ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2025 ຢູ່ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງ ຂອງພັກ-ລັດ, ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ບັນດາຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສຸນທອນພົດເປີດກອງປະຊຸມຢ່າງເປັນທາງການວ່າ: ໃນໄລຍະ 6 ເດືອນຕົ້ນປີ 2025 ໄດ້ຮັບຜົນສໍາເລັດຢ່າງຈົບງາມ ອັນພົ້ນເດັ່ນ ແມ່ນການພິຈາລະນາຮັບຮອງເອົາການປັບປຸງລັດຖະທຳມະນູນ ສະບັບປີ 2025, ການປັບປຸງກົງຈັກການຈັດຕັ້ງ ຂອງລັດຖະບານ; ກົດໝາຍ ວ່າດ້ວຍປົກຄອງທ້ອງຖິ່ນ, ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ທີ່ໄດ້ຖືກຮັບຮອງໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ. ນອກນັ້ນ, ຄະນະປະຈຳສະພາແຫ່ງຊາດ ໄດ້ມີການພິຈາລະນາຮັບຮອງເອົາການປັບປຸງເນື້ອໃນບາງມາດຕາ ຂອງກົດໝາຍ ວ່າດ້ວຍປະກັນສັງຄົມ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ ເປັນອັນລະອຽດ ໂດຍສອດຄ່ອງກັບເນື້ອໃນ ຂອງລັດຖະທຳມະນູນ ສະບັບປັບປຸງ ປີ 2025. ເຖິງວ່າໃນໄລຍະ 6 ເດືອນຕົ້ນປີ 2025, ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ພວມມີການຜັນແປໄປຢ່າງສັບສົນ, ວ່ອງໄວ, ສະຫຼັບຊັບຊ້ອນ, ຄາດຄະເນໄດ້ຍາກ ທີ່ມີທັງສິ່ງທ້າທາຍ ແລະ ກາລະໂອກາດ ທີ່ສົ່ງຜົນກະທົບຕໍ່ ບັນດາປະເທດໃນໂລກ ລວມທັງປະເທດລາວພວກເຮົາ, ບວກກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ການດໍາລົງຊີວິດ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ, ແຕ່ດ້ວຍຄວາມພະຍາຍາມ, ເອົາໃຈໃສ່ນໍາພາ-ຊີ້ນໍາຂອງສູນກາງພັກ, ຂອງກົມການເມືອງສູນກາງພັກ, ການເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ຫ້າວຫັນ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ ໃນການແກ້ໄຂບັນຫາທີ່ເຄັ່ງຮ້ອນຕ່າງໆ ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ມີຜົນສໍາເລັດດີຂຶ້ນເລື້ອຍໆ, ເຮັດໃຫ້ເສດຖະກິດ ຂອງປະເທດ ສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມ ສາມາດບັນລຸໄດ້ຕາມແຜນ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ມີທ່າອ່ຽງເຕີບໂຕ ແລະ ຂະຫຍາຍຕົວຕໍ່ເນື່ອງ, ບົດບາດ ຂອງປະເທດເຮົາ ໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ກອງປະຊຸມຄັ້ງນີ້, ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ດັ່ງນີ້:1) ບົດລາຍງານ ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ; 2) ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); 3) ບົດລາຍງານ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໄລຍະໃໝ່; 4) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; 5) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; 6) ບົດລາຍງານ ກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; 7) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X; 9) ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ ໃນນີ້, ມີກົດໝາຍສ້າງໃໝ່ 5 ສະບັບຄື: ກົດໝາຍ ວ່າດ້ວຍ ຄວາມປອດໄພໄຊເບີ; ກົດໝາຍ ວ່າດ້ວຍສັງຄົມສົງເຄາະ; ກົດໝາຍ ວ່າດ້ວຍພະນັກງານໄອຍະການປະຊາຊົນ; ກົດໝາຍ ວ່າດ້ວຍສາມັນສຶກສາ; ກົດໝາຍ ວ່າດ້ວຍການປູກຝັງ ແລະ ກົດໝາຍປັບປຸງ 5 ສະບັບຄື: ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ກົດໝາຍ ວ່າດ້ວຍອາກອນລາຍໄດ້; ກົດໝາຍ ວ່າດ້ວຍປ້າຍ; ກົດໝາຍ ວ່າດ້ວຍຊົນລະປະທານ, ກົດໝາຍ ວ່າດ້ວຍສານປະຊາຊົນ.
ນອກນັ້ນ, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງ ຂອງສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ. ສໍາລັບກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະດໍາເນີນໄປຮອດວັນທີ 26 ມິຖຸນາ 2025 ຈິ່ງຈະສຳເລັດ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IXໄຂຂຶ້ນຢ່າງເປັນທາງການ