Home / ທິດສະດີຊີ້ນຳ / ສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2025

ສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2025


ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ
ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໝູນວຽນມາຄົບຮອບອີກວາລະໜຶ່ງ ເຊິ່ງປີນີ້ ວັນສິ່ງແວດລ້ອມໂລກ ແມ່ນຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແມ່ນຄົບຮອບ 26 ປີ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອເປັນການປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນ ເຫັນຄວາມສຳຄັນ ຂອງສິ່ງແວດລ້ອມ ແລະ ຮ່ວມກັນແກ້ໄຂບັນຫາໂລກຮ້ອນຂຶ້ນ ອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ແລະ ຮ່ວມແຮງຮ່ວມໃຈກັນ ຫຼຸດຜ່ອນການນຳໃຊ້ປລາສຕິກ ແລະ ແກ້ໄຂບັນຫາຕ່າງໆ ທີ່ຕິດພັນກັບສິ່ງແວດລ້ອມ ທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊິວິດຂອງມະນຸດ, ຊີວະນານາພັນ. ສໍາລັບປີນີ້ ສາທາລະນະລັດ ເກົາຫຼີ ຈະເປັນເຈົ້າພາບຈັດງານສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ພາຍໃຕ້ຄຳຂວັນທີ່ວ່າ “ການຫຼຸດຜ່ອນມົນລະພິດປລາຕິກໃນທົ່ວໂລກ”.
ສໍາລັບ ສປປ ລາວ ພວກເຮົາ ກໍໄດ້ຮ່ວມກັບປະເທດຕ່າງໆ ໃນທົ່ວໂລກ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ເພື່ອຢືນຢັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນຂອງພັກ ແລະ ລັດຖະບານລາວ ໃນການປົກປັກຮັກສາສິ່ງແວດລ້ອມ, ຮ່ວມກັນແກ້ໄຂບັນຫາສິ່ງແວດລ້ອມທີ່ເສື່ອມໂຊມ ສົ່ງຜົນກະທົບຕໍ່ເສດຖະກິດ, ການດໍາລົງຊີວິດຂອງມວນມະນຸດ ແລະ ສິ່ງທີ່ມີຊີວິດຢູ່ໃນໂລກ; ເພື່ອປ້ອງກັນໄພພິບັດ ແລະ ປັບຕົວເຂົ້າກັບກັບສະພາບການປ່ຽນແປງດິນຟ້າອາກາດ, ເຊິ່ງໃນປີນີ້ ສປປ ລາວ ໄດ້ກໍານົດຄໍາຂວັນວັນສິ່ງແວດລ້ອມ ຄື: “ຫຼຸດຜ່ອນມົນລະພິດທາງປລາສຕິກ ເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ”
ພີ່ນ້ອງຮ່ວມຊາດ ທີ່ຮັກແພງ, ປັດຈຸບັນ ປະຊາກອນໂລກ ໃນທຸກພາກພື້ນ ກໍາລັງປະເຊີນໜ້າກັບສິ່ງທ້າທາຍນາໆປະການ ອັນເນື່ອງມາຈາກການເສື່ອມໂຊມຂອງສິ່ງແວດລ້ອມ, ການສູນເສຍຄວາມຫຼາກຫຼາຍທາງດ້ານຊີວະນານາພັນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນ ບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້າ ນັບມື້ນັບເພີ່ມຂຶ້ນ. ເນື່ອງມາຈາກການຂະຫຍາຍຕົວຢ່າງໄວວາ ຂອງເສດຖະກິດໂລກ ໃນຊຸມປີຜ່ານມາ, ສັງຄົມເຮົາໄດ້ມີການຜະລິດ ແລະ ນໍາໃຊ້ຜະລິດຕະພັນ ທີ່ຜະລິດ ແລະ ຫຸ້ມຫໍ່ ດ້ວຍປລາສຕິກ ເພີ່ມຂຶ້ນ ໂດຍສະເພາະໃນບັນດາປະເທດທີ່ກຳລັງພັດທະນາ ລວມທັງ ສປປ ລາວ ເຊິ່ງເປັນການສ້າງຂີ້ເຫຍື້ອສິ່ງເສດເຫຼືອທີ່ເປັນພິດເພີ່ມຂຶ້ນ ແລະ ກາຍເປັນບັນຫາໃຫຍ່ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ. ຕາມຂໍ້ມູນຫຼ້າສຸດ ເຫັນວ່າການນຳໃຊ້ ປລາສຕິກໃນທົ່ວໂລກ ໄດ້ມີການເພີ່ມຂຶ້ນ ຫຼາຍເທົ່າໂຕ ຈາກ 6,8 ລ້ານໂຕນ ໃນປີ 2000 ເປັນ 220 ລ້ານໂຕນ ໃນປີ 2024 ໃນນັ້ນ, ມີພຽງແຕ່ 9% ຖືກນຳມາໃຊ້ຄືນໃໝ່, 12% ແມ່ນນຳໄປຈູດເຜົາ ແລະ 79% ແມ່ນຖືກນໍາໄປຝັງດິນ ໃນສະໜາມຂີ້ເຫຍື້ອ ແລະ ມີຈໍານວນໜຶ່ງຖືກຖິ້ມຊະຊາຍ ໂດຍບໍ່ມີການກໍາຈັດ ຢ່າງຖືກວິທີ.
