ພິທີ ມອບ-ຮັບ ລົດເມ ລະຫວ່າງສານປະຊາຊົນສູງສຸດ ແລະ ສານທະຫານຂັ້ນສູງ ໄດ້ຈັດຂຶ້ນໃນວັນທີ 14 ກຸມພາ 2025 ນີ້, ໂດຍການກ່າວມອບ ຂອງສະຫາຍ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ກ່າວຮັບ ສະຫາຍ ພັນເອກ ສິງທອງ ຄໍາປະເສີດ ຮອງປະທານປະຊາຊົນສູງສຸດ, ປະທານສານທະຫານຂັ້ນສູງ, ມີຜູ້ຕາງໜ້າຈາກຫ້ອງການ, ຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພະນັກງານ ສານປະຊາຊົນສູງສຸດ ແລະ ສານທະຫານຂັ້ນສູງເຂົ້າຮ່ວມເປັນສັກຂີພະຍານ. ສະຫາຍ ຄູນ ຜາສຸກ ໄດ້ກ່າວວ່າ: ການມອບລົດໃນຄັ້ງນີ້, ເປັນການຊ່ວຍເຫຼືອໃຫ້ສານທະຫານຂັ້ນສູງ ທີ່ຂາດເຂີນທາງດ້ານພາຫະນະ. ສໍາລັບ ລົດທີ່ນໍາມາມອບໃນຄັ້ງນີ້ ເປັນປະເພດລົດເມ ມີ 22 ບ່ອນນັ່ງ ຍີ່ຫໍ້ JMMC ຈໍານວນ 1 ຄັນ ເພື່ອປະກອບສ່ວນເຂົ້າໃນວຽກງານລວມຕ່າງໆ …
ອ່ານເພີ່ມ >>ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ກວດກາວຽກງານຢູ່ໂຮງງານມິດຕະພາບ ລາວ-ຫວຽດນາມ, ວິທະຍາຄານເຕັກນິກການທະຫານ, ສາງກົນຈັກ 2 ແລະ ກອງພັນ 602
ວັນທີ 13 ກຸມພາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງອຸທະໄກສອນ ກໍາມະການສູນກາງພັກ,ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້, ກວດກາວຽກງານ ຢູ່ໂຮງງານມິດຕະພາບ ລາວ-ຫວຽດນາມ, ວິທະຍາຄານເຕັກນິກການທະຫານ, ສາງກົນຈັກ 2 ແລະ ກອງພັນ 602, ມີຄະນະພັກ-ຄະນະບັນຊາ ໂຮງງານ, ວິທະຍາຄານ, ກອງພັນ ພ້ອມດ້ວຍພະນັກງານ-ວິຊາການ ໃຫ້ການຕ້ອນຮັບ. ໃນການເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຕ່ລະກົມກອງໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບດ້ານວິຊາສະເພາະທີ່ກ່ຽວຂ້ອງ ເຊິ່ງແຕ່ລະກົມກອງ ໄດ້ເອົາໃຈໃສ່ປະຕິບັດຕາມທິດຊີ້ນໍາ ຂອງຂັ້ນເທິງ ໃນການເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ,ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ ຕິດແໜ້ນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ …
ອ່ານເພີ່ມ >>ສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 1 ຄົບຮອບ 40 ປີ
ຄົບຮອບ 40 ປີ (12 ກຸມພາ 1985-12 ກຸມພາ 2025) ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຮອບດ້ານ ບົນເສັ້ນທາງປະຫວັດສາດແຫ່ງການປະຕິວັດ ຂອງກອງພົນທີ 1 ດັ່ງນັ້ນ, ໃນວັນທີ 12 ກຸມພາ 2025 ນີ້, ກອງພົນທີ 1 ໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ1 ຄົບຮອບ 40 ປີ ຂຶ້ນຢ່າງສະຫງ່າຜ່າເຜີຍ ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີການນໍາແຂວງວຽງຈັນ, ແຂວງໄຊສົມບູນ, ບັນດາອົງການກົມໃຫຍ່, ກົມ, ກໍາລັງຫຼວງ, ກໍາລັງທ້ອງຖິ່ນ, ອົງການປົກຄອງເມືອງວັງວຽງ, ຕົວແທນວີລະຊົນແຫ່ງຊາດ, ພະນັກງານອາວຸໂສບໍານານ, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທົ່ວກອງພົນ ເຂົ້າຮ່ວມ. ສະຫາຍ ພັນເອກ …
ອ່ານເພີ່ມ >>ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານທົ່ວກົມໃຫຍ່ການເມືອງກອງທັບ
