ວັນທີ 22 ກຸມພາ 2025 ນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍເເດນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມພະນັກງານ-ນັກຮົບ ກອງຮ້ອຍທະຫານຊາຍແດນ 543 ແຂວງອັດຕະປື, ໂດຍການຕ້ອນຮັບ ຂອງຄະນະພະແນກການທີ່ກ່ຽວຂ້ອງ, ຄະນະກອງຮ້ອຍທະຫານຊາຍເເດນ 4 ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ການເຄື່ອນໄຫວໃນຄັ້ງນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ຂອງຕົນ ຕາມການໝອບໝາຍ ຂອງຂັ້ນເທິງ ຈົນມີຜົນສໍາເລັດເປັນກ້າວໆ ເຖິງວ່າຈະມີອຸປະສັກຫຍຸ້ງຍາກປານໃດກໍຕາມ ແຕ່ທຸກສະຫາຍ ກໍຍັງມີແນວຄິດອຸ່ນອຽນ, ທຸ່ນທ່ຽງ ຕໍ່ໜ້າທີ່ຂອງຕົນ ເພື່ອປະກອບສ່ວນເຂົ້າໃນວຽກງານລວມຂອງຊາດ ໂດຍສະເພາະແມ່ນການປ້ອງກັນຊາຍເເດນ ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງ ເນັ້ນໜັກໃຫ້ຜູ້ຮັບຜິດຊອບແຕ່ລະປ້ອມເອົາໃຈໃສ່ປ້ອງກັນເວນຍາມ, ຈັດຕັ້ງກຳລັງເຄື່ອນໄຫວກວດກາ ສາລະເວນ ຕິດຕາມກຳສະພາບການ ບໍ່ໃຫ້ພວກກຸ່ມຄົນບໍ່ດີເຂົ້າມາກໍ່ຄວາມບໍ່ສະຫງົບໃນຂອບເຂດຮັບຜິດຊອບຂອງຕົນ. ໂອກາດດຽວກັນນີ້, ສະຫາຍພົນຈັດຕະວາ …
ອ່ານເພີ່ມ >>ຮອງລັດຖະມົນກະຊວງປ້ອງກັນປະເທດ ເຄື່ອນໄຫວສຳຫຼວດສຶກສາຄວາມເປັນໄປໄດ້ໃນການຂົນສົ່ງສິນຄ້າທາງຍຸດທະສາດ ທາງລາງ ແລະ ທາງບົກ
ໃນລະຫວ່າງ ວັນທີ 18-22 ກຸມພາ 2025 ນີ້, ສະຫາຍ ພົນໂທ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວສຳຫຼວດສຶກສາຄວາມເປັນໄປໄດ້ໃນການຂົນສົ່ງສິນຄ້າທາງຍຸດທະສາດ ທາງລາງ ແລະ ທາງບົກ ແຕ່ ນະຄອນຫຼວງວຽງຈັນ ຫາ ແຂວງຄຳມ່ວນ ແລະ ແຂວງຄຳມ່ວນ ຜ່ານເສັ້ນທາງເລກທີ 12 ຫາ ແຂວງຮ່າຕິ້ງ ສສ ຫວຽດນາມ (ທ່າເຮືອຫວຸ້ງອາງ).