ສິ່ງເສດເຫຼືອຈາກປລາສຕິກ ມີການຍ່ອຍສະຫຼາຍຍາກ ເຊິ່ງໂດຍທົ່ວໄປຈະໃຊ້ເວລາປະມານ 400-450 ປີ. ບັນຫາຂີ້ເຫຍື້ອປລາສຕິກ ສ່ວນໃຫຍ່ທີ່ຖືກຖິ້ມລົງນໍ້າ, ດິນ ແລະ ການຈູດເຜົາ ໄດ້ກໍ່ໃຫ້ເກີດມົນລະພິດທາງອາກາດ, ດິນ ແລະ ນໍ້າ ນັບມື້ນັບຫຼາຍ ແລະ ຮຸນແຮງຂຶ້ນ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງສິ່ງທີ່ມີຊີວິດ ໂດຍສະເພາະຄົນເຮົາ. ຍິ່ງໄປກວ່ານັ້ນ, ການຈູດຍັງເປັນການປ່ອຍທາດອາຍພິດທໍາລາຍຊັ້ນບັນຍາກາດ ເຮັດໃຫ້ເກີດພາວະໂລກຮ້ອນ ດັ່ງທີ່ພວກເຮົາພວມປະເຊີນນໍາກັນດັ່ງທຸກມື້ນີ້.
ປະຊາຊົນລາວສ່ວນຫຼາຍຍັງມີຄວາມຊິນເຄີຍໃນການນຳໃຊ້ປລາສຕິກ ເຂົ້າໃນການດຳລົງລົງຊີວິດປະຈຳວັນ ນັບມື້ມີຈຳນວນເພີ່ມຂຶ້ນ ໃນຄົວເຮືອນ, ສໍານັກງານ, ຫ້າງຮ້ານ, ຮ້ານອາຫານ, ໂຮງແຮມ ແລະ ຕາມສະຖານທີ່ທ່ອງທ່ຽວຕ່າງໆ ແຕ່ການຄຸ້ມຄອງ, ການນໍາກັບມາໃຊ້ຄືນ ແລະ ການທໍາລາຍຢ່າງຖືກວິທີຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ໃນສະພາບການດັ່ງທີ່ກ່າວມານີ້, ລັດຖະບານ ກໍໄດ້ພະຍາຍາມຂົນຂວາຍຫຼາຍວິທີທາງ ເພື່ອກໍາຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມເຕັກນິກວິທີການ ແລະ ນໍາກັບມາໃຊ້ຄືນໃຫ້ເກີດປະໂຫຍດສູງສຸດ ເພື່ອຫຼຸດຜ່ອນບັນຫາສິ່ງແວດລ້ອມ.
ຕໍ່ສະພາບການດັ່ງກ່າວ, ລັດຖະບານມີຄວາມມຸ່ງໝັ້ນແກ້ໄຂບັນຫາສິ່ງແວດລ້ອມ ໂດຍໄດ້ກໍານົດໃນກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມສະບັບປັບປຸງ, ກໍານົດຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ສ້າງແຜນດໍາເນີນງານ ແຫ່ງຊາດ ກ່ຽວກັບ ການຄຸ້ມຄອງປລາສຕິກ ຂອງ ສປປ ລາວ ປີ 2024-2030 ໄປພ້ອມກັບການຜັນຂະຫຍາຍ ມາເປັນລະບຽບການ, ຄູ່ມືແນະນໍາ ເພື່ອຄວບຄຸມ, ຫຼຸດຜ່ອນ ແລະ ກໍາຈັດຢ່າງຖືກວິທີ. ພ້ອມກັນນັ້ນ, ກໍໄດ້ເຊື່ອມສານວຽກງານສິ່ງແວດລ້ອມ ເຂົ້າໃນແຜນພັດທະນາຂອງຂະແໜງການຕ່າງໆ ເປັນຕົ້ນ: ການສຶກສາ, ພື້ນຖານໂຄງລ່າງ, ກະສິກໍາ, ບໍ່ແຮ່, ພະລັງງານ, ທ່ອງທ່ຽວ ແລະ ອື່ນໆ ໃຫ້ແກ່ການຈັດຕັ້ງປະຕິບັດ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອແກ້ໄຂບັນຫາມົນລະພິດປລາສະຕິກ ແລະ ຟື້ນຟູສະພາບແວດລ້ອມ ຢູ່ ສປປ ລາວ.
