Home / mps (page 10)

mps

ການນຳກະຊວງປ້ອງກັນປະເທດ ວາງພວງມາລາເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ

ວັນທີ 20 ມັງກອນ 2025 ນີ້, ການນຳກະຊວງປ້ອງກັນປະເທດ ວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ, ສຸສານນັກຮົບປະຕິວັດ (ຫຼັກ 24) ແລະ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ( 20 ມັງກອນ 1949-20 ມັງກອນ 2025 ) ເຊິ່ງນຳໂດຍ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳກະຊວງປ້ອງກັນປະເທດເຂົ້າຮ່ວມ. ການວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ແຕ່ລະບ່ອນໃນຄັ້ງນີ້ ກໍເພື່ອເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນ-ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳປະຕິວັດທີ່ແສນເຄົາລົບຮັກຂອງປະຊາຊົນລາວທີ່ໄດ້ນຳພາປົດປ່ອຍປະເທດຊາດ, ຜູ້ສ້າງຕັ້ງ ແລະ ນຳພາກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັງເປັນການໄຫວ້ອາໄລເຖິງດວງວິນຍານ, ຄຸນງາມຄວາມດີຂອງພະນັກງານ-ນັກຮົບປະຕິວັດ ທີ່ເສຍສະຫຼະຊີວິດເລືອດເນື້ອເຂົ້າໃນພາລະກິດປະຕິວັດ …

ອ່ານເພີ່ມ >>

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ

ວັນທີ 17 ມັງກອນ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນໂທ ເລ ກວາງ ມິ່ງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູູ່ ສປປ ລາວ ໃນວັນທີ 17 ມັງກອນ 2025 ນີ້. ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ພົນໂທ ເລ ກວາງ ມິ່ງ …

ອ່ານເພີ່ມ >>

ສະຫະພັນແມ່ຍິງ ກົມໃຫຍ່ການເມືອງ ກອງທັບ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ

ວັນທີ 17 ມັງກອນ 2025 ນີ້, ສະຫາຍ ພັນຕີ ນາງ ມະໂນລັກ ປັນຍາທອງ ຫົວໜ້າພະແນກສະຫະພັນແມ່ຍິງ ກົມໃຫຍ່ການເມືອງກອງທັບ ໄດ້ນຳພາສະມາຊິກແມ່ຍິງທົ່ວກົມໃຫຍ່ການເມືອງກອງທັບ ເຂົ້າຢ້ຽມຊົມຫໍພິພິທະພັນ ປະຫວັດສາດກອງທັບ. ສະຫາຍ ພັນຕີ ນາງ ມະໂນລັກ ປັນຍາທອງ ໃຫ້ຮູ້ວ່າ: ການນໍາພາສະມາຊິກສະຫະພັນແມ່ຍິງເຂົ້າຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ ໃນຄັ້ງນີ້ ແມ່ນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ກອງປະຊຸມຜູ້ແທນ ສະຫະພັນແມ່ຍິງທົ່ວກອງທັບ ຄັ້ງທີ IX ແລະ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ກວ້າງຂວາງ. ພ້ອມກັນນັ້ນ, ກໍເພື່ອເປັນການສຶກສາອົບຮົມ ໃຫ້ສະມາຊິກແມ່ຍິງ ເຊື່ອມຊຶມກຳແໜ້ນຕື່ມ ເຖິງມູນເຊື້ອອັນດີງາມ ຂອງບັນພະບຸລຸດ ກໍຄື ນັກຮົບປະຕິວັດ ທີ່ໄດ້ເສຍສະຫຼະເລືອດເນື້ອ, …

ອ່ານເພີ່ມ >>

ກມທ ສະຫຼຸບຖອດຖອນບົດຮຽນ ວຽກງານຮອບດ້ານ ປະຈຳປີ 2024

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025, ຂອງກົມໃຫ່ຍການເມືອງກອງທັບ (ກມທ) ໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນໍາກົມໃຫຍ່, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ ແລະ ກອງ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ. ສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບ ການເຄື່ອນໄຫວ ວຽກງານຮອບດ້ານ ປະຈຳປີ 2024 ແລະ ຜ່ານທິດທາງແຜນການ ປະຈຳປີ 2025 ໃນໄລຍະຜ່ານມາ, ເຊິ່ງຍາມໃດ ຄະນະພັກກົມໃຫຍ່ ໄດ້ເອົາໃນໃສ່ ນຳພາ-ຊີ້ນຳ ໃນການສຶກສາອົບຮົມການເມືອງ-ແນວຄິດ …

ອ່ານເພີ່ມ >>

ກອງວາລະສານປ້ອງກັນຊາດ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024

ວັນທີ 15 ມັງກອນ 2025 ນີ້, ກອງວາລະສານປ້ອງກັນຊາດ ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາ ປີ 2024 ແລະ ວາງທິດທາງແຜນການປະຈໍາປີ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ໃນທົ່ວກອງວາລະສານປ້ອງກັນຊາດເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າບັນນາທິການກອງວາລະສານປ້ອງກັນຊາດ ໄດ້ສະຫຼຸບການນຳພາ-ຊີ້ນຳຂອງຄະນະພັກ-ຄະນະບັນຊາໃນປີຜ່ານມາ: ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ ສຶກສາອົບຮົມພະນັກງານ-ນັກຮົບ ຢ່າງຕໍ່ເນື່ອງ ແລະ ດ້ວຍຫຼາຍຮູບການ, ຫຼາຍເນື້ອໃນເປັນຕົ້ນແມ່ນຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ, ຄໍາສັ່ງ, ເອກະສານຕ່າງໆ ຂອງ ພັກ-ລັດ, ຟັງປາຖະກະຖາວັນປະຫວັດສາດທີ່ສໍາຄັນຂອງຊາດ ແລະ ຂອງເພື່ອນມິດສາກົນທີ່ຂັ້ນເທິງຈັດຂຶ້ນ, ວຽກງານວິຊາສະເພາະ ໄດ້ຈັດພິມວາລະສານສະບັບລາຍເດືອນໃນຈຳນວນ 3200 ຫົວ, ຂຽນບົດ, ກວດແກ້ບົດລົງ ວາລະສານ …