ອ່ານເພີ່ມ >>ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ສຳເລັດຜົນຢ່າງຈົບງາມ
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 20 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຕາງໜ້າຄະນະພັກບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ພະນັກງານປະຕິວັດອາວຸໂສບໍານານ, ມີຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງການກົມໃຫຍ່ການເມືອງກອງທັບ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງທັງສອງພາກທີ່ສະເໜີໂດຍ ສະຫາຍ ພົນຕີ ວົງສອນ ອິນປານພິມ ໂດຍໄດ້ຕີລາຄາຄືນຢ່າງພາວະວິໄສຕໍ່ໝາກຜົນແຫ່ງການເຄື່ອນ ໄຫວນຳພາ-ຊີ້ນຳວຽກງານຮອບດ້ານ ຂອງອົງຄະນະພັກ ໃນໄລຍະ 5 ປີຜ່ານມາ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ …
ອ່ານເພີ່ມ >>ຄະນະນໍາກະຊວງປ້ອງກັນປະເທດ ອວຍພອນຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແລະ ຫ້ອງການທີ່ປຶກສາທູດຝ່າຍທະຫານ ແຫ່ງ ສ ຣັດເຊຍ ປະຈຳລາວ
ວັນທີ 19 ກຸມພາ 2025 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ເຊິ່ງນໍາໂດຍ ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະນໍາກະຊວງປ້ອງກັນປະເທດ, ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນ ສະຫາຍ ພົນຕີ ເດີມີຕຣີ ໄກຼເຢັບ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈຳ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພັນເອກ ອານເດຣ ລີຄາເຊັບ ປີໂຕຣວິດ ຫົວໜ້າຫ້ອງການທີ່ປຶກສາທູດຝ່າຍທະຫານ ສະຫະພັນຣັດເຊຍ ປະຈຳລາວ ພ້ອມທັງ ສະຫາຍ ວາລາດີເມຍ ກາລີ ນິນ ເອກອັກຄະລັດຖະທູດຣັດເຊຍ ຜູ້ມີອໍານາດເຕັມປະຈຳ ສປປ ລາວ ພ້ອມຄະນະ ເນື່ອງໃນໂອກາດ …
ອ່ານເພີ່ມ >>ສະຫະພັນແມ່ຍິງ ສະພາແຫ່ງຊາດ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ກອງພັນໃຫຍ່ 497
ວັນທີ 18 ກຸມພາ 2025 ນີ້, ສະຫະພັນແມ່ຍິງ ສະພາແຫ່ງຊາດ ແລະ ຄອບຄົວການນໍາຂັ້ນສູງ ນໍາພາໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ກອງພັນໃຫຍ່ 497 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ມີສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກໍາມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ຄອບຄົວການນໍາສະພາແຫ່ງຊາດ, ຄະນະສະຫະພັນແມ່ຍິງສະພາແຫ່ງຊາດ ແລະ ຫ້ອງການສະຫະພັນແມ່ຍິງກອງທັບ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວມອບເຄື່ອງ ເຊິ່ງລວມມີ …
ອ່ານເພີ່ມ >>ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກໄທ
ໃນລະຫວ່າງວັນທີ 18-19 ກຸມພາ 2025 ນີ້, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກໄທ ຢ່າງເປັນທາງການ, ໂດຍມີທ່ານ ພູມທຳ ເວດຊະຢະໄຊ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກໄທ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ ໃຫ້ການຕ້ອນຮັບ. ພາຍຫຼັງສໍາເລັດພິທີການຕ້ອນຮັບຢ່າງເປັນທາງການ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ສປປລ ລາວ ໄດ້ເຂົ້າພົບປະທ່ານ ພູມທຳ ເວດຊະຢະໄຊ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກໄທ. ໂອກາດນີ້, ທ່ານ ພູມທຳ ເວດຊະຢະໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ …
ອ່ານເພີ່ມ >>ຫັດແອບປະຕິບັດຕົວຈິງ ວິຊາຈັກກວດຕຶ້ນ ໃຫ້ນັກເຝິກອົບຮົມເຫຼົ່າຮົບຊ່າງແສງ
