ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານສະພາວິທະຍາສາດການທະຫານ, ມີບັນດາສະມາຊິກສະພາວິທະຍາສາດການທະຫານ, ກອງເລຂາສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ, ນັກວິທະຍາສາດ ພ້ອມດ້ວຍນັກຄົ້ນຄວ້າກອງທັບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຮອງປະທານສະພາວິທະຍາສາດການທະຫານ ຜູ້ປະຈໍາການສະພາວິທະຍາສາດການທະຫານ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປັບປຸງ, ແຕ່ງຕັ້ງສະພາວິທະຍາສາດການທະຫານ, ກອງເລຂາສະພາວິທະຍາສາດການທະຫານ ຂອງກອງທັບປະຊາຊົນລາວ ຈໍານວນ 17 ສະຫາຍ ແລະ ແຕ່ງຕັ້ງບັນດາສະຫາຍກອງເລຂາສະພາວິທະຍາສາດການທະຫານ ທີ່ເປັນເສນາທິການໃຫ້ແກ່ສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ຈໍານວນ 8 ສະຫາຍ. ກອງປະຊຸມ ໄດ້ຄັດຈ້ອນເລືອກເຟັ້ນເອົາ 2 ຫົວຂໍ້ຄົ້ນຄວ້າວິທະຍາສາດຂຶ້ນມານໍາສະເໜີ ໃນນັ້ນມີ: ຄວາມສາມັກຄີພິເສດ ລະຫວ່າງສອງກອງທັບ ລາວ-ຫວຽດນາມ ໃນໄລຍະໃໝ່ ແລະ ຍົກສູງຄວາມສາມາດໃນການສູ້ຮົບ ຂອງທະຫານອາກາດ ໂດຍກໍາລັງຕີພິເສດ ເຊິ່ງຈະເອົາຜ່ານຕໍ່ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ເພື່ອເອົາເປັນ 2 ໂຄງການຄົ້ນຄວ້າຮ່ວມກັບສະພາວິທະຍາສາດການທະຫານ ສສ ຫວຽດນາມ ພ້ອມນັ້ນ, ຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າ 5 ໂຄງການຄົ້ນຄວ້າທີ່ສ້າງຂຶ້ນມານັ້ນ ມີຄວາມສໍາເລັດ 80%. ພ້ອມດຽວກັນນີ້, ຜູ້ແທນກອງປະຊຸມ ໄດ້ປະກອບຄໍາຄິດເຫັນໃສ່ 2 ຫົວຂໍ້ຄົ້ນຄວ້າຢ່າງມີສີສັນ ແລະ ເປັນລັກສະນະວິທະຍາສາດການທະຫານ.
ຈາກນັ້ນ, ກອງປະຊຸມ ໄດ້ຜ່ານຂໍ້ຕົກ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການຄົ້ນຄວ້າວິທະຍາສາດການທະຫານ-ເຕັກໂນໂລຊີປ້ອງກັນຊາດ ສໍາເລັດຕາມແຜນການ ໃນນັ້ນ, ມອບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ກົມກອງລວມໝູ່ 3 ກົມກອງ ແລະ ບຸກຄົນຈໍານວນ 2 ສະຫາຍ ແລະ ມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ບຸກຄົນຈໍານວນ 8 ສະຫາຍ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງສະພາວິທະຍາສາດການທະຫານກະຊວງປ້ອງກັນປະເທດ