ວັນທີ 11 ມິຖຸນາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ມອບຫຼຽນໄຊພິລະອາດຫານ, ໃບຍ້ອງຍໍ ໃຫ້ມູນນິທິ ແລະ ບໍລິສັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊອກຄົ້ນ-ກອບກູ້ ສົບນັກບິນ ແລະ ຊາກຍົນ YAK-130 ທີ່ເກີດອຸບັດຕິເຫດຕົກ ຢູ່ແຂວງຊຽງຂວາງ, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານອາກາດ, ບັນດາຜູ້ຕາງໜ້າ ບໍລິສັດ ແລະ ມູນິທິ ພ້ອມດ້ວຍກໍາລັງ ທີ່ເຂົ້າຊ່ວຍເຫຼືອການກອບກູ້ເຫດການຍົນ YAK-130 ຕົກຢູ່ແຂວງຊຽງຂວາງ ເຂົ້າຮ່ວມ.
ສະຫາຍ ພັນເອກ ດວງມະນີ ສີວິໄຊ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດການກອບກູ້ສົບນັກບິນ ແລະ ຊາກຍົນ YAK-130 ຕົກ ຢູ່ແຂວງຊຽງຂວາງ ໃນຄັ້ງວັນທີ 4 ຕຸລາ 2024 ຜ່ານມາ ວ່າ: ການປະຕິບັດຊອກຄົ້ນ-ກອບກູ້ ໄດ້ເລີ່ມແຕ່ວັນທີ 4-12 ຕຸລາ 2024 ໄດ້ຈັດຕັ້ງກໍາລັງ ຂອງກອງທັບຈາກສູນກາງ, ກໍາລັງທະຫານຢູ່ພື້ນທີ່ ຂອງແຂວງ ແລະ ອົງການກ່ຽວຂ້ອງ ຂອງແຂວງຊຽງຂວາງ ແລະ ມູນນິທິ ສາຍໃຈລາວ (1666) ມາດໍານໍ້າຊອກຄົ້ນຫາ, ບໍລິສັດ ສາຍສໍາພັນ ນໍາໃຊ້ລົດຈົກ ມາຈົກຄັນຄູໜອງປ່ອຍນໍ້າອອກ ແລະ ບໍລິສັດ ເອວິກ ອິນໂປເຈັກແອນເຈີລິງ ຄອມປານີ (AVIC-INTL PROJECT ENGINEERING COMPANY) ນໍ້າໃຊ້ລົດເຄນ ມາຍົກ ແລະ ແກ່ຊາກຍົນ, ມູນນິທິໃຈເຖິງໃຈ ມາຊ່ວຍດູດນໍ້າອອກຈາກໜອງ ແລະ ມູນນິທິຊ່ວຍເຫຼືອຜູ້ທຸກຍາກ (1623) ມາຊ່ວຍກອບກູ້ຊາກຍົນ ແລະ ສົບນັກຂັບຍົນ. ການຊອກຄົ້ນ-ກອບກູ້ ໄດ້ຈັດຕັ້ງປະຕິບັດດ້ວຍວິທີການດໍານໍ້າຊອກຄົ້ນ, ເມື່ອພົບເຫັນຊິ້ນສ່ວນໃຫຍ່ຂອງຍົນ ຈຶ່ງໃຊ້ເຊືອກມັດແລ້ວນໍາໃຊ້ລົດເຄນດຶງຂຶ້ນ. ຫຼັງຈາກນັ້ນ, ໄດ້ນໍາໃຊ້ລົດຈົກ ຈົກຄັນຄູໜອງເພື່ອປ່ອຍນໍ້າ ແລະ ດູດນໍ້າອອກ ເພື່ອຊອກຄົ້ນ-ກອບກູ້ເອົາຊິ້ນສ່ວນຕ່າງໆ ຂອງຍົນ ແລະ ຊິ້ນສ່ວນຮ່າງກາຍ ຂອງນັກຂັບຍົນ ຈົນສໍາເລັດ. ຜ່ານການຈັດຕັ້ງປະຕິບັດການຊອກຄົ້ນ ແລະ ກອບກູ້ ເຫັນວ່າພົບຄວາມຫຍຸ້ງຍາກຫຼາຍອັນ ໂດຍສະເພາະແມ່ນຈຸດເກີດເຫດເປັນໜອງນໍ້າເລິກ, ເປັນຕົມ ແລະ ເຮືອບິນ, ຮ່າງກາຍ ຂອງນັກຂັບເຮືອບິນແຕກຊິ້ນສ່ວນນ້ອຍ ເຊິ່ງເຮັດໃຫ້ການຈັດຕັ້ງປະຕິບັດການຊອກຄົ້ນ-ກອບກູ້ພົບຄວາມຫຍຸ້ງຍາກ. ເຖິງເເມ່ນວ່າຈະພົບຄວາມຫຍຸ້ງຍາກ ແຕ່ບັນດາທີມງານທີ່ເຂົ້າມາຊ່ວຍເຫຼືອໃນການຊອກຄົ້ນ-ກອບກູ້ ໄດ້ເອົາໃຈໃສ່, ອົດທົນຜ່ານຜ່າ, ສຸມຈິດສຸມໃຈໃສ່ຢ່າງກ້າແກ່ນຊ່ວຍກອງທັບພວກເຮົາໃນການຊອກຄົ້ນ-ກອບກູ້ ເອົາຊາກສົບນັກຂັບຂີ່ຍົນ ແລະ ຊາກຍົນ ຊ່ວຍກອງທັບຈົນສໍາເລັດ. ເຊິ່ງການປະກອບສ່ວນ ຂອງບັນດາມູນນິທິ ແລະ ບໍລິສັດ ໄດ້ສະແດງເຖິງນ້ຳໃຈອັນສູງສົ່ງຂອງພວກທ່ານ ຕໍ່ການປະກອບສ່ວນອັນສຳຄັນໃນເຫດການດັ່ງກ່າວ ກອງທັບປະຊາຊົນລາວ ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ບັນດາທ່ານທີ່ໄດ້ສ້າງຜົນງານອັນໂດດເດັ່ນ ທາງດ້ານນ້ຳໃຈ, ຄວາມເສຍສະຫຼະ, ການໃຫ້ກຳລັງໃຈ ຄຽງບ່າງຄຽງໄຫຼ່ ຊ່ວຍກອງທັບ ຈົນສຳເລັດຜົນຢ່າງຈົບງາມ.
ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍ ເພື່ອຍ້ອງຍໍສັນລະເສີນຜົນງານ ແລະ ຄຸນງາມຄວາມດີ ໃຫ້ແກ່ມູນນິທິ ແລະ ບໍລິສັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊອກຄົ້ນ-ກອບກູ້ ສົບນັກບິນ ແລະ ຊາກຍົນ YAK-130 ທີ່ເກີດອຸບັດຕິເຫດຕົກຢູ່ ແຂວງຊຽງຂວາງ. ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ມູນນິທິ ແລະ ບໍລິສັດ 5 ພາກສ່ວນ, ມອບໃຫ້ບຸກຄົນ 5 ທ່ານ; ມອບໃບຍ້ອງຍໍ ກະຊວງປ້ອງກັນປະເທດ ໃຫ້ບຸກຄົນ 11 ທ່ານ ແລະ ມອບໃບຍ້ອງຍໍ ກົມໃຫຍ່ການເມືອງກອງທັບ ໃຫ້ບຸກຄົນ 32 ທ່ານ. ໂດຍການມອບ ຂອງສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກະຊວງປ້ອງກັນປະເທດ ມອບການຍ້ອງຍໍ ໃຫ້ມູນນິທິ ແລະ ບໍລິສັດ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນຊອກຄົ້ນ-ກອບກູ້ ສົບນັກບິນ ແລະ ຊາກຍົນ YAK-130