Home / mps (page 9)

mps

ກອງປະຊຸມ ຜູ້ແທນສະຫະພັນແມ່ຍິງທົ່ວກອງທັບ ຄັ້ງທີ IX

ກອງປະຊຸມ ຜູ້ແທນສະຫະພັນແມ່ຍິງທົ່ວກອງທັບ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2025 ນີ້, ໂດຍມີ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກຳມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຜູ້ຕາງໜ້າຫ້ອງການກຳມະບານກອງທັບ, ຫ້ອງການຊາວໜຸ່ມກອງທັບ, ແຂກຖືກເຊີນ, ຄະນະພັກ-ຄະນະບັນຊາ ແລະ ຄະນະນຳສະຫະພັນແມ່ຍິງ ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ …

ອ່ານເພີ່ມ >>

ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຢູ່ບັນດາກົມກອງເຂດໃຈກາງ

ວັນທີ 29 ມັງກອນ 2025 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານ ຢູ່ບັນດາກົມກອງເຂດໃຈກາງ ຈໍານວນ 171 ສະຫາຍ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ຕາງໜ້າກົມກອງເຂດໃຈກາງ ຕະຫຼອດຮອດນາຍທະຫານຈາກກົມກອງຕ່າງໆ ທັງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ 3 ແຂວງ ເຂດພາກກາງເຂົ້າຮ່ວມ. ສະຫາຍ ພັນເອກ ຄໍາເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຈາກຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ບັນດາກົມກອງເຂດໃຈກາງ ໃນນັ້ນ, ກະຊວງປ້ອງກັນປະເທດ ຕົກລົງປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ …

ອ່ານເພີ່ມ >>

ເປີດງານຕະຫຼາດນັດ ສະຫະພັນແມ່ຍິງກອງທັບ

ພິທີເປີດງານຕະຫຼາດນັດ ສະຫະພັນແມ່ຍິງກອງທັບ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ 2025 ນີ້, ໂດຍການມີສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີທ່ານ ນາງ ລາວັນ ສຸດທິສານ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ມີສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ກອງ, ຫ້ອງການ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງກອງທັບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ກ່າວເປີດງານວ່າ: ຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ, ຫັດຖະກຳຂອງສະຫະພັນແມ່ຍິງກອງທັບ ຮ່ວມກັບສະມາຄົມຄຸນຄ່າລາວໃນການຈັດງານຕະຫຼາດນັດຄັ້ງນີ້ ແມ່ນກິດຈະກຳໜຶ່ງທີ່ສ້າງເງື່ອນໄຂທີ່ອໍານວຍຄວາມສະດວກ ແລະ ສ້າງໂອກາດໃຫ້ສະມາຊິກສະຫະພັນແມ່ຍິງກອງທັບ ໄດ້ນໍາເອົາຜະລິດຕະພັນຕ່າງໆ ທີ່ບຸກຄົນ ແລະ ຄອບຄົວຜະລິດໄດ້ມາວາງສະແດງ ເພື່ອຈຳໜ່າຍ, ໂຄສະນາໃຫ້ເຂົ້າເຖິງບຸກຄົນ ແລະ ການຕະຫຼາດ ເພື່ອໃຫ້ແນວຄິດ …

ອ່ານເພີ່ມ >>

ກົມໃຫຍ່ການເມືອງກອງທັບ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ

ວັນທີ 28 ມັງກອນ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນເອກ ອຳພອນ ສຸກວິໄຊ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນເອກ ອຳພອນ ສຸກວິໄຊ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາ ແລະ ຄວາມໝາຍ, ຄວາມສຳຄັນ ຂອງການສ້າງຕັ້ງກອງທັບປະຊາຊົນລາວ ເຊິ່ງເປັນເຫດການປະຫວັດສາດໜຶ່ງທີ່ສຳຄັນ, ເປັນບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງການປະຕິວັດ ແລະ ເປັນບາດກ້າວແຫ່ງການເຕີບໃຫຍ່ເຂັ້ມແຂງ ຂອງກຳລັງປະກອບອາວຸດປະຕິວັດ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບໄດ້ຜະເຊີນໜ້າກັບສັດຕູໂຕຮ້າຍກາດ ທີ່ມີກຳລັງແຮງເໜືອກວ່າ ນັບທັງດ້ານກຳລັງພົນ, …

ອ່ານເພີ່ມ >>

ມອບ-ຮັບ ໜ້າທີ່ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ລະຫວ່າງ ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ (ຜູ້ເກົ່າ) ແລະ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນໍາກົມ, ກອງ, ຫ້ອງວ່າການ ກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ໃນໄລຍະຜ່ານມາທີ່ໄດ້ດຳລົງຕຳແໜ່ງ ເປັນຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າການ ເອົາໃຈໃສ່ນໍາພາ-ຊີ້ນຳວຽກງານຕ່າງໆ ຕາມພາລະບົດບາດ, ໜ້າທີ່ຂອງຕົນ ເຊິ່ງສາມາດສ້າງໄດ້ຜົນງານຫຼາຍດ້ານ, ກົມກອງມີຄວາມສະຫງົບ …