ໃນລະຫວ່າງວັນທີ 17-18 ກຸມພາ 2025 ນີ້, ສະຫາຍ ພັນຕີ ເຊົາດັດໂຕບ ອາເລັກຊັນເດຣີ ຢູຣິແຢວິດ ຜູູ້ຮັບຜິດຊອບວຽກງານອົບຮົມ ກຳລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ໄດ້ຫັດແອບປະຕິບັດຕົວຈິງພາກສະໜາມ ວິຊາຈັກກວດຕຶ້ນ ໃຫ້ນັກເຝິກອົບຮົມເຫຼົ່າຮົບຊ່າງແສງກອງທັບ ປະຊາຊົນ ລາວ ຢູ່ເມືອງວຽງໄຊ ແຂວງ ຫົວພັນ. ການຫັດແອບປະຕິບັດຕົວຈິງພາກສະໜາມ ວິຊາຈັກກວດຕຶ້ນຄັ້ງນີ້ ແນໃສໃຫ້ນັກເຝິກອົບຮົມເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ເຂົ້າໃຈທາງດ້ານທິດສະດີ, ຫຼັກການ ໃນການກະກຽມເຂົ້າສູ່ໜ້າວຽກ, ການນຳໃຊ້ອຸປະກອນເຄື່ອງມືທີ່ທັນສະໄໝ, ບາດກ້າວຂອງການກວດກູ້, ເຊິ່ງໄດ້ອະທິບາຍຕາມແຕ່ລະຂັ້ນຕອນໃຫ້ນັກເຝິກອົບຮົມເຂົ້າໃຈງ່າຍ, ທັງເປັນການຍົກລະດັບໃຫ້ນັກເຝິກອົບຮົມ ພະນັກງານ, ວິຊາການກວດກູ້ລະເບີດບໍ່ທັນແຕກກອງທັບປະຊາຊົນລາວ ກຳໄດ້ທາງດ້ານເນື້ອໃນ, ທິດສະດີ, ຫຼັກການ ມີຄວາມຮູ້ຄວາມສາມາດໃນລະດັບທີແນ່ນອນ ແລະ ກຽມພ້ອມເຮັດສໍາເລັດໜ້າການເມືອງທີ່ໄດ້ຮັບມອບໝາຍ. ບັນດານັກເຝິກອົບຮົມແຕ່ລະສະຫາຍໄດ້ເອົາໃຈໃສ່ສຶກສາຄົ້ນຄ້ວາ, ຫ້າວຫັນຕໍ່ການອົບຮົມຫັດແອບ, ກໍາແໜ້ນທາງດ້ານທິດສະດີ, ຫຼັກການ ມີຄວາມກະຕືລືລົ້ນຍາດແຍ່ງເອົາບົດຮຽນຈາກຊ່ຽວຊານ ແລະ ປະສົບການຈາກຄູເຝິກ ເພື່ອນຳໄປໝູນໃຊ້ຈັດຕັ້ງປະຕິບັດຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານຂອງເຫຼົ່າຮົບຊ່າງແສງໃຫ້ໄດ້ຮັບຜົນດີ. …
ອ່ານເພີ່ມ >>ເປີດຂະບວນການແຂ່ງຂັນກິລາ ທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ
ວັນທີ 17 ກຸມພາ 2025 ນີ້, ທີ່ເດີ່ນກິລາຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ເປີດຂະບວນການແຂ່ງຂັນກິລາ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ບໍລິສັດ, ລັດວິສາຫະກິດ, ພະນັກງານ-ນັກຮົບ ແລະ ນັກກິລາ ເຂົ້າຮ່ວມ. ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ຜ່ານແຜນການ ແລະ ການກະກຽມຄວາມພ້ອມ ເປີດຂະບວນການແຂ່ງຂັນກິລາ ໂດຍປະຕິບັດຕາມແຜນການແຂ່ງຂັນກິລາ ທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ ເພື່ອເປັນການສ້າງບັນຍາກາດ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນ ແລະ …
ອ່ານເພີ່ມ >>ປະກາດການເລື່ອນຊັ້ນໃຫ້ນາຍທະຫານຈາກຊັ້ນ ພັນໂທ ຂຶ້ນ ພັນເອກ
ພິທີ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ພັນໂທ ຂຶ້ນ ພັນເອກ ໄດ້ຈັດຂຶ້ນ ໃນວັນທີ 14 ກຸມພາ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ,ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະພັກ-ຄະນະບັນຊາບັນດາອົງການ, ກົມ, ຫ້ອງການ ອ້ອມຂ້າງກະຊວງປ້ອງກັນປະເທດ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນເອກ ວົງເພັດ ວົງສາຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຈາກຊັ້ນພັນໂທ ຂຶ້ນ ພັນເອກ ຈໍານວນ 30 ສະຫາຍ. ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ບັນດາສະຫາຍທີ່ໄດ້ຮັບຊັ້ນໃໝ່ ພ້ອມທັງ …
ອ່ານເພີ່ມ >>ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຢ້ຽມຍາມ ວິທະຍາຄານເຕັກນິກການທະຫານ
ວັນທີ 13 ກຸມພາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມວິທະຍາຄານເຕັກນິກການທະຫານ (ວຕກ) ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເລຂາຄະນະພັກ, ຫົວໜ້າການເມືອງ ວຕກ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການ, ບັນດາຫົວໜ້າຄະນະວິຊາ, ສູນເຝິກຫັດທົດລອງ ຕະຫຼອດຮອດຜູ້ຕາງໜ້າພະນັກງານ ຄູ-ອາຈານ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ວຕກ ໄດ້ລາຍງານກ່ຽວກັບສະພາບສະພາບການເຄື່ອນໄຫວວຽກງານ ຂອງ ວຕກ ໃນໄລຍະຜ່ານມາ, ເຊິ່ງມີທັງຂໍ້ສະ ດວກ, ດ້ານຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຫຼາຍປະການ ແຕ່ກໍສາມາດເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ ໂດຍສະເພາະແມ່ນວຽກງານການຮຽນ-ການສອນ ໄດ້ເອົາໃຈໃສ່ຍົກສູງຄຸນນະພາບ ການຮຽນ-ການສອນ ໂດຍເລີ່ມຈາກການສົ່ງເສີມພັດທະນາຄວາມຮູ້ …
ອ່ານເພີ່ມ >>