ໃນລະຫວ່າງວັນທີ 10-15 ທັນວາ 2024, ຄະນະສິລະປະກອນ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນໂທ ໄຊຊະນະ ສະເຫຼີມສັກ ຮອງຫົວໜ້າກົມໂຄສະນາອົບຮົບ ກົມໃຫຍ່ການເມືອງກອງທັບ ໄດ້ນຳພາຄະນະເຄື່ອນໄຫວສະເເດງສີລະປະຢູ່ ສສ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ (22 ທັນວາ 1944 – 22 ທັນວາ 2024) ແລະ 35 ປີ ວັນບຸນປ້ອງກັນຊາດທົ່ວປວງຊົນ (22 ທັນວາ 1989 – 22 ທັນວາ 2024) ຢູ່ ກອງບັນຊາການ ແມ່ທັບ 12 ແລະ ກອງພັນໃຫຍ່ 762, 764 ກອງທັບປະຊາຊົນ ຫວຽດນາມ, ໂດຍການຕ້ອນຮັບຢ່າງອົບອຸ່ນ …
ອ່ານເພີ່ມ >>ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເຂົ້າອວຍພອນລັດຖະມົນຕີກະຊວງປ້ອງກັນປະເທດ
ວັນທີ 04 ທັນວາ 2024 ນີ້, ທີ່ກະຊວງປ້ອງກັນປະເທດ ສປປ ລາວ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 49 ປີ ແລະ ໃນໂອກາດທີ່ຮັບໜ້າທີ່ໃໝ່ ປະຈໍາຢູ່ສໍານັກງານນາຍົກລັດຖະມົນຕີ ໃນຖານະເປັນຮອງນາຍົກລັດຖະມົນຕີ ເພື່ອຮັບຜິດຊອບວຽກງານຂອງລັດຖະບານ. ສະຫາຍ ຫງວຽນ ມິງ ເຕິມ ໄດ້ອວຍພອນໄຊອັນອົບອຸ່ນ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ມາຍັງລັດຖະມົນຕີກະຊວງປ້ອງກັນປະເທດ ກໍຄືພະນັກງານ-ນັກຮົບ ທົ່ວກອງທັບປະຊາຊົນລາວ …
ອ່ານເພີ່ມ >>ໜ່ວຍພັກກົມຈັດຕັ້ງພັກ ດໍາເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VII
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VII ຂອງໜ່ວຍພັກກົມຈັດຕັ້ງພັກ ໃນວັນທີ 28 ພະຈິກ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ບັນດາກົມ, ຫ້ອງການ, ແຂກຖືກເຊີນ, ເລຂາໜ່ວຍພັກ, ຄະນະພັກ ພ້ອມດ້ວຍສະມາຊິກພັກໃນໜ່ວຍເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ເລຂາໜ່ວຍພັກ ຫົວໜ້າກົມຈັດຕັ້ງພັກ ໄດ້ສະຫຼຸບຕີລາຄາຄືນການເຄື່ອນໄຫວຊີ້ນຳ-ນຳພາ ຂອງຄະນະໜ່ວຍພັກຕະຫຼອດໄລຍະ 5 ປີຜ່ານມາ, ເຊິ່ງຄະນະໜ່ວຍພັກ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານພາຍໃນກົມ ດ້ວຍຫຼາຍຮູບການ, ເຮັດໃຫ້ພະນັກງານ-ສະມາຊິກພັກ ມີແນວຄິດອຸ່ນອຽນ, ເຊື້ອໝັ້ນຕໍ່ອຸດົມການຂອງ ພັກ, ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ລັດ ແລະ ຂອງກອງທັບ, ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ມີຄວາມເຊື່ອໝັ້ນ …
ອ່ານເພີ່ມ >>ກອງປະຊຸມປະຈໍາປີ ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ
ກອງປະຊຸມປະຈໍາປີ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2024 ນີ້. ຢູ່ທີ່ໂຮງແຮມ ກາເດັນ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ. ໂດຍການເປັນປະທານຮ່ວມຝ່າຍກຳປູເຈຍນຳໂດຍ ທ່ານ ພົນເອກ ເຕຍ ໄສຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກຳປູເຈຍ, ຝ່າຍລາວນໍາໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດນາມ ນໍາໂດຍທ່ານ ພົນເອກ ຟານ ວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມີຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດ ທັງສາມຝ່າຍເຂົ້າຮ່ວມ. ທ່ານ ພົນເອກ ເຕຍ ໄສຫາ ໄດ້ກ່າວເປີດກອງປະຊຸມພົບປະສາມຝ່າຍຢ່າງເປັນທາງການ ພ້ອມທັງລາຍງານຜົນສຳເລັດການຈັດຕັ້ງປະບັດແຜນການຮ່ວມມືໃນໄລຍະຜ່ານມາ ເຊິ່ງສະແດງໃຫ້ເຫັນຄວາມສໍາຄັນ ການຮັດແໜ້ນຄວາມສາມັກຄີ …
ອ່ານເພີ່ມ >>ການເຝິກກຊ້ອມກອບກູ້ໄພພິບັດ ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ສຳເລັດດ້ວຍໝາກຜົນອັນຈົບງາມ
ການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ( ກໍາປູເຈຍ-ລາວ-ຫວຽດນາມ ) ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 25 ພະຈິກ 2024 ນີ້, ຢູ່ທີ່ສູນເຝິກ ສາລະວັດທະຫານ ພະນົມໂຈມ ແສນຣິກເຮຍ ແຂວງ ກຳປົງສະນັງ ຣາຊະອານາຈັກກຳປູເຈຍ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ເຕຍ ໄຊຮາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກຳປູເຈຍ, ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ມີ ການນໍາພັກ-ລັດ, ກະຊວງ-ອົງການ, ອໍານາດການປົກຄອງທ້ອງຖິ່ນ, …
ອ່ານເພີ່ມ >>ຄະນະຊີ້ນໍາການເຝີກຊ້ອມກອບກູ້ໄພພິບັດ 3 ກອງທັບ ຕິດຕາມຮັບຊົມການສະແດງເຝີກຊ້ອມປະສານທົດລອງ ຄັ້ງທີ 1
ວັນທີ 22 ພະຈິກ 2024 , ຄະນະຊີ້ນໍາການເຝີກຊ້ອມກອບກູ້ໄພພິບັດ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ໄດ້ຕິດຕາມຮັບຊົມການສະແດງເຝີກຊ້ອມປະສານທົດລອງ ຄັ້ງທີ 1, ໂດຍມີ ທ່ານ ພົນຕີ ແປນ ສຸເກຣິດວິດເຢຍ ຫົວໜ້າສຳນັກງານສູນເຝີກອົບຮົມ, ປະທານ ອະນຸກຳມະການເຝີກຊ້ອມ ກຳປູເຈຍ-ລາວ-ຫວຽດນາມ ພ້ອມຄະນະ, ທ່ານ ພັນໂທ ຄຳຜາຍ ອ້ວນວິໄລ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະເຝີກຊ້ອມກອບກູ້ໄພພິບັດ 3 ກອງທັບ ພ້ອມຄະນະ ແລະ ທ່ານ ພັນເອກພິເສດ ວໍ້ ວັນ ບ໋າ ຮອງຫົວໜ້າການທະຫານ ກອງບັນຊາການທະຫານເຂດ 5 ພ້ອມຄະນະ. ການຕິດຕາມຮັບຊົມການສະແດງເຝີກຊ້ອມປະສານທົດລອງ ໃນຄັ້ງນີ້ ກໍເພື່ອເປັນການສັງລວມຄືນບັນດາເນື້ອໃນ, ບາດກ້າວດຳເນີນການເຝີກຊ້ອມຮ່ວມ ຂອງ 3 ກອງທັບ ເພື່ອກະກຽມຄວາມພ້ອມໃຫ້ການເຝີກຊ້ອມສະແດງຕົວຈິງ …
ອ່ານເພີ່ມ >>ກອງທັບ ລາວ-ຈີນ ເສີມຂະຫຍາຍການພົວພັນຮ່ວມມື
ວັນທີ 22 ພະຈິກ 2024, ທີ່ ກະຊວງປ້ອງກັນປະເທດ ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ພົນເຮືອເອກ ຕົ້ງຈຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍ ຄະນະຜູ້ແທນການທະຫານຂັ້ນສູງ. ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 11 ແລະ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງ ວັນທີ 22-24 ພະຈິກ 2024 ນີ້ . ພິທີຕ້ອນຮັບທາງການໄດ້ຈັດຂຶ້ນຢ່າງສົມກຽດທີ່ກະຊວງປ້ອງກັນປະເທດ. ຈາກນັ້ນ, ໄດ້ມີການພົບປະສອງຝ່າຍ ເຊິ່ງທັງສອງ ກອງທັບ …