ນອກຈາກນັ້ນ ກໍມີຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດ ຮ່ວມກັບຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການທີ່ບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງສັງຄົມ ເພື່ອປູກຈິດສໍານຶກ ໃຫ້ສັງຄົມ ແລະ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງ ແລະ ຫຼຸດຜ່ອນມົນລະພິດຈາກປລາສຕິກ ກໍຄືການປະກອບສ່ວນແກ້ໄຂຮ່ວມກັນ ກັບປະຊາຄົມໂລກ ໄປພ້ອມກັບການສົ່ງເສີມການພັດທະນາເສດຖະກິດໝູນວຽນ, ເສດຖະກິດສີຂຽວ ແລະ ຍືນຍົງ ເຊິ່ງເປັນລະບົບເສດຖະກິດ ເພື່ອຫຼຸດຜ່ອນສິ່ງເສດເຫຼືອ ແລະ ໃຊ້ຊັບພະຍາກອນທີ່ມີຢູ່ ໃຫ້ເກີດປະໂຫຍດສູງສຸດ ແລະ ໃຫ້ມີຄວາມຍືນຍົງ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ເສດຖະກິດ-ສັງຄົມ ທີ່ຈະເລີນຮຸ່ງເຮືອງ ກັບການມີສິ່ງແວດລ້ອມທີ່ດີ ແມ່ນຄວາມ ມຸ່ງມາດປາດຖະໜາອັນແຮງກ້າ ຂອງປະຊາຄົມໂລກ ແລະ ປະຊາຊົນລາວ ທັງຊາດ.
ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ
ປະຊາຊົນລາວເຮົາ ມີປະເພນີ-ວັດທະນະທຳ ອັນເປັນມູນເຊື້ອອັນດີງາມ ໃນການດໍາລົງຊີວິດ ທີ່ຕິດພັນກັບທໍາມະຊາດ ແລະ ວັດສະດຸໃນທຳມະຊາດ ນໍາໃຊ້ເຂົ້າໃນການປຸງແຕ່ງອາຫານ, ຢາປົວພະຍາດ, ເຄື່ອງໃຊ້ປະຈໍາວັນ ເປັນຕົ້ນ ຜະລິດຕະພັນທາງເລືອກຈາກໃບໄມ້, ຕົ້ນໄມ້. ສະນັ້ນ, ເນື່ອງໃນໂອກາດວັນສິ່ງແວດລ້ອມປີນີ້, ຂ້າພະເຈົ້າ ຮຽກຮ້ອງໃຫ້ພວກເຮົາ ພ້ອມໃຈກັນກັບຄືນມານຳໃຊ້ພູມປັນຍາທ້ອງຖິ່ນອັນລ້ຳຄ່າ ຂອງຊາດລາວເຮົາ ເພື່ອເປັນການສົ່ງເສີມຜະລິດຕະພັນ ທີ່ເປັນມິດກັບສິ່ງແວດລ້ອມ ໂດຍຫັນມານໍາໃຊ້ຜະລິດຕະພັນທາງເລືອກທີ່ບໍ່ທຳລາຍສິ່ງແວດລ້ອມ, ເພື່ອເຮັດໃຫ້ການປະຕິບັດຄາດໝາຍການຫຼຸດຜ່ອນນຳໃຊ້ປລາສຕິກໄດ້ຮັບການຈັດຕັ້ງປະຕິບັດ ແລະ ຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມລາວ ເປັນເຈົ້າການໃນການຮ່ວມກັນແຍກປະເພດຂີ້ເຫຍື້ອ, ບໍ່ຖີ້ມຂີ້ເຫຍື້ອຊະຊາຍ ແລະ ປະຕິບັດ 3 ຫຼັກການ ຄື: (1) ຫຼຸດປະລິມານການນໍາໃຊ້, (2) ນໍາກັບມາໃຊ້ຄືນ, (3) ນໍາໄປຜະລິດຄືນໃໝ່, ໄປພ້ອມກັບການປະຕິບັດກົດໝາຍ, ລະບຽບການຢ່າງເຂັ້ມງວດ ເພື່ອສ້າງປະເທດລາວໃຫ້ກາຍເປັນປະເທດທີ່ຂຽວ ສະອາດງາມຕາ.
ທ້າຍນີ້, ຂໍອວຍພອນໃຫ້ ການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນປີນີ້ ພາຍໃຕ້ຄໍາຂວັນ: “ຫຼຸດຜ່ອນມົນລະພິດທາງປລາສຕິກ ເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ” ຈົ່ງເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຢ່າງຈົບງາມ.
ຂໍຂອບໃຈ

ກ່ຽວກັບ mps