ອ່ານເພີ່ມ >>

ປະກາດການແຕ່ງຕັ້ງຂັ້ນຮອງລັດຖະມົນຕີ, ຄະນະກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ

ວັນທີ 15 ມັງກອນ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຂັ້ນຮອງລັດຖະມົນຕີ, ຄະນະກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກອງພົນ ແລະ ກອງບັນຊາການ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳກະຊວງປ້ອງກັນປະເທດ, ແຂກທີ່ຖືກເຊີນ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ດອນ ໄພວົງ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍການແຕ່ງຕັ້ງຂັ້ນຮອງລັດຖະມົນຕີ, ຄະນະກົມໃຫຍ່, ຫ້ອງວ່າການກະຊວງ, ກອງພົນ, ກອງບັນຊາການ ຂຶ້ນກັບກະຊວງປ້ອງກັນປະເທດ. ໃນນີ້, ນາຍົກລັດຖະມົນຕີ …

ອ່ານເພີ່ມ >>

ກົມໂຄສະນາອົບຮົມ ປກສ ເຂົ້າອວຍພອນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ

ວັນທີ 15 ມັງກອນ 2025 ນີ້, ກົມໂຄສະນາອົບຮົມ ປກສ ນໍາໂດຍ ສະຫາຍ ພັນເອກ ປອ ສົມພັນ ສີວົງໄຊ ຫົວໜ້າກົມໂຄສະນາອົບຮົມ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ໂອກາດນີ້, ສະຫາຍ ພັນເອກ ປອ ສົມພັນ ສີວົງໄຊ ໄດ້ຕາງໜ້າໃຫ້ກົມໂຄສະນາອົບຮົມ ກະຊວງປ້ອງກັນຄວາມສະຫງົບ ກ່າວຄໍາອວຍພອນໄຊອັນປະເສີດ ມາຍັງຄະນະນໍາ, ພະນັກງານ-ນັກຮົບ ທົ່ວກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ວຽກງານ ທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້, ອວຍພອນໃຫ້ການພົວພັນ ແລະ ການຮ່ວມມືທີ່ແໜ້ນແຟ້ນ ຂອງສອງກົມໂຄສະນາອົບຮົມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ. ໂອກາດດຽວກັນນີ້, ສະຫາຍ ພັນເອກ …

ອ່ານເພີ່ມ >>

ກະຊວງປ້ອງກັນປະເທດ ມອບຫຼຽນໄຊພິລະອາດຫານ ໃຫ້ບໍລິສັດ ລາວິນາໂກ 36 ຈໍາກັດຜູ້ດຽວ

ວັນທີ 13 ມັງກອນ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ມອບຫຼຽນໄຊພິລະອາດຫານ ໃຫ້ບໍລິສັດ ລາວິນາໂກ 36 ຈໍາກັດຜູ້ດຽວ ກອງທັບປະຊາຊົນຫວຽດນາມ, ໂດຍການເປັນປະທານຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ໂດຍມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວັນນະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ, ກະຊວງປ້ອງກັນປະເທດ ຕົກລົງ: ມອບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບໍລິສັດ ລາວິນາໂກ 36 ຈໍາກັດຜູ້ດຽວ ແລະ ສະຫາຍ ພັນໂທ ເຈືອງ ກົງ ທີ້ງ ອໍານວຍການ ບໍລິສັດ ລາວິນາໂກ 36 ຈໍາກັດຜູ້ດຽວ, ມອບຫຼຽນໄຊພິລະອາດຫານຊັ້ນ III …

ອ່ານເພີ່ມ >>

ວາງສີລາລຶກໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ຕອນເຊົ້າຂອງວັນທີ 10 ມັງກອນນີ້, ໄດ້ມີພິທີວາງສີລາລືກໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຂຶ້ນຢ່າງເປັນທາງການ ທີ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາສະຫາຍການນໍາຂັ້ນສູງ ຕະຫຼອດຮອດພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຂຶ້ນມີຄໍາເຫັນໃນພິທີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ, ປະຫວັດຄວາມເປັນມາ ແລະ ຈຸດປະສົງຂອງໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດ ນາມ ແຫ່ງນີ້ ຊຶ່ງແມ່ນປະຕິບັດຕາມການຕົກລົງຂອງສອງພັກ, ສອງລັດຖະບານ …

ອ່ານເພີ່ມ >>

ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຕ້ອນຮັບຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ

ວັນທີ 9 ມັງກອນ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນໂທ ຮວ່າງ ຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ. ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃນໄລຍະຜ່ານມາ ໃນຫຼາຍດ້ານ ແລະ ສືບຕໍ່ພົວພັນຮ່ວມມືກັນຫຼາຍດ້ານໃນຕໍ່ໜ້າ ນັບມື້ເພີ່ມທະວີຍິ່ງໆຂຶ້ນ, ເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ …

ອ່ານເພີ່ມ >>