ວັນທີ 13 ກຸມພາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ຕະຫຼອດຮອດພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກົມໃຫຍ່ການເມືອງກອງທັບ ໃນນີ້, ກະຊວງປ້ອງກັນປະເທດຕົກລົງ ເລື່ອນຊັ້ນ, ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນ ພັນຕີ 47 ສະຫາຍ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ …
ອ່ານເພີ່ມ >>ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຕ້ອນຮັບການເຂົ້າພົບປະ ຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ ຣັດເຊຍ
ວັນທີ 11 ກຸມພາ 2025 ນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ, ໄດ້ຕ້ອນຮັບການເຂົ້າພົບປະ ຂອງສະຫາຍ ພົນຕີ ກຣາເຢັບ ດີມິດຕີຣ ຫົວໜ້າຫ້ອງການ ຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ. ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວສະແດງຄວາມຍີນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ພົນຕີ ກຣາເຢັບ ດີມິດຕຣີ ພ້ອມຄະນະ ທີ່ເຂົ້າພົບປະຢ້ຽມຢາມຄັ້ງນີ້ ເຊິ່ງໄດ້ນຳເອົາຄວາມສາມັກຄີຮັກແພງອັນສະໜິດສະໜົມອົບອຸ່ນ, ໄມຕີຈິດ, ມິດຕະພາບອັນດູດດື່ມມາສູ່ ສອງຊາດ, ສອງກອງທັບ ລາວ-ສ ຣັດເຊຍ, ເວົ້າລວມ ເວົ້າສະເພາະ ກໍຄືກົມໃຫຍ່ເສນາທິການກອງທັບ, ຕະຫຼອດໃນໄລຍະຜ່ານມາ, ກອງທັບ …
ອ່ານເພີ່ມ >>ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງໄຊສົມບູນ
ວັນທີ 11 ກຸມພາ 2025, ຢູ່ທີ່ຫ້ອງວ່າການປົກຄອງແຂວງໄຊສົມບູນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຮອງປະທານ, ຜູ້ປະຈຳການ ຄະນະກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງແຂວງໄຊສົມບູນ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງ ແຂວງໄຊສົມບູນ, ນາຍ ແລະ ພົນທະຫານ-ຕຳຫຼວດ ແລະ ພະນັກງານຫຼັກແຫຼ່ງ ຂອງແຂວງ ເຂົ້າຮ່ວມ. ທ່ານ ເຈົ້າແຂວງ ແຂວງໄຊສົມບູນ ໄດ້ຕາງໜ້າຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງໄຊສົມບູນ ກ່າວຕ້ອນຮັບ ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຫຼັງຈາກນັ້ນ, ໄດ້ລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນແຂວງໃນໄລຍະ 1 ປີ ຜ່ານມາ ເຊິ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຄຽງຄູ່ກັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ບັນດານິຕິກຳຕ່າງໆ …
ອ່ານເພີ່ມ >>ກອງປະຊຸມຄົບຄະນະສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ
ກອງປະຊຸມຄົບຄະນະສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 11 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ບັນດາສະມາຊິກສະພາວິທະຍາສາດການທະຫານ, ກອງເລຂາສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ແລະ ນັກວິທະຍາສາດ, ນັກຄົ້ນຄວ້າກອງທັບ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຮອງປະທານຜູ້ປະຈໍາການສະພາວິທະຍາສາດການທະຫານ ໄດ້ຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານຮອບດ້ານ 6 ເດືອນທ້າຍປີ 2024 ຂອງສະພາວິທະຍາສາດການທະຫານ ໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ, ສະພາວິທະຍາສາດການທະຫານ ມີພາລະບົດບາດເປັນເສນາທິການໃຫ້ ລັດຖະມົນຕີກະຊວງປ້ອງກັນປະເທດ ໃນການສ້າງ, ປັບປຸງ, ແກ້ໄຂ ແລະ ດັດແກ້ບັນດາຂໍ້ກໍານົດ, ກົດລະບຽບ ກ່ຽວກັບການເຄື່ອນໄຫວວິທະຍາສາດການທະຫານ-ເຕັກໂນໂລຊີປ້ອງກັນຊາດ ພາຍໃນກອງທັບ, ກໍານົດທິດທາງແຜນຍຸດທະສາດໃນການພັດທະນາ, ກໍ່ສ້າງຖັນແຖວພະນັກງານ,ຄົ້ນຄວ້າ ແລະ …