ອ່ານເພີ່ມ >>

ທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ

ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 2 ໃນວັນທີ 24 ມັງກອນ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຄະນະພັກກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຜູ້ແທນສົມບູນ-ສຳຮອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຜ່ານບົດລາຍງານການເມືອງທັງສອງພາກຂອງຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບ ສະໄໝທີ V ເຊິ່ງໃນໄລຍະຜ່ານມາ, ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເອົາໃຈໃສ່ນໍາພາ-ຊີ້ນໍາ …

ອ່ານເພີ່ມ >>

ລັດຖະມົນຕີກະຊວງປ້ອງກັນປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ທະຫານແຂວງເຊກອງ

ວັນທີ 23 ມັງກອນ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະຫານແຂວງເຊກອງ, ໂດຍມີສະຫາຍ ພັນເອກ ສົມຈິດ ນິລະພົນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງເຊກອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງບັນຊາການ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນເອກ ສົມຈິດ ນິລະພົນ ໄດ້ລາຍງານໂດຍຫຍໍ້ສະພາບການເຄື່ອນໄຫວວຽກງານໃນປີ 2024 ຜ່ານມາ, ເຊິ່ງສາມາດສ້າງໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນ ຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຢ່າງຕໍ່ເນື່ອງ ໄປຄຽງຄູ່ກັບການຕິດຕາມ, ເກັບກຳສະພາບການຮອບດ້ານ, ຕ້ານສະກັດກັ້ນ ແລະ ແກ້ໄຂບັນດາໜໍ່ແໜງ ທີ່ຈະກໍໃຫ້ເກີດຄວາມບໍ່ສະຫງົບ ຢ່າງວ່ອງໄວທັນເວລາ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງປະກອບອາວຸດທ້ອງຖິ່ນມີຄວາມເຂັ້ມແຂງໜັກແໜ້ນ ສາມາດປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ກົມກອງມີຄວາມເປັນລະບຽບຮຽບຮ້ອຍດີ, ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, …

ອ່ານເພີ່ມ >>

ມອບ-ຮັບ ໜ້າທີ່ ຫົວໜ້າການເມືອງ ວປກ ຜູ້ເກົ່າ ແລະ ຮັກສາການຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ລະຫວ່າງ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາຄະນະພັກ, ຫົວໜ້າການເມືອງ ວປກ (ຜູ້ເກົ່າ) ແລະ ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະພັກກະຊວງປ້ອງກັນປະເທດ, ຮັກສາການຫົວໜ້າການເມືອງ ວປກ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2025 ນີ້, ໂດຍມີ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງເລຂາ, ຫົວໜ້າການທະຫານ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ຄະນະວິຊາຄູ, ຄະຮັບຜິດຊອບນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ປອ ສອນທະນູ …

ອ່ານເພີ່ມ >>

ບໍລິສັດ ສະຕາ ໂທລະຄົມ ສະຫຼຸບວຽກງານຮອບດ້ານປີ 2024

ວັນທີ 17 ມັງກອນ 2025 ນີ້, ບໍລິສັດ ສະຕາ ໂທລະຄົມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບປີ 2024 ແລະ ວາງທິດທາງແຜນການປີ 2025 ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ເຈີນ ຈູງ ຮືງ, ຜູ້ອໍານວຍການໃຫຍ່, ຄະນະອໍານວຍການໃຫຍ່; ສໍານັກງານໃຫຍ່, ມີປະທານສະພາບໍລິຫານ ບໍລິສັດ ສະຕາ ໂທລະຄົມ, ຫົວໜ້າ ແລະ ຮອງພະແນກການ; ສາຂາແຂວງ, ອໍານວຍການສາຂາ, ພະນັກງານເຂົ້າຮ່ວມກອງປະຊຸມຄັ້ງນີ້, ໄດ້ລາຍງານໃຫ້ຮູ້ເຖິງຜົນດຳເນີນງານທຸລະກິດທີ່ຜົນເດັ່ນໃນປີ 2024 ຄື: ຜົນປະຕິບັດເປົ້າໝາຍຫຼັກປະຕິບັດສໍາເລັດ 8/8 ເປົ້າໝາຍບັນລຸ 108,6%, ລາຍຮັບບັນລຸ 111.9%, ກໍາໄລກ່ອນອາກອນ 119.4%, ເປົ້າເລກໝາຍຕົວຈິງ …

ອ່ານເພີ່ມ >>

ຫຼາຍພາກສ່ວນເຂົ້າອວຍພອນ ຫ້ອງການສະຫະພັນແມ່ຍິງກອງທັບ

ວັນທີ 21 ມັງກອນ 2025 ນີ້, ມີຫຼາຍພາກສ່ວນໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນຫ້ອງການສະຫະພັນແມ່ຍິງກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ໃນນີ້ມີ ຄະນະແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ນໍາໂດຍທ່ານ ນາງ ໂຄຕະມີ ຈັນທະມາລິນ ປະທານສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່, ຄະນະແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນຳພາໂດຍທ່ານ ປອ ນາງ ຄຳແພ່ນ ເພັງພັກດີ ຮອງປະທານສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງ, ຄະນະແມ່ຍິງກະຊວງການເງິນ ນຳໂດຍທ່ານ ນາງ ດາວອນ ທອງຈັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງການເງິນ, ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ …

ອ່ານເພີ່ມ >>