ວັນທີ 5 ກຸມພາ 2025 ນີ້, ສະຫາຍ ພົນຈັດຕະວາ ສົມພົງ ແພງປັນຍາ ຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະຢູ່ ກອງປະຕິບັດງານ 219 ໂດຍມີພະແນກທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ໃນພິທີ ຄະນະພັກ-ຄະນະບັນຊາ ກອງປະຕິບັດງານ 219 ໄດ້ລາຍງານບັນດາສະພາບການໂດຍຫຍໍ້ ພ້ອມທັງ ຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ, ການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ການສ້າງກົມກອງແຮກສ່ຽວກັບອຳນາດການປົກຄອງບ້ານ, ສ້າງພະນັກງານຫຼັກແຫຼ່ງແກ່ນສານ, ຕິດຕາມສະພາບຂອງກຸ່ມຄົນບໍ່ດີ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ພ້ອມທັງພະນັກງານກໍ່ສ້າງຮາກຖານ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ແລກປ່ຽນຄໍາຄິດຄຳເຫັນ ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການປະຕິບັດໜ້າທີ່ລົງກໍ່ສ້າງຮາກຖານໃນໄລຍະຜ່ານມາ. ໂອກາດນີ້ ສະຫາຍ ພົນຈັດຕະວາ ສົມພົງ ແພງປັນຍາ ກໍ່ໄດ້ເນັ້ນໜັກໃຫ້ ຄະນະພັກ – ຄະນະບັນຊາ ແລະ …
ອ່ານເພີ່ມ >>ທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບກອງທັບ ສະໄໝທີ VII ຮອບທີ 1
ວັນທີ 6 ກຸມພາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VII ຮອບທີ 1 ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ຄະນະພັກກົມ, ຫ້ອງການ ແລະ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດສະມາຊິກພັກພາຍໃນກົມເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອທັບ ໄດ້ມາດຖານເງື່ອນໄຂຜູ້ທີ່ຈະສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ປະເທດຊາດ ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, …
ອ່ານເພີ່ມ >>ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານພັກ ປະຈຳໄຕມາດ IV
ກອງປະຊຸມສະຫຼຸບວຽກງານພັກ ປະຈໍາໄຕມາດ IV ປີ 2024 ແລະ ວາງທິດທາງແຜນການ ປະຈຳໄຕມາດ I ປີ 2025 ຂອງຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອໍາພອນ ສຸກວິໄຊ ເລຂາໜ່ວຍພັກ ,ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີບັນດາຫົວໜ້າຈຸພັກ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບວຽກງານພັກປະຈໍາໄຕມາດ IV ປີ 2024 ແລະ ທິດທາງແຜນການ ປະຈຳໄຕມາດ I ປີ 2025 ຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, …
ອ່ານເພີ່ມ >>ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 2
ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 2 ໃນວັນທີ 6 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາສະຫາຍຄະນະພັກ-ຄະນະບັນຊາ, ຜູ້ແທນສົມບູນ-ສໍາຮອງ, ມີບັນດາຄະນະກົມ, ຫ້ອງການ, ກອງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກ ສົມບູນ ແລະ ສຳຮອງເຂົ້າຮ່ວມ. ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຂອງຄະນະບໍລິຫານງານພັກອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ສະໄໝທີ VI ເຊິ່ງໃນໄລຍະຜ່ານມາ, ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເອົາໃຈໃສ່ນໍາພາ-ຊີ້ນໍາສຶກສາອົບຮົມໃຫ້ພະນັກງານສະມາຊິກພັກ-ນັກຮົບ ເຊື່ອມຊຶມ, ກໍາແໜ້ນ …
ອ່ານເພີ່ມ >>ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ຮອບທີ 3
ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 3 ໃນວັນທີ 5 ກຸມພາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຄະນະພັກກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຜູ້ແທນສົມບູນ-ສຳຮອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຜ່ານບົດລາຍງານການເມືອງທັງສອງພາກຂອງຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບ ສະໄໝທີ V ເຊິ່ງໃນໄລຍະຜ່ານມາ, ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, …
ອ່ານເພີ່ມ >>ກົມໃຫຍ່ເສນາທິການກອງທັບ ເຜີຍແຜ່ເຊື່ອມຊຶມ ແລະ ມອບໝາຍໜ້າທີ່ໃຫ້ແກ່ການກະກຽມກອງປະຊຸມໃຫຍ່ ຄັ້ງທີ VII
ວັນທີ 4 ກຸມພາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ເຜີຍແຜ່ເຊື່ອມຊຶມ ແລະ ມອບໝາຍໜ້າທີ່ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກ ກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ບົວຄໍາ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານມະຕິຕົກລົງ ຂອງອົງຄະນະພັກກົມໃຫຍ່ເສນາທິການກອງທັບ ວ່າດ້ວຍແຜນການ ແລະ ການແຕ່ງຕັ້ງຄະນະຊີ້ນໍາ ບັນດາອະນຸກໍາມະການ ກະກຽມຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກ ກົມໃຫຍ່ເສນາທິການກອງທັບ, ເພື່ອເປັນການກະກຽມຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງຄະນະພັກກົມໃຫຍ່ເສນາທິການກອງທັບ ແມ່ນປະຕິບັດຕາມຫຼັກການຈັດຕັ້ງນໍາພາຂອງພັກ ກໍຄືຄໍາສັ່ງແນະນໍາ …