ອ່ານເພີ່ມ >>ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ
ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຄັ້ງທີ 3 ສະໄໝທີ IV ໄດ້ໄຂຂຶ້ນໃນວັນທີ 11 ກຸມພາ 2025 ນີ້, ຢູ່ທີ່ສະໂມສອນ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີບັນດາສະຫາຍ ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າບາງບັນຫາຕົ້ນຕໍ ເປັນຕົ້ນສະຫຼຸບຕີລາຄາໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນນັກຮັບເກົ່າທົ່ວປະເທດ ຄັ້ງທີ IV ຕິດພັນກັບມະຕິກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານ ສນຫລ ຄັ້ງທີ 2 ສະໄໝທີ IV ແລະ ຈະໄດ້ຮັບຟັງການປະກອບຄໍາຄິດເຫັນຂອງບັນດາກະຊວງ, ອົງການພາຄີ ແລະ ສະຫະພັນນັກຮົບເກົ່າ ແຂວງຈຳນວນໜຶ່ງ; ຮັບຟັງການຜ່ານເນື້ອໃນເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ …
ອ່ານເພີ່ມ >>ປະກາດການແຕ່ງຕັ້ງ ຮອງຫົວໜ້າກົມ ແລະ ຮອງຫົວໜ້າຫ້ອງການເມືອງ ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ
ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າກົມ ແລະ ຮອງຫົວໜ້າຫ້ອງການເມືອງ ທີ່ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 7 ກຸມພາ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກອງ ແລະ ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ເຂົ້າຮ່ວມ. ສະຫາຍ ພັນເອກ ວົງເພັດ ວົງສາຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າກົມ ແລະ ຮອງຫົວໜ້າຫ້ອງການເມືອງ ທີ່ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ ໃນນັ້ນ, ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ບຸນຄໍາ ສຸນັນທາ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ …
ອ່ານເພີ່ມ >>ກົມໃຫຍ່ເສນາທິການກອງທັບ ປິດການແຂ່ງຂັນກິລາມວນຊົນ
ວັນທີ 7 ກຸມພາ 2025 ນີ້, ໄດ້ມີພິທີ ປິດການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ທົ່ວກົມໃຫຍ່ເສນາທິການກອງທັບ, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນຳກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງຂຶ້ນກັບ, ຄູເຝິກ, ກຳມະການຕັດສິນ ແລະ ນັກກິລາ ເຂົ້າຮ່ວມ. ສະຫາຍ ພັນເອກ ພິມ ວິຈິດວົງສາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ກ່າວວ່າ: ການຈັດຕັ້ງສ້າງຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານໃນຄັ້ງນີ້ ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະແມ່ນຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງຄະນະພັກກົມໃຫຍ່ເສນາທິການກອງທັບ ທີ່ຈະໄຂຂຶ້ນໃນມໍ່ໆ ນີ້ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ໄດ້ຮັບຜົນສຳເລັດ. ການແຂ່ງຂັນກິລາມວນຊົນ …
ອ່ານເພີ່ມ >>