ວັນທີ 6 ມິຖຸນາ 2025 ນີ້, ໜ່ວຍງານກໍ່ສ້າງຮາກຖານການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຕິດຕາມຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ ຢູ່ບັນດາປ້ອມທະຫານຊາຍແດນ ເມືອງຄອບ ແຂວງໄຊຍະບູລີ ເຊິ່ງນຳພາໂດຍ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ.
ການເຄື່ອນໄຫວໃນຄັ້ງນີ້ ເພື່ອຕິດຕາມ, ຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຫ້າວຫັນ ແລະ ມີຄວາມອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດຕາມການມອບໝາຍ.
ໂອກາດນີ້, ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບທຸກສະຫາຍ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ຂອງຕົນ ຕາມການມອບໝາຍ ເຮັດໃຫ້ສະພາບຂອບເຂດທີ່ຕົນຮັບຜິດຊອບມີຄວາມສະຫງົບ, ເຖິງແມ່ນວ່າຈະມີອຸປະສັກຫຍຸ້ງຍາກປານໃດກໍຕາມ ແຕ່ທຸກສະຫາຍ ຍັງມີແນວຄິດອຸ່ນອຽນທຸ່ນທ່ຽງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນ ການປ້ອງກັນສາລະເວຕາມຊາຍແດນທີ່ຕົນຮັບຜຜິດຊອບ. ເພື່ອເປັນການສືບຕໍ່ເຮັດໃຫ້ສະພາບມີຄວາມສະຫງົບ ສະຫາຍ ໄດ້ເນັ້ນໜັກໃຫ້ຜູ້ບັນຊາຢູ່ແຕ່ລະປ້ອມ ຕ້ອງໄດ້ເອົາໃຈໃສ່ຕິດຕາມເກັບກຳສະພາບການເຄື່ອນໄຫວ ຂອງພະນັກງານ-ນັກຮົບໃຫ້ແໜ້ນ, ພ້ອມທັງເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ດີ, ຈັດຕັ້ງກຳລັງປ້ອງກັນເວຍາມ, ອອກສາລະເວ ເພື່ອຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ເປັນເຈົ້າການປະຕິບັດໜ້າທີ່ຂອງຕົນຮັບຜິດຊອບ, ຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບທຸກເວລາ, ພ້ອມນັ້ນ, ຜູ້ບັນຊາ ຕ້ອງເປັນເຈົ້າການນຳພາພະນັກງານ-ນັກຮົບປັບປຸງຄ້າຍຄູ ເປັນຕົ້ນ: ລະບົບຂຸມຄອງຕ້ອງໃຫ້ມີຄວາມແໜ້ນໜາ ເພື່ອຮັບປະກັນຄວາມປອດໄພໃນເວລາສູ້ຮົບ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ໜ່ວຍງານກໍ່ສ້າງຮາກຖານການເມືອງ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຕິດຕາມຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