ອ່ານເພີ່ມ >>ພົບປະສອງຝ່າຍ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ ຣັດເຊຍ
ເນື່ອງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນ-ບວກ ຄັ້ງທີ 11 ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ໃນວັນທີ 20 ພະຈິກ 2024 ນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ສະຫາຍ ພົນໂທ ອາເລັກຊັນເດີ ໂຟມິນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສະຫະພັນຣັດເຊຍ. ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ແລະ ໄດ້ຮັບການສືບຕໍ່ເພີ່ມທະວີຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ນັບມື້ຈະເລີນງອກງາມ ແລະ ເລິກເຊິ່ງ ລະຫວ່າງ ສອງກອງທັບລາວ-ຣັດເຊຍ, ຣັດເຊຍ-ລາວ. ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ຕີລາຄາຄືນເຖິງຜົນສຳເລັດຂອງການຮ່ວມມືທາງດ້ານທະຫານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ …
ອ່ານເພີ່ມ >>ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 ຈັດຂຶ້ນຢ່າງເປັນທາງການ.
ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 (ADMM-18) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 20 ພະຈິກ 2024, ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ, ໂດຍການເປັນປະທານ ຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີ ລັດຖະມົນຕີ, ຮອງລັດຖະມົນຕີປ້ອງກັນປະເທດ ບັນດາປະເທດສະມາຊິກອາຊຽນ, ປະເທດ ຕີມໍແລັດສະເຕ ແລະ ຜູ້ຕາງໜ້າເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ໃນກອງປະຊຸມ ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບແນວທາງແຜນຍຸດທະສາດ ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ພາຍຫຼັງປີ 2025 ໃນການແກ້ໄຂສິ່ງທ້າທາຍຕ່າງໆ ຕໍ່ຄວາມໝັ້ນຄົງໃນປັດຈຸບັນ ແລະ ອະນາຄົດ ໂດຍສະເພາະການຮັບມືກັບຜົນກະທົບຈາກການແຂ່ງຂັນຂອງມະຫາອໍານາດ, ການຂະຫຍາຍສະມາຊິກຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ, ການຮັກສາຄວາມເປັນແກນກາງ ແລະ ຄວາມເປັນເອກະພາບຂອງອາຊຽນ ລວມທັງການປັບປຸງບັນດາກົນໄກ ແລະ …
ອ່ານເພີ່ມ >>ປະດັບຫຼຽນໄຊແຮງງານຊັ້ນ I ແລະ ຊັ້ນ II ໃຫ້ບໍລິສັດສະຕາໂທລະຄົມ ( Unitel )
ພິທີປະດັບຫຼຽນໄຊແຮງງານຊັ້ນ I ຂອງ ສປປ ລາວ ແລະ ຫຼຽນໄຊແຮງງານຊັ້ນ II ຂອງ ສສ ຫວຽດນາມ ໃຫ້ບໍລິສັດສະຕາໂທລະຄົມ ( Unitel ) ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງບໍລິ ສັດຄົບຮອບ 15 ປີ (16 ຕຸລາ 2009–16 ຕຸລາ 2024) ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2024, ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ, ມີ ສະຫາຍ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ, ມີ …
ອ່ານເພີ່ມ >>