ອ່ານເພີ່ມ >>ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກົມເສດຖະກິດ
ວັນທີ 5 ກຸມພາ 2025 ນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກົມເສດຖະກິດ ກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ໄຊສົງຄາມ ວໍລະຈິດ ເລຂາຄະນະພັກ, ຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ໄຊສົງຄາມ ວໍລະຈິດ ໄດ້ລາຍງານສະພາບການລວມໂດຍຫຍໍ້ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຮອບດ້ານໃນຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ອົງຄະນະພັກກະຊວງປ້ອງກັນປະເທດວາງອອກ ເຊິ່ງເຫັນວ່າມີຜົນສໍາເລັດໃນຫຼາຍດ້ານເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມ ສະຫງົບ, ວຽກງານປັບປຸງກໍ່ສ້າງກໍາລັງ, ວຽກງານອົບຮົມ-ຫັດ ແອບການເມືອງ, ການທະຫານ, ວິຊາສະເພາະຄຸ້ມຄອງຫົວໜ່ວຍທຸລະກິດ, ການເກັບຮັກສາລາຍຮັບຈາກການເຊົ່າ, ຄຸ້ມຄອງການຮ່ວມມືກັບບໍລິສັດບໍ່ແຮ່ຕ່າງ ແລະ ວຽກງານອື່ນໆ. ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ …
ອ່ານເພີ່ມ >>ມອບ-ຮັບ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ພິທີ ມອບ-ຮັບ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ໄດ້ຈັດຂຶ້ນໃນວັນທີ 31 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ຄະນະກອງພັນໃຫຍ່ 702 ແລະ ກອງພັນໃຫຍ່ 703 ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ ຜູ້ເກົ່າ ໄດ້ສະຫຼຸບ ຕີລາຄາຄືນໂດຍຫຍໍ້ໃນການນໍາພາ-ຊີ້ນໍາທຸກຂົງເຂດວຽກງານຕົວຈິງໃນໄລຍະຜ່ານມາ, ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຂັ້ນເທິງມອບໝາຍໃຫ້ມີຜົນສໍາເລັດ ແລະ ມີຄວາມຮັບຜິດຊອບສູງຕໍ່ການນໍາພາຂອງກົມກອງ ໂດຍສະເພາະວຽກງານການເມືອງ, ການຈັດຕັ້ງ, ການນໍາພາປັບປຸງລະບຽບແຜນວິທີເຮັດວຽກ ບົ້ນພື້ນຖານຫຼັກການລວມສູນປະຊາທິປະໄຕ, ນໍາພາກໍ່ສ້າງພັກ-ກໍ່ສ້າງພະນັກງານ ຕິດພັນກັບການກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກອງປອດໃສ ປອດໄພ ປອດຄະດີ, ສ້າງກົມກອງ-ນັກຮົບວັດທະນະທໍາ …
ອ່ານເພີ່ມ >>ພິທີສະເຫຼີມສະຫຼອງວັນສ້າງຕັ້ງໜັງສືພິມກອງທັບປະຊາຊົນລາວ ຄົບຮອບ 60 ປີ
ອີງຕາມທິດຊີ້ນໍາ ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງລະນຶກວັນສ້າງຕັ້ງກົມກອງ, ເຫຼົ່າຮົບ ໃນກອງທັບປະຊາຊົນລາວ ໃຫ້ມີເນື້ອໃນຄົບຖ້ວນ ແລະ ເຕັມໄປດ້ວຍຄວາມໝາຍສໍາຄັນເລິກເຊິ່ງ, ອີງຕາມ ແຜນການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງ ໜັງສືພິມກອງທັບປະຊາຊົນລາວ ຄົບຮອບ 60 ປີ ເພື່ອເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງໜັງສືພິມກອງທັບປະຊາຊົນລາວ ຄົບຮອບ 60 ປີ (20 ມັງກອນ 1965-20 ມັງກອນ 2025) ເປັນຂະບວນການຟົດຟື້ນ, ແຂງແຮງ ແລະ ປະສົບຜົນສໍາເລັດຢ່າງຈົບງາມ. ໃນວັນທີ 31 ມັງກອນ 2025 ນີ້, ຢູ່ທີສະໂມສອນກົມໃຫຍ່ການເມືອງກອງທັບ, ກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງໜັງສືພິມກອງທັບປະຊາຊົນລາວ ຄົບຮອບ 60 ປີ ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, …
ອ່ານເພີ່ມ >>ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ພິທີ ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກົມໃຫຍ່ເສນາທິການກອງທັບ, ຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກົມກອງຮາກຖານ ແລະ ພະນັກງານ-ຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນເອກ ສຸລິໄຊ ພິຈິດ ຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ໄດ້ຕາງໜ້າໃຫ້ຫົວໜ້າກົມໃຫຍ່ເສນາທິການກອງທັບ ຜ່ານບົດລາຍງານການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດບັນດາໜ້າວຽກ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງກົມໃຫຍ່ເສນາທິການກອງທັບ ໄລຍະຜ່ານມາ, ເຊິ່ງໄດ້ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ດ້ວຍຫຼາຍຮູບການ, ຫຼາຍລະດັບແຕກຕ່າງກັນ, ຖືກຕ້ອງຕາມແຕ່ລະເປົ້າໝາຍ, ຊີ້ນໍາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນທົ່ວປະເທດ ເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ, ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງ, ຈັດຕັ້ງພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ …
ອ່ານເພີ່ມ >>