ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (ວັນທີ 1 ມິຖຸນາ 1980-1 ມິຖຸນາ 2025) ໃນວັນທີ 30 ພຶດສະພາ 2025 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດພິທີປູກຕົ້ນໄມ້ ໂດຍມີ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ ໂຮງຮຽນວັດທະນາທຳຊົນເຜົ່າກອງທັບ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ໃນພິທີ ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄຳເຫັນ ເຊິ່ງຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນ ຂອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ຄຸນປະໂຫຍດຢ່າງຫຼວງຫຼາຍຂອງປ່າໄມ້ ທີ່ຕິດພັນກັບຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ, ພັກ ແລະ ລັດຖະບານ ຈຶ່ງໄດ້ກຳນົດເອົາວັນທີ 1 ມິຖຸນາ ຂອງທຸກໆ ປີ ເຊິ່ງກົງກັບວັນເດັກນ້ອຍສາກົນ ເປັນວັນປູກຕົ້ນໄມ້ແຫ່ງຊາດ ໂດຍທຸກໆ ປີ ພະນັກງານ, ທະຫານ, ຕໍາຫຼວດ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນຕ່າງໆ ແຕ່ສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ໄດ້ພ້ອມກັນຈັດກິດຈະກຳຢ່າງເປັນຂະບວນຟົດຟື້ນ ເພື່ອປູກໄມ້ໃຫ້ເປັນປ່າ ດັ່ງນັ້ນ, ພັກ-ລັດຖະບານ ຍາມໃດກໍຖືເອົາວຽກງານຄຸ້ມຄອງປົກປັກຮັກສາ ແລະ ພັດທະນາປ່າໄມ້ ເປັນວຽກງານຍຸດທະສາດສຳຄັນ ຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເພື່ອເປັນການປະຕິບັດບັນດາແຜນຍຸດທະສາດປ່າໄມ້ ແຕ່ນີ້ຮອດປີ 2030 ແລະ ຄາດໝາຍດ້ານສິ່ງແວດລ້ອມ ທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ ໃຫ້ປະກົດຜົນເປັນຈິງ ໃນການປູກໄມ້ໃຫ້ບັນລຸ 5 ແສນເຮັກຕາ, ຟື້ນຟູປ່າທຳມະຊາດໃຫ້ໄດ້ 6 ແສນເຮັກຕາ, ຍົກລະດັບຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ວິໄສທັດຮອດປີ 2030 ກ່ຽວກັບການພັດທະນາສີຂຽວ ແລະ ຍືນຍົງ. ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ພ້ອມກັນຍົກສູງນໍ້າໃຈຮັບຜິດຊອບໃນການປູກ, ປົກປັກຮັກສາ ເພື່ອເຮັດໃຫ້ບັນດາຕົ້ນໄມ້ທີ່ປູກໃນວັນນີ້ ເປັນປ່າທີ່ຂຽວງາມໃນຕົວເມືອງ, ເພີ່ມສີຂຽວໃຫ້ນະຄອນຫຼວງວຽງຈັນ ແລະ ມີຄຸນປະໂຫຍດໃນຕໍ່ໜ້າ.
ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ປະກອບດ້ວຍຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ປະດັບ ຈຳນວນ 500 ຕົ້ນ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