະ ມີມາດຕະຖານດ້ານຄຸນນະພາບສູງຂຶ້ນ.
ໝາກຜົນ ຂອງໂຄງການສ້ອມແປງ ແລະ ປັບປຸງສະໝາມບິນ ທົ່ງໄຫຫີນ-ຊຽງຂວາງ ໄລຍະທີ 1 ແມ່ນຢັ້ງຢືນໃຫ້ເຫັນເຖິງນໍ້າໃຈສາມັກຄີອັນບໍລິສຸດຜຸດຜ່ອງ ຂອງການນໍາສອງປະເທດ ໃນການ “ເປັນເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມຊະຕາກຳ” ຢ່າງແທ້ຈິງ. ປັດຈຸບັນກໍາລັງ ຢູ່ໃນຂັ້ນຕອນປະເມີນຄວາມພ້ອມໃນການປັບປຸງ ໄລຍະທີ 2.
ຈາກນັ້ນ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ກົດປຸ່ມເປີດນໍາໃຊ້ສະໜາມບິນ ທົ່ງໄຫຫີນ-ຊຽງຂວາງ ຢ່າງເປັນທາງການ. ໃນຕອນເຊົ້າ ຂອງວັນດຽວກັນ ຍັງໄດ້ມີພິທີໃສ່ບາດເຮັດບຸນ ຕື່ມອີກ